ເນື່ອງໃນໂອກາດວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 73 ປີ ວັນທີ 13 ສິງຫາທີ່ຈະມາເຖິງນີ້, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 8 ສິງຫາ ຜ່ານມານີ້, ໂດຍຢືນຢັນວ່າສື່ມວນຊົນຍາມໃດກໍຕິດພັນສະໜິດ ແໜ້ນກັບປະຫວັດສາດຂອງຊາດ, ຂອງພັກ, ຂອງການປະຕິວັດ ແລະ ຂອງປະຊາຊົນລາວບັນດາເຜົ່າ, ວຽກງານສື່ມວນຊົນໄດ້ມີອິດທິພົນສູງໃນສັງຄົມ ແລະ ມີຄວາມສໍາຄັນຫຼາຍ ປະກອບສ່ວນເຂົ້າໃນການພັດທະນາ ແລະ ສ້າງສາປະເທດຊາດ.

ທ່ານກ່າວໃຫ້ຮູ້ອີກວ່າ: ສື່ມວນຊົນຍັງເປັນຜູ້ສ່ອງແສງທຸກການເຄື່ອນໄຫວຂອງສັງຄົມ, ເປັນແຮງຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ ລວມທັງວຽກງານຮັກສາຄວາມປອດໃນການດໍາລົງຊີວິດຂອງປະຊາຊົນໃນສັງຄົມ, ເປັນຜູ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈໃນບັນຫາຕ່າງໆທີ່ເກີດຂຶ້ນຢ່າງຖືກຕ້ອງ, ເປັນເວທີລະຫວ່າງອົງການບໍລິຫານ, ການປົກຄອງກັບປະຊາຊົນ ພ້ອມທັງຊຸກຍູ້ສ້າງຄວາມສາມັກຄີເປັນປຶກແຜ່ນ, ຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນສ້າງສາພັດທະນາຢ່າງບໍ່ຢຸດຢັ້ງ. ນັບແຕ່ມື້ສ້າງຕັ້ງສື່ມວນຊົນກໍໄດ້ເຕີບໃຫຍ່ເຂັ້ມ ແຂງເປັນແຕ່ລະໄລຍະ, ຈາກການນໍາໃຊ້ເຄື່ອງມືອຸປະກອນແບບປະຖົມປະຖານ ກ້າວສູ່ຄວາມທັນສະໄໝ, ຈາກພະນັກງານລະດັບຄວາມຮັບຮູ້ທີ່ອ່ອນນ້ອຍ ກໍກ້າວສູ່ຄວາມຊໍານານງານ, ເປັນຊ່ຽວຊານ.
ມາຮອດປັດຈຸບັນແຕ່ລະສໍານັກງານສື່ມວນຊົນ ກໍໄດ້ມີການພັດທະນາຕົນເອງຢ່າງວ່ອງໄວທັນຍຸກ ທັນເຫດການ. ປັດຈຸບັນສື່ແບບໃໝ່ ຫຼື ສື່ອອນລາຍໄດ້ເຂົ້າມາມີບົດບາດ ແລະ ອິດທິພົນຫຼາຍ ສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ, ກວ້າງຂວາງ ແລະ ສົ່ງຜົນກະທົບໄວຕໍ່ການເຄື່ອນໄຫວໃນສັງຄົມ. ແຕ່ສື່ດັ່ງກ່າວກໍມີທັງດ້ານດີ ແລະ ດ້ານຫຍໍ້ທໍ້ ຖ້າຜູ້ທີ່ນໍາໃຊ້ດີ ກໍມີປະໂຫຍດຢ່າງຫຼວງຫຼາຍ ແຕ່ກໍມີຈໍານວນໜຶ່ງໄດ້ນໍາໃຊ້ສື່ດັ່ງກ່າວໄປໃນທາງທີ່ຜິດ, ສ້າງຂ່າວປອມປັ່ນປ່ວນ ສ້າງຄວາມແຕກແຍກໃນສັງຄົມ, ຍິ່ງໄປກວ່ານັ້ນຍັງໂຄສະນາໃສ່ຮ້າຍປ້າຍສີຕໍ່ແນວທາງນະໂຍບາຍອັນຖືກຕ້ອງຂອງພັກ ແລະ ລັດຖະບານເຮົາ.
ທ່ານ ໂພສີ ແກ້ວມະນີວົງ ໄດ້ຮຽກຮ້ອງມາຍັງສື່ມວນຊົນລາວ ຈົ່ງພ້ອມກັນສືບຕໍ່ເຮັດໜ້າທີ່ເປັນກະບອກສຽງສໍາຄັນໃຫ້ແກ່ພັກ-ລັດ ແລະ ປະຊາຊົນບັນດາເຜົ່າ ເພື່ອໂຄສະນາແນວທາງນະໂຍບາຍຂອງພັກ, ແຜນພັດ ທະນາເສດຖະກິດ-ສັງຄົມ, ລະບຽບກົດໝາຍຂອງລັດ, ປະກອບສ່ວນໂຄສະນາວຽກງານການກໍ່ສ້າງຮາກຖານ, ພັດທະນາຊົນນະບົດຮອບດ້ານ ແນໃສ່ເຮັດໃຫ້ຄວາມທຸກຍາກຂອງປະຊາຊົນຫຼຸດລົງເທື່ອລະກ້າວ. ພ້ອມທັງເປັນເວທີໃຫ້ຂໍ້ມູນຂ່າວສານ, ສາລະໜ້າຮູ້ ແລະ ສາລະບັນເທີງ, ສ້າງຄວາມສາມັກຄີປອງດອງ, ກະຕຸກຊຸກຍູ້ໃຫ້ທຸກຊັ້ນຄົນໃນສັງຄົມປະຕິບັດລະບຽບກົດໝາຍ ປະກອບສ່ວນເປັນກໍາລັງແຮງສ້າງສາພັດທະນາປະເທດຊາດ. ຄຽງຄູ່ກັນນັ້ນ, ສື່ມວນຊົນຕ້ອງໄດ້ປັບປຸງ ແລະ ພັດທະນາລະບົບເຕັກໂນໂລຊີແບບໃໝ່, ເປັນທັນສະໄໝ ແລະ ຍົກລະດັບບຸກຄະລາກອນສື່ໃຫ້ມີຄຸນນະພາບສູງຂຶ້ນ, ທັງສາມາດວິເຄາະ-ວິໄຈ, ວິຈານບັນຫາຕ່າງໆໃຫ້ສັງຄົມໄດ້ຮັບຮູ້ ແລະ ເຮັດໜ້າທີ່ໃນການສຶກສາອົບຮົມສັງຄົມໄປພ້ອມໆກັນ ຕາມຫຼັກການ 4 ລັກສະນະຂອງສື່ມວນຊົນລາວ ຄື: ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້.