ສະມາຄົມນັກຂ່າວແຫ່ງ ສປປ ລາວ ຮ່ວມກັບ ວິທະຍຸສາກົນແຫ່ງ ສປ ຈີນ ຈັດສຳມະນາກ່ຽວກັບ ການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ ໃນຮູບແບບອອນລາຍ ໃຫ້ບັນດາສື່ມວນຊົນ, ທັງສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດໃນ ວັນທີ 10-11 ມີນາ 2022 ໂດຍມີ ທ່ານ ສະຫວັນຄອນ ລາຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ມີວິທະຍາກອນ ແລະ ນັກຂ່າວຈາກທຸກຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.
ການຈັກສຳມະນາໃນຄັ້ງນີ້, ແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາການສື່ໃຫ້ນັກຂ່າວ, ນັກຜະລິດລາຍການ ທັງມືອາຊີບ ແລະ ສະໝັກຫລິ້ນ ຢູ່ສູນກາງ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ, ຜະລິດເນື້ອໃນຂ່າວ-ບົດ ແລະ ຮູບການ ໃຫ້ດຶງດູດ, ຈັບອົກຈັບໃຈແກ່ຜູ້ບໍລິໂພກ ແລະ ໃຫ້ສອດຄ່ອງໄປຕາມຍຸກສະໄໝ ໃສ່ສື່ອອນລາຍ ແລະ ອອບລາຍຂອງຕົນ, ພ້ອມນັ້ນ ຍັງເປັນໂອກາດຊອກຫາຄວາມອາດສາມາດບົ່ມຊ້ອນ ໃນການຊອກຫາລູກຄ້າ ຜ່ານສື່ສັງຄົມອອນລາຍ ເພື່ອສ້າງລາຍຮັບໃຫ້ອົງ ການສື່ຂອງຕົນ.
ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ກ່າວວ່າ: ການເປີດ ສໍາມະນາຄັ້ງນີ້ ເປັນວຽກທີ່ມີຄວາມສໍາຄັນທີ່ສຸດ ຕໍ່ນັກຂ່າວລາວຂອງພວກເຮົາ, ຖືວ່າເປັນການຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍຈະພ້ອມກັນຮຽນຮູ້ໃນຫົວຂໍ້ທີ່ສໍາຄັນຕ່າງໆ ທີ່ປິ່ນອ້ອມວຽກງານສື່ມວນຊົນໃນໄລຍະໃໝ່ ເປັນຕົ້ນ ວິທີການເລືອກເຫດການ ທີ່ຈະນຳສະເໜີເປັນຂ່າວ ເພື່ອດຶງດູດຜູ້ບໍລິໂພກ, ຄວາມແຕກຕ່າງກັນ ລະຫວ່າງສື່ເກົ່າ ແລະ ສື່ ໃໝ່ ທາງດ້ານເນື້ອໃນ ແລະ ຮູບການ, ອົງປະກອບ-ປັດໄຈ ໃນການຂຽນຂ່າວໃສ່ສື່ເກົ່າ-ສື່ໃໝ່, ຄວາມແຕກຕ່າງລະຫວ່າງຂໍ້ມູນ ແລະ ຂ່າວ, ການນໍາໃຊ້ຂໍ້ມູນມາຂຽນເປັນບົດຄວາມ, ການນໍາໃຊ້ພາສາໃນການຂຽນຂ່າວ, ການອອກແບບ ແລະ ຂຽນໂຄງສ້າງສໍາລັບການຖ່າຍທໍາຂ່າວ ແລະ ສາລະຄະດີ (Video Clip), ມຸມມອງ ແລະ ວິທີການຖ່າຍທໍາ, ການສ້າງ ແລະ ໃຊ້ Info graphic ໃນຂ່າວ, ຮູບແບບການນໍາສະເໜີໜ້າຂ່າວຂອງສື່ອອນລາຍ, ກົດໝາຍສື່ມວນຊົນ, ຈັນຍາບັນ, ຈັນຍາທໍາຂອງນັກຂ່າວ, ການຄຸ້ມຄອງ-ປ້ອງກັນ-ແກ້ໄຂ ຂໍ້ມູນຂ່າວສານ ທີ່ເຂົ້າມາທໍາລາຍສື່ອອນລາຍຂອງອົງການ, ຫັນການນໍາໃຊ້ຂໍ້ມູນຂ່າວສານ-ສື່ສານເປັນທັນສະໄໝ, ມີຄວາມປອດໄພ ແລະ ການຊອກແຫລ່ງລາຍຮັບ ຜ່ານສື່ອອນລາຍ.
ພ້ອມນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລະຫວ່າງ ສະມາຄົມນັກຂ່າວແຫ່ງ ສປປ ລາວ ກັບ ວິທະຍຸສາກົນ ແຫ່ງປະເທດຈີນ ປະຈຳລາວ ທີ່ໄດ້ມີການພົວພັນຮ່ວມມືກັນ ດ້ວຍດີຕະຫລອດມາ, ປະກອບ ສ່ວນເຂົ້າໃນວຽກງານໂຄສະນາ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ໃນພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາ ສປປ ລາວ ແລະ ສປ ຈີນ, ເສີມຂະ ຫຍາຍສາຍພົວພັນມິດຕະພາບ, ການຮ່ວມມື ທີ່ດີກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ຂ່າວ: ທະນູທອງ
ພາບ: ສັງຄົມໄຊ
Loading...