ກອງປະຊຸມແລກປ່ຽນບົດຮຽນຂອງສື່ມວນຊົນກ່ຽວກັບການຕ້ານ ແລະ ສະກັດກັ້ນອາຊະຍາ ກຳສັດປ່າຈັດຂຶ້ນໃນວັນທີ 21 ມີນາ 2023 ທີ່ໂຮງແຮມສຸນັນທາ ເມືອງປາກຊັນ ແຂວງບໍລິຄໍາໄຊ ພາຍ ໃຕ້ການເປັນປະທານຮ່ວມຂອງທ່ານ ຄໍາຜຸຍ ເທບວົງສາຮອງຫົວຫນ້າກົມກວດກາປ່າໄມ້ ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ທ່ານ ສະຫວັນຄອນ ຣາດຊະມົນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ມີທ່ານ ສອນໄຊ ພົມມະວົງ ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ, ທ່ານ ນາງ ມະໂນລີ ສີສະຫວັນ ຮອງຜູ້ອໍານວຍອົງການອະນຸລັກສັດປ່າ ຫລື WCS ປະຈໍາລາວ, ຕາງໜ້າອົງການອະນຸລັກສັດປ່າຈາກຫວຽດນາມ ແລະ ສື່ມວນຊົນຈາກສູນກາງ, ແຂວງບໍລິຄໍາໄຊ ຫວຽດນາມ ແລະ ແຂກຮັບເຊີນເຂົ້າຮ່ວມ


ທ່ານ ສະຫວັນຄອນ ຣາດຊະມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປລາວມີຄໍາເຫັນວ່າ: ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງສື່ມວນຊົນຂອງ ລາວກ່ຽວກັບວຽກງານອະນຸລັກສັດປ່າ, ສະພາບການຄ້າຂາຍສັດ, ການສະກັດກັ້ນ ແລະ ຕ້ານອາສະຍາກຳ ສັດປ່າ,ນະໂຍບາຍ,ກົດຫມາຍ ແລະ ບົດລົງໂທດ ຕໍ່ຜູ້ກະ ທໍາຜິດ,ຜົນສຳເລັດ ແລະ ສິ່ງທ້າທາຍໃນການ ບັງຄັບໃຊ້ກົດຫມາຍໃນລາວ, ເພື່ອຮຽນຮູ້ ແລະ ແລກ ປ່ຽນບົດຂຽນ ການປະຕິບັດຕົວຈິງໃນການລິ ເລີ່ມສະກັດກັ້ນ ອາສະຍາກຳສັດປ່າ ໃນປະເທດຫວຽດ ນາມທີ່ຈະນຳສະເຫນີໂດຍສື່ມວນຊົນຫວຽດນາມພ້ອມທັງເພີ່ມຄວາມຮັບຮູ້ເຂົ້າໃຈວຽກງານອະນຸລັກ ໃນພາກສະຫນາມ, ການຄ້າຂາຍສັດປ່າທີ່ຜິດກົດຫມາຍ ແລະ ການລັກລອບຂົນສົ່ງ, ນອກນີ້ ກໍ່ເພື່ອ ສ້າງໂອກາດໃຫ້ສື່ມວນຊົນ ແລະ ຜູ້ເຂົ້າຮ່ວມໄດ້ ຮຽນຮູ້ບົດຮຽນຕົວຈິງທີ່ຈັດປະຕິບັດຢູ່ພາກສະໜາມ, ເກັບກໍາເອົາຂໍ້ມູນ, ເພື່ອນໍາໄປຂຽນບົດຂ່າວໄປ ເຜີຍແຜ່ໃຫ້ສັງຄົມໄດ້ຮັບຮູ້ບັນຫາດັ່ງກ່າວ ໂດຍລົງ ຢ້ຽມຢາມພື້ນທີ່ອະນຸລັກສັດຢູ່ປ່າສະຫງວນແຫ່ງ ຊາດນໍ້າກະດິງ ແລະ ສະຖານ ທີ່ມີການ ຄ້າຂາຍ ສັດ ປ່າໃນ ແຂວງບໍລິຄໍາໄຊ.


ສ່ວນທ່ານ ຄໍາຜຸຍ ເທບວົງສາຮອງຫົວຫນ້າກົມກວດກາປ່າໄມ້ ກະຊວງ ກະສິ ກຳ ແລະ ປ່າໄມ້ ມີຄໍາເຫັນວ່າ: ຜ່ານມາ, ກົມກວດກາປ່າໄມ້, ອົງການອະນຸລັກສັດປ່າປະຈໍາລາວ ແລະ ສະມະຄົມນັກ ຂ່າວແຫ່ງ ສປປ ລາວ ໄດ້ຮ່ວມກັນທົດລອງຈັດຝຶກອົບຮົມກ່ຽວກັບການຕ້ານ ແລະ ສະກັດກັ້ນອາຊະຍາກໍາສັດປ່າໃຫ້ແກ່ສື່ມວນຊົນລາວ ເພື່ອເປັນກະບອກສຽງ ໃນການເຜີຍແຜ່ ບັນດານະໂຍບາຍ,ກົດໝາຍ , ວຽກງານອະນຸລັກ ແລະ ວຽກງານຕ້ານ ແລະ ສະກັດ ກັ້ນອາຊະຍາກໍາ ສັດປ່າໃນລາວໃຫ້ສັງຄົມໄດ້ຮັບ ຮູ້ຢ່າງທົ່ວເຖິ່ງ. ເພື່ອສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນລາວ, ເຈົ້າ ໜ້າທີ່ປ່າໄມ້ ແລະ ພາກສ່ວນກ່ຽວ ຂ້ອງອື່ນໆ ໃນການຈັດຕັ້ງປະຕິບັດໂຄງການອະນຸລັກ ເພື່ອ ເປັນເວ ທີສົນທະນາ, ແລກປ່ຽນບົດຮຽນ ແລະ ປະສົບການໃນການປະຕິບັດຕົວຈິງ. ເພື່ອເປັນການທວນຄືນ ຄວາມຮູ້ຂອງເຂົາເຈົ້າຈື່ງໄດ້ ຈັດຝຶກ ອົບຮົມອີກຄັ້ງຢູ່ທີ່ອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ໃນເດືອນ ມັງກອນປີ 2021 ແລະ ອື່ນໆ.%

ໂດຍ: ບຸນຍັງ ພຸດສະຫວັດ