ກົມສື່ມວນຊົນກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບກະຊວງສາທາລະນະສຸກ ແລະ ອົງການຢູນິເຊັບປະຈໍາລາວ ຈັດກອງປະຊຸມສື່ມວນຊົນທົ່ວປະເທດກ່ຽວກັບການທົບທວນຄືນວຽກງານສົ່ງເສີມສິດທິເດັກ, ການມີສ່ວນຮ່ວມຂອງຊຸມຊົນໃນການຄວບຄຸມ ແລະ ປ້ອງກັນພະຍາດໂຄວິດ-19 ຈັດຂື້ນໃນຕອນເຊົ້າວັນທີ 22 ສິງຫາ 2022 ທີ່ສະພາປະຊາຊົນແຂວງຫຼວງພະບາງ ນະຄອນຫລວງພະບາງ ໂດຍການເປັນປະທານຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຈັນສະໝອນ ທິບພະວັນ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼວງພະບາງ, ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານດ້ານໂຄສະນາ ແລະ ສື່ສານມວນຊົນ ຕາງໜ້າອົງການຢູນິເຊັບປະຈໍາລາວ, ດຣ ເກດເກສອນ ພະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່່ງເສີມສຸຂະພາບ ກະຊວງສາທາລະນະສຸກ, ມີບັນດາສື່ມວນຊົນອອ້ມຂ້າງກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ຂະແໜງການຕ່າງໆຈາກສູນກາງ ແລະ ສື່ມວນຊົນຈາກ 17 ແຂວງທົ່ວປະເທດເຂົ້້າຮ່ວມ.
ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວວ່າ: ຕັ້ງແຕ່ເລີ່ມກວດພົບເຫັນກໍລະນີຜູ້ຕິດເຊື້ອຜູ້ທຳອິດໃນປະເທດລາວໃນເດືອນກຸມພາປີ 2020 ສື່ມວນຊົນເຮົາໄດ້ເຮັດບົດບາດຂອງຕົນ ຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ການໂຄສະນາຕິດຕາມສະພາບການການລະບາດຂອງພະຍາດໂຄວິດ ທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມ ແລະ ເຄື່ອນໄຫວ ເອົາຂ່າວທຸກເຫດການ, ກິດຈະກຳຕ່າງໆ ຂອງຄະນະສະເພາະກິດ ເປັນຕົ້ນ: ການຮັບເຄື່ອງຊ່ວຍເຫລືອທາງດ້ານການແພດ ແລະ ຮັບການຊ່ວຍເຫລືອວັກຊີນ ຈາກພາກເອກກະຊົນ ແລະ ສາກົນ, ຕິດຕາມການຖະແຫລງຂ່າວຂອງຄະນະສະເພາະກິດທຸກມື້, ໂຄສະນາປຸກລະດົມໃຫ້ປະຊາຊົນປ້ອງກັນຕົນເອງ, ໂຄສະນາປຸກລະດົມໃຫ້ປະຊາຊົນເຂົ້າຮ່ວມຂະບວນການສັກວັກຊີນ ແລະ ອື່ນໆ
ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບອັນຮ້າຍແຮງໃນທົ່ວໂລກ, ເຮັດໃຫ້ຂະແຫນງການທ່ອງທ່ຽວ ແລະ ອຸດສາຫະກໍາ, ການບໍລິການ ໄດ້ຮັບຜົນກະທົບຫຼາຍພໍສົມຄວນ ເນື່ອງຈາກຜ່ານມາ,ນັກທ່ອງທ່ຽວທີ່ຕັດສິນໃຈມາທ່ອງທ່ຽວແມ່ນໄດ້ຍົກເລີກ ຫຼື ເລື່ອນການເດີນທາງເຂົ້າມາລາວ. ສະນັ້ນການຟື້ນຕົວທາງດ້ານເສດຖະກິດຂອງ ສປປ ລາວ ແມ່ນຂຶ້ນກັບນະໂຍບາຍທີ່ສະໜັບສະໜູນຈາກພາກທຸລະກິດ ແລະ ຄົວເຮືອນເພື່ອປັບຕົວເຂົ້າກັບສະພາບການດໍາລົງຊີວິດປົກກະຕິແບບໃໝ່ ຫຼື New normal. ພ້ອມນັ້ນ ລັດຖະບານລາວໄດ້ໃຫ້ຄໍາແນະນໍາໃນການເປີດປະເທດຈະຊ່ວຍໃຫ້ຂະແໜງການທ່ອງທ່ຽວ ແລະ ອຸດສາຫະກຳການບໍລິການກັບຄືນມາເປັນແຫຼ່ງລາຍຮັບຂອງ ສປປ ລາວ. ດັ່ງນັ້ນ ຈຶ່ງເກີດໂຄງການການສຳຫລວດພື້ນທີ່ທ່ອງທ່ຽວສີຂຽວ ເຊິ່ງການສຳຫຼວດແມ່ນກຳນົດເອົາໃນນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ແລະ ແຂວງຫຼວງພະບາງ ໂດຍເລີ່ມແຕ່ເດືອນ ກຸມພາ ເຖີງ ເມສາ 2022 ເຊິ່ງທີມງານເຮັດການສຳຫຼວດແມ່ນໄດ້ຮັບການຊີ້ນໍາ-ນໍາພາຈາກຄະນະນໍາຂອງກະຊວງສາທາລະນະສຸກ ແລະ ການນໍາຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ການສະໜັບສະໜູນຂອງຄູ່ຮ່ວມພັດທະນາ ຫຼື UNICEF. ການສຳຫຼວດຄັ້ງນີ້ແມ່ນເພື່ອຄຸ້ມຄອງການໃຫ້ບໍລິການວັກຊີນ ແລະ ອັດຕາປົກຄຸມການສັກວັກຊີນເພື່ອປ້ອງກັນໂຄວິດ-19 ຕ້ອງໃຫ້ຮັບປະກັນໄດ້ 100%, ແລະ ຕ້ອງມີມາດຕະການປ້ອງກັນໃນລະດັບສູງສຸດ ໂດຍສະເພາະແມ່ນເຂດທ່ອງທ່ຽວສີຂຽວ. ນອກຈາກເຂດທ່ອງທ່ຽວສີຂຽວແລ້ວ ຕ້ອງໄດ້ເພີ່ມທະວີອັດຕາການປົກຄຸມການສັກວັກຊີນຂອງປະເທດໃຫ້ບັນລຸເປົ້າໝາຍທີ່ລັດຖະບານວາງໄວ້ 80 ສ່ວນຮ້ອຍໃນທ້າຍປີ 2022 ໃຫ້ບັນລຸເປົ້າໝາຍ.
ກອງປະຊຸມຄັ້ງນີ້, ດໍາເນີນເລີ່ມແຕ່ວັນທີ 22 ຫາ 26 ສິງຫາ 2022 ໂດຍສໍາມະນາກອນໄດ້ຮຽນຮູ້ກ່ຽວກັບອັດຕາການສັກວັກຊິນໃນເຂດພື້ນທີ່ສີຂຽວ, ການມີສ່ວນຮ່ວມຂອງຊຸມຊົນຕໍ່ການສື່ສານປ່ຽນແປງພຶດຕິກໍາຂອງສັງຄົມກ່ຽວກັບຂໍ້ມູນຂ່່າວສານໂຄວິດ 19, ການຊຸກຍູ້ຂະບວນການສັກວັກຊິນປ້ອງກັນໂຄວິດ19, ວັກຊິນຮອບປົກກະຕິໃນລະດັບເມືອງ ລວມທັງການໂຄສະນາສົ່ງເສີມສິດທິເດັກ.
ໂດຍ: ບັນລັງທອງ


