ໃນວັນທີ 8 ເມສາ 2021 ທີ່ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ , ໄດ້ຈັດກອງປະຊຸມພົບປະ ແລກປ່ຽນຄຳຄິດເຫັນ ແລະ ປຶກສາຫາລືກ່ຽວກັບວຽກງານການໂຄສະ ນາເຜີຍແຜ່ຂໍ້ມູນຂ່າວສານທາງດ່ວນ ວຽງຈັນ-ວັງວຽງ ເພື່ອສ້າງຂອດປະສານງານ ແລະ ຄວາມເຂົ້າໃຈລະຫວ່າງ ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈຳກັດ ກັບບັນດາສື່ມວນຊົນ ກ່ຽວກັບຂໍ້ມູນ ແລະ ລະບຽບການຂອງການນຳໃຊ້ທາງດ່ວນ ເພື່ອໃຫ້ບັນດາສື່ມວນຊົນ ໄດ້ນໍາເອົາຂໍ້ມູນດັ່ງກ່າວ ໄປເຜີຍ ແຜ່ໂຄສະນາໃຫ້ປະຊາຊົນ ແລະ ສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ແລະ ກວ້າງຂວາງ. ນອກນີ້, ກໍຍັງເປັນການຫາລືກັນໃນການແກ້ໄຂບັນຫາ ຂອງການອອກຂ່າວທີ່ບິດເບືອນຄວາມຈິງ ແລະ ໃສ່ຮ້າຍປ້າຍສີຈາກສື່ສັງຄົມອອນລາຍນຳອີກ.
ທ່ານ ມາຫົງຫວາງ ຮອງປະທານ ບໍລິສັດ ຮ່ວມທຶນພັດທະນາທາງດ່ວນລາວ-ຈີນ ຈຳກັດໄດ້ລາຍງານໃຫ້ຮູ້ວ່າ: ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ແມ່ນທາງດ່ວນເສັ້ນທໍາອິດຂອງລາວ ມີຄວາມຍາວປະມານ 111 ກິໂລແມັດ ແລະ ກໍເປັນໂຄງການຍຸດທະສາດ ທີ່ສໍາຄັນເຊື່ອມໂຍງລະຫວ່າງ ຍຸດທະສາດ “ຫັນປ່ຽນປະເທດລາວ ຈາກປະເທດທີ່ບໍ່ມີທາງອອກສູ່ທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ” ແລະ ຂໍ້ລິເລີ່ມ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂອງ ສປ ຈີນ ໂດຍໄດ້ຮັບການສະໜັບສະໜູນຈາກພັກປະຊາຊົນ ປະຕິວັດລາວ, ລັດຖະບານ ແລະ ປະຊາຊົນລາວ ຊຶ່ງທາງດ່ວນໄດ້ກໍ່ສ້າງສຳເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ ແລະ ເຮັດໃຫ້ປະຫວັດສາດຂອງລາວ ທີ່ບໍ່ມີທາງດ່ວນໄດ້ສິ້ນສຸດລົງ.
ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ໄດ້ເປີດນຳໃຊ້ ໃນວັນທີ 20 ທັນວາ 2020 ຜ່ານມາ, ເຊິ່ງໄດ້ເຮັດໃຫ້ ມີຍານພາຫະນະທີ່ມານຳໃຊ້ເສັ້ນທາງດັ່ງກ່າວເປັນຈຳນວນຫລວງຫລາຍ ເນື່ອງຈາກວ່າ ການເດີນທາງຈາກ ນະຄອນຫລວງວຽງຈັນ-ວັງວຽງ ໂດຍນໍາໃຊ້ທາງດ່ວນ ເພາະໃຊ້ເວລາພຽງແຕ່ 1 ຊົ່ວໂມງກວ່າເທົ່ານັ້ນ, ເຮັດໃຫ້ສາມາດປະຢັດເວລາໄປໄດ້ 2 ຊົ່ວໂມງຈາກເວລາເດີມແມ່ນ 3,5 ຊົ່ວໂມງ. ການນຳໃຊ້ທາງດ່ວນ ບໍ່ພຽງແຕ່ເປັນການປະຢັດເວລາໃນການເດີນທາງເທົ່ານັ້ນ, ຍັງສ້າງຄວາມສະດວກສະບາຍໃນການເດີນທາງໄປທ່ອງທ່ຽວ, ປະຢັດນໍ້າມັນລົດ, ເຮັດໃຫ້ການຄ້າຂາຍ ແລະ ການສັນຈອນຂອງປະຊາຊົນທີ່ອາໄສຢູ່ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ເມືອງໂພນໂຮງ, ເມືອງຫີນເຫີບ ແລະ ເມືອງວັງວຽງ ແຂວງວຽງຈັນ ສະດວກສະບາຍຍິ່ງຂຶ້ນ.
ແຕ່ເຖິງຢ່າງໃດກໍຕາມ, ໄລຍະຜ່ານມາ ຍັງມີຜູ້ຂັບຂີ່ບາງຄົນຍັງບໍ່ໄດ້ປະຕິບັດຕາມກົດລະບຽບຈະ ລາຈອນທາງຫລວງ ກໍຄືຂອງບໍລິສັດວາງອອກໃນເວລາຂຶ້ນທາງດ່ວນ ເຮັດໃຫ້ມີອຸປະຕິເຫດເກີດຂຶ້ນ ໂດຍສະເພາະແມ່ນ ຍັງມີນັກຂັບຂີ່ບາງຄົນຂັບຂີ່ໄວເກີນຂອບເຂດ, ບໍ່ໃສ່ສາຍຮັດນີລະໄພ, ເມົາແລ້ວຂັບ. ສະ ນັ້ນ, ເນື່ອງໃນໂອກາດປີໃໝ່ລາວທີ່ຈະມາເຖິງນີ້, ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນລາວບັນດາເຜົ່າ ລວມເຖິງຜູ້ໃຊ້ໃຊ້ລົດໃຊ້ຖະໜົນເທິງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ຈົ່ງພ້ອມກັນຂັບຂີ່ພາຫະ ນະຢ່າງມີສະຕິ, ປະຕິບັດກົດລະບຽບຈາລະຈອນກໍຄືຂອງທາງດ່ວນວາງອອກຢ່າງເຂັ້ມງວດ.
Loading...