ຜູ້ນໍາອາວຸໂສທາງດ້ານສື່ມວນຊົນ ແລະ ສື່ມວນຊົນທົ່ວ ໄປຫລາຍກວ່າ 100 ຄົນ ຈາກຫລາຍກວ່າ 60 ປະເທດ ທົ່່ວໂລກເຂົ້າຮ່ວມກອງປະຊຸມປຶກສາຫາລືຂອງສື່ມວນຊົນສາກົນ ປະຈໍາປີ 2023 ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ, ສປ ຈີນ ໃນວັນທີ 14 ຕຸລາ 2023, ຊຶ່ງເປັນໜຶ່ງໃນຫລາຍກອງປະຊຸມທີ່ຈັດຂຶ້ນກ່ອນກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 3 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 17 ຫາ 18 ຕຸລາ 2023 ພາຍໃຕ້ຫົວຂໍ້: “ຮ່ວມກັນສ້າງໜຶ່ງແລວ ໜຶ່ງເສັ້ນທາງ ຢ່າງມີຄຸນນະ ພາບສູງ, ບັນລຸການພັດທະນາ ແລະ ຈະເລີນຮຸ່ງເຮືອງຮ່ວມ ກັນ” ຊຶ່ງ ທ່ານ ສີ ຈິ້ນຜິງ, ປະທານປະເທດ ແຫ່ງ ສປ ຈີນ ຈະໃຫ້ກຽດເຂົ້າຮ່ວມ.
ໃນກອງປະຊຸມຄັ້ງນີ້, ສື່ມວນຊົນສາກົນໄດ້ພ້ອມກັນສົນທະນາ ແລະ ປຶກສາຫາລືຮ່ວມກັນຢ່າງສ້າງສັນກ່ຽວກັບການປົກປ້ອງຄວາມຫລາກຫລາຍທາງດ້ານອາລິຍະທໍາ ໂດຍຜ່ານການແລກປ່ຽນ ແລະ ຮຽນຮູ້ຮ່ວມກັນຈາກພຶດຕິກໍາຕົວຈິງ ຊຶ່ງສື່ມວນຊົນຕ້ອງໃຫ້ຄວາມສໍາຄັນທາງດ້ານມໍລະດົກ, ການອະນຸລັກຮັກສາທາງປະຫວັດສາດ ແລະ ວັດທະ ນະທໍາ, ລວມເຖີງເບິ່ງຄືນປະຫວັດສາດ ແລະ ວັດທະນະທໍາທີ່ດີຂອງແຕ່ລະປະເທດ, ພ້ອມນີ້ ຕ້ອງແລກ ປ່ຽນຮຽນຮູ້, ສະໜັບສະໜູນ ແລະ ໃຫ້ການຮ່ວມມືກັນເພື່ອປົກປ້ອງສິ່ງເຫລົ່ານີ້ໄວ້ໃຫ້ຍືນຍົງຕະຫລອດໄປ ບົນພື້ນຖານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ.
ທ່ານ ນາງ ອູ໋ ຊູ, ສະມາຊິກສະພາສະມາຄົມນັກຂ່າວແຫ່ງປະເທດຈີນ ມີຄໍາເຫັນໃນກອງປະຊຸມ ໂດຍໄດຍົກໃຫ້ເຫັນຄວາມສໍາຄັນຂອງສື່ມວນຊົນໃນການການປົກປ້ອງຄວາມຫລາກຫລາຍທາງດ້ານອາລິຍະທໍາ ກໍຄື ມໍລະດົກ ແລະ ວັດທະນະທໍາທີ່ມີຄູນຄ່າຂອງແຕ່ລະປະເທດ ແລະ ຢໍ້າຄືນວ່າສື່ມວນຊັນມີບົດບາດສໍາຄັນໃນການຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງປະເທດ ແລະ ການຮ່ວມມືລະຫວ່າງສື່ມວນຊົນມີບົດບາດສໍາຄັນຊ່ວຍໃຫ້ປະຊາຊົນໃນແຕ່ລະປະເທດທົ່ວໂລກຮູ້ຈັກກັນ ແລະ ຮ່ວມກັນສົ່ງເສີມຄວາມກ້າວໜ້າທາງດ້ານອາລິຍະທໍາຂອງມວນມະນຸດ.
ສໍາລັບກອງປະຊຸມປຶກສາຫາລືຂອງສື່ມວນຊົນສາກົນ ປະຈໍາປີ 2023 ຈັດຂຶ້ນໂດຍສະມາຄົມນັກຂ່າວແຫ່ງປະ ເທດຈີນ ພາຍໃຕ້ຫົວຂໍ້: “ການຮຽນຮູ້ຮ່ວມກັນລະຫວ່າງອາລິຍະທໍາເພື່ອຄວາມຈະເລີນຮຸ່ງເຮືອງຮ່ວມກັນ-ການຄຸ້ມ ຄອງ ແລະ ການໃຊ້ປະໂຫຍດຈາກມໍລະດົກໂລກທາງວັດທະນະທໍາ”. ຊຶ່ງກ່ອນໜ້ານີ້ ສະມາຄົມນັກຄົມແຫ່ງປະເທດຈີນ ໄດ້ຈັດກອງປະຊຸມປຶກສາຫາລືຂອງສື່ມວນຊົນກ່ຽວ ກັບຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ປະຈໍາປີ 2023 ມາແລ້ວໃນວັນທີ 12 ຕຸລາ 2023 ທີ່ນະຄອນຫລວງປັກກິ່ງ.
BT, ວສລ


