ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ ກະຊວງສາທາລະນະສຸກ ຮ່ວມກັບ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ກ່ຽວກັບສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ໃຫ້ກັບສື່ມວນຊົນຂຶ້ນ ໃນວັນທີ 14 ພະຈິກ 2023 ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ.

ພາຍໃຕ້ການເປັນປະທານຂອງທ່ານ ອິນປົງ ທົງພະຈັນ ຮອງຫົວໜ້າສູນສະຖິຕິ ແລະ ຂ່າວສານ ສາທາລະນະສຸກ.

ແລະ ທ່ານ ນາງ ສິຣິພອນ ສະກຸນຄູ ຜູ້ປະສານງານ ແຜນງານສຸຂະພາບຈະເລີນພັນ ພ້ອມດ້ວຍຜູ້ຕ່າງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ແລະ ສື່ມວນຊົນເຂົ້າຮ່ວມ.

ການຍົກລະດັບຄວາມຮູ້ໃຫ້ໃນຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ກ່ຽວກັບ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນເຊັ່ນ: ການວາງແຜນຄອບຄົວ, ການຄຸມກຳເນີດ, ການດູແລແມ່ຍິງຖືພາ, ເພດສຶກສາ; ຄຳສັບກ່ຽວກັບ ວຽກງານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ; ຈັນຍາບັນຕໍ່ການລາຍງານຂ່າວ ກ່ຽວກັບວຽກງານ ສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ, ການວິເຄາະຕົວຢ່າງການລາຍງານທີ່ເໝາະສົມ ແລະ ບໍ່ເໝາະສົມ;

ແລກປ່ຽນບົດຮຽນຈາກການລົງພາກສະໜາມເອົາຂ່າວ ແລະ ອື່ນໆ ແນໃສ່ເຮັດໃຫ້ສື່ມວນຊົນຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ, ເພື່ອໂຄສະໜາເຜີຍແຜ່ໃຫ້ສັງຄົມ, ກໍຄື ປະຊົນໃນຂອບເຂດທົ່ວປະທດ ໄດ້ຮັບຮູ້ເຖິງຂໍ້ມູນຂ່າວສານສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນທີ່ຖືກຕ້ອງ ນຳໄປສູ່ການມີສຸຂະພາບທີ່ແຂງແຮງ.