ສູນສື່ສານເພື່ອສຸຂະພາບແລະສຸຂະສຶກສາກະຊວງສາທາລະນະສຸກ ຮ່ວມກັບ ອົງການຢູນີເຊັຟ ປະຈໍາລາວ ແລະສື່ມວນຊົນລາວທີ່ມາຈາກວິທະຍຸກະຈາຍສຽງແຫ່ງຊາດ, ຫນັງສືພີມປະຊາຊົນ,ວິທະຍຸກອງທັບ, ໂທລະ ພາບປ້ອງ ກັນຄວາມສະຫງົບ,ວິທະຍຸໂທລະພາບນະຄອນຫລວງ ເຄື່ອນໄຫວເກັບຂ່າວກ່ຽວກັບການເປີດຂະບວນການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຈອນສັນ ເເອນຈອນສັນໃນຕອນເຊົ້າ ວັນທີ27 ກໍລະກົດ 2021 ຢູ່ຫ້ອງການສາທາລະນະສຸກນະຄອນປາກເຊ ແຂວງຈໍາປາສັກ.
ດຣ ນາງສຸພາພັນ ສຸກຈະເລີນ ຮອງຫົວຫນ້າຫ້ອງການສາທາລະນະ ສຸກນະຄອນປາກເຊ ເໃຫ້ສໍາພາດວ່າ: ການນັກວັກຊີນປ້ອງກັນພະຍາດໂຄວິດ -19 ຢູ່ນະຄອນປາກເຊ ເລີ່ມຈັດຕັ້ງປະຕິບັດມາໄດ້ໄລຍະຫນື່ງແລ້ວ ໃນນີ້ສະເພາະວັກຊີນຈອນສອນເເອນຈອນສັນທີ່ນະຄອນປາກເຊ ໄດ້ຮັບການແບ່ງປັນຈາກລັດຖະບານ ມີທັງຫມົດ 19.250 ໂດສ ໂດຍເລີ່ມສັກແຕ່ວັນ ທີ 27 ກໍລະກົດ ເປັນຕົ້ນໄປ ເຊີ່ງຈັດລຽງຕາມບູລິມາສິດ ຢ່າງຖືຕ້ອງໃນນີ້ພະນັກງານເເພດ ຫມໍ ແລະ ຜູ້ທີ່ມີອາຍຸສູງຈະເປັນກຸ່ມບູລິມາສິດທໍາອິດ ແລະ ຂັ້ນຕອນ ໃນການສັກວັກຊີນເເມ່ນປະຕິບັດຕາມຫລັກການສາກົນກໍານົດອອກຄາວ່າຈະຈັດຕັ້ງປະຕິ ບັດໃຫ້ສໍາ ເລັດໃນໄວໆນີ້ ເພື່ອສ້າງພູມຄຸ້ມກັນຕົນເອງແລະລວມຫມູ່ໃຫ້ປະຊາຊົນ.
ນອກຈາກນີ້ ຄະນະສື່ມວນຊົນດັ່ງກ່າວ ຍັງໄດ້ໄດ້ສືບຕໍ່ເຄື່ອນໄຫວສໍາພາດການກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ່າງໆ ຂອງຄະນະສະເພາະກິດຂັ້ນແຂວງຈໍາປາວັກກ່ຽວກັບການປ້ອງກັນຄວບຄຸມແລະແກ້ໄຂການລະບາດຂອງພະຍາດໂຄວິດ19, ຕິດຕາມເບິ່ງສູນຈໍາກັດບໍລິເວນຂອງແຮງານຢູ່ຫລັກ7, ຈຸດບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ19ຢູ່ບ້ານໂພນສະອາດ, ນະຄອນປາກເຊ ແລະອື່ນໆ ຫລັງຈາກນັ້ນໃນ ວັນທີ 28-30 ກໍລະ ກົດ ຈະສືບຕໍ່ເດີນທາງເພື່ອເຄື່ອນໄຫວເກັນກໍາຂ່າວກ່ຽວກັບມາດຕະການປ້ອງກັນພະຍາດໂຄວິດ19ຢູ່ແຂວງສະສະຫວັນນະເຂດ ຕື່ມອີກ.
ສປປ ລາວ ໄດ້ຮັບວັກຊິນ ປ້ອງກັນພະຍາດ ໂຄວິດ 19 ທີ່ ມີຊື່ວ່າ ຈອນສັນ ແອນ ຈອນສັນ (J&J/Janssen) ຈໍານວນ 1,008,000 ໂດສ (doses) ຈາກ ລັດຖະບານ ປະເທດ ສະຫະລັດອາເມລິກາ ໂດຍຜ່ານໂຄງການໂຄ ແວັກ (COVAX facility) ໃນຕົ້ນເດືອນຜ່ານມາ.
ໂຄແວັກ ຫລື COVAX ແມ່ນການນຳພາຮ່ວມກັນໂດຍອົງການພັນທະ ມິດສາກົນດ້ານການສະຫນອງວັກຊິນ ແລະ ການສັກຢາກັນພະຍາດ ຫລື Gavi ຊຶ່ງແມ່ນພັນທະມິດດ້ານວັກຊີນ, ອົງການ ອະນາໄມໂລກ ຫລື WHO ແລະ ອົງການພັນທະມິດຮ່ວມມືດ້ານນະວັດຕະກໍາ ເພື່ອຮັບມືກັບພະຍາດລະບາດ ຫລື EPI, ທີ່ເຮັດວຽກຮ່ວມກັບອົງການຢູນິເຊັບ (UNICEF) ພ້ອມທັງ ທະນາຄານໂລກ, ຄູ່ຮ່ວມມື ດ້ານການພັດທະນາ, ອົງການຈັດຕັ້ງສັງຄົມ, ຜູ້ຜະລິດ, ແລະອື່ນໆ. COVAX ແມ່ນສ່ວນໜຶ່ງຂອງແຜນງານການເຂົ້າເຖິງເຄື່ອງມືໂຄວິດ-19 (ACT) ຊຶ່ງແມ່ນການຮ່ວມມືທົ່ວໂລກຄັ້ງສໍາຄັນເພື່ອເລັ່ງລັດການພັດທະນາ, ການຜະລິດ ແລະ ການເຂົ້າເຖິງຢ່າງເທົ່າທຽມກັນຕໍ່ການກວດຫາ, ການປິ່ນປົວ ແລະ ການສັກວັກຊີນກັນພະຍາດ.
Cr: ເດດອາລຸນ ແກ້ວວິໄລ


