ການຢຶດໝັ້ນຕໍ່ຈັນຍາບັນຂອງຕົນ ແມ່ນບັນຫາສໍາຄັນ ທີ່ນາຍົກລັດ ຖະມົນຕີ ເນັ້ນໜັກໃຫ້ສື່ມວນຊົນລາວ ຕ້ອງເອົາໃຈໃສ່ໃຫ້ດີທີ່ສຸດ ເພື່ອເຮັດໃຫ້ສື່ມວນຊົນສືບຕໍ່ເປັນຂົວຕໍ່ທີ່ດີລະຫວ່າງພັກ-ລັດກັບປະຊາຊົນ ແລະ ປະ ຊາຊົນກັບປະຊາຊົນດ້ວຍກັນ.
ໃນໂອກາດ ພົບປະໂອ້ລົມກັບບັນດາສື່ມວນຊົນທົ່ວປະເທດ ຜ່ານລະບົບທາງໄກ ໃນວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃຫ້ຮູ້ວ່າ: ພັກ ແລະ ລັດ ຖະບານ ຍາມໃດກໍ່ເຄົາລົບພາລະບົດບາດການເປັນສື່ມວນຊົນ ທີ່ເປັນຂົວຕໍ່ສໍາຄັນໃນການນຳເອົາແນວທາງນະໂຍບາຍ, ລະບຽບກົດໝາຍ, ມະຕິ ແລະ ຄຳສັ່ງຕ່າງໆ ຂອງພັກ-ລັດຖະບານ ໄປສູ່ປະຊາຊົນ, ພ້ອມກັນນັ້ນ ກໍນຳເອົາຄວາມມຸ່ງມາດປາຖາໜາຂອງປະຊາຊົນ, ສະພາບຄວາມເປັນຈິງຂອງປະຊາ ຊົນມາສະທ້ອນສ່ອງແສງໃຫ້ການນຳ ກໍຄືລັດຖະບານ, ສູນກາງ ແລະ ທ້ອງ ຖິ່ນໄດ້ເຫັນບັນຫາ ເພື່ອນຳມາປັບປຸງແກ້ໄຂ ໃຫ້ສອດຄ່ອງຕາມແນວທາງ ກໍ່ຄື ແຜນພັດທະນາເສດ ຖະກິດ-ສັງຄົມຂອງຊາດ ເພື່ອຜົນປະໂຫຍດຂອງຊາດຂອງປະຊາຊົນ.
ຢ່າງໃດກໍ່ຕາມ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານຂອງສື່ມວນຊົນນັບມື້ດີຂຶ້ນກວ່າເກົ່າ ທ່ານ ໄດ້ເນັ້ນໜັກໃຫ້ສື່ມວນຊົນລາວໃນທົ່ວປະເທດ ຢຶດໝັ້ນຈັນຍາບັນຂອງສື່, ນັບຖືຄວາມຈິງ, ສ່ອງແສງໃຫ້ເຫັນເຖິງພາບຄວາມເປັນຈິງຂອງວຽກງານການເມືອງ ແລະ ຄວາມມຸ່ງມາດປາຖະໜາຂອງປະຊາ ຊົນ, ການລາຍງານຂ່າວຕ້ອງມີຄວາມຈິງ, ບໍ່ຕົວະ, ບໍ່ບິດເບືອນ ແລະ ຢູ່ບົນພື້ນຖານຄວາມເປັນຈິງຢູ່ສະເໝີ.
ທ່ານ ພັນຄໍາ ວິພາວັນ ເນັ້ນໜັກຕື່ມວ່າ: ເພື່ອເຮັດໃຫ້ໄດ້ຄືດັ່ງກ່າວ ສື່ມວນຊົນ ຕ້ອງກຳໃຫ້ໄດ້ທຸກ ມະຕິ, ຄຳສັ່ງ ແລະ ບັນດາແຈ້ງການຂອງພັກ-ລັດຖະບານ ໃນແຕ່ລະໄລຍະ ເພື່ອໄປສ່ອງແສງ ຫລື ຜັນຂະຫຍາຍຕໍ່ໃຫ້ປະ ຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ຕ້ອງສະແດງສັດຈະທຳໃນຄວາມເປັນຈິງ, ບໍ່ໃສ່ຮ້າຍປ້າຍສີ, ບໍ່ບິດເບືອນ, ບໍ່ສ້າງຄວາມແຕກແຍກຢູ່ໃນສັງຄົມ, ຕ້ອງເຮັດໃຫ້ສັງຄົມມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ ເພື່ອເຮັດແນວໃດໃນການສ້າງຄວາມເຂົ້າອົກເຂົ້າໃຈກັນລະຫວ່າງພັກ-ລັດ ກັບປະຊາ ຊົນ ແລະ ປະຊາຊົນກັບປະຊາຊົນ. ສ່ວນການຍ້ອງຍໍແຕ່ງເຕີມຄວາມເປັນຈິງຈົນເກີນໄປຈະເຮັດໃຫ້ຄຸນຄ່າຂອງຄວາມຈິງນັ້ນໜ້ອຍລົງ.
ຂ່າວ: ມົດແດງນ້ອຍ
ພາບ, ວັນທອງ, ສນຍ
Loading...