ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ຢືນ ຢັນວ່າ: ສື່ເກົ່າ ຫລື ສື່ດັ້ງເດີມ ຄື: ວິທະຍຸກະຈາຍສຽງ, ໂທ ລະພາບ ແລະ ບັນດາສື່ສິ່ງພິມ ຍັງເປັນທີ່ຕ້ອງການ ແລະ ເປັນສື່ທີ່ສາມາດໄວ້ເນື້ອເຊື່ອໃຈຈາກສັງຄົມຕະຫລອດມາ, ແຕ່ຂະນະດຽວກັນ ສື່ເກົ່າຕ້ອງໄດ້ສືບຕໍ່ປັບປຸງຕົນເອງຢ່າງຕໍ່ເນື່ອງ ເພື່ອໃຫ້ເປັນທີ່ຕ້ອງການຂອງສັງຄົມຕະຫລອດໄປ.
ທ່ານ ສະຫວັນຄອນ ຣາຊມຸນຕີ, ປະທານສະມາຄົມນັກຂ່າວແຫ່ງປະ ເທດລາວ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໃຫ້ສໍາພາດວ່າ: ເຖີງວ່າປັດຈຸບັນ ເປັນຍຸກແຫ່ງເຕັກໂນໂລຊີຂໍ້ມູນຂ່າວສານທີ່ນຳໃຊ້ເຄື່ອງມືການສື່ສານທັນສະໄໝ ໂດຍມີສື່ໃໝ່ ຫລື ສື່ສັງຄົມອອນລາຍເປັນໂຕຂັບເຂື່ອນທີ່ສໍາຄັນ ແຕ່ສື່ເກົ່າ ຄື: ວິທະຍຸກະຈາຍສຽງ, ໂທລະພາບ ແລະ ບັນດາສື່ສິ່ງພິມ ຍັງເປັນທີ່ຕ້ອງການ ແລະ ສາມາດເຊື່ອຖືໄດ້ໃນສັງຄົມ ເນື່ອງຈາກມີຄວາມເປັນມືອາຊີບ, ນໍາສະເໜີຂ່າວສານຕ່າງໆ ຢ່າງຖືກຕ້ອງ ແລະ ທັນສະພາບ ການທີ່ເກີດຂຶ້ນ. ນອກຈາກນີ້ ໃນໄລຍະຜ່ານມາ ສັງເກດເຫັນໄດ້ວ່າ ເຖີງວ່າປະຊາຊົນ ກໍຄື ສັງຄົມໄດ້ຮັບຂໍ້ມູນຂ່າວ ສານຈາກແຫລ່ງຂ່າວຕ່າງໆ ມາແລ້ວ ຍັງຕ້ອງໄດ້ມາກວດເບິ່ງຄືນໃນສື່ເກົ່າເພື່ອຢືນຢັນຄວາມຖືກຕ້ອງ ແລະ ຮັບປະ ກັນບໍ່ໃຫ້ຮັບຂໍ້ມູນຂ່າວສານທີ່ຜິດພາດ ແລະ ຕົກເປັນເຫຍື່ອຂອງກຸ່ມຄົນບໍ່ດີທີ່ສວຍໃຊ້ສື່ສັງຄົມອອນລາຍໂຄສະ ນາບິດເບືອນເພື່ອສ້າງຄວາມບໍ່ສະຫງົບໃນສັງຄົມ.
ປະທານສະມາຄົມນັກຂ່າວແຫ່ງປະເທດລາວ ກ່າວຕື່ມວ່າ: ເພື່ອເຮັດໃຫ້ສື່ເກົ່າເປັນທີ່ຕ້ອງການ ແລະ ໄດ້ຮັບຄວາມນິຍົມຈາກສັງຄົມຕໍ່ໄປ, ບັນດາສື່ເກົ່າຕ້ອງໄດ້ປັບປຸງຕົນເອງຫລາຍດ້ານ ທັງທາງດ້ານເນື້ອໃນ ແລະ ເຕັກນິກ ເພື່ອເຮັດໃຫ້ການນໍາສະເໜີຂ່າວສານມີຄວາມວ່ອງໄວ, ທັນເຫດ ການ ແລະ ຮັບປະກັນຄວາມຖືກຕ້ອງ, ມີຈັນຍາບັນ ແລະ ຖືກຕ້ອງຕາມແນວທາງນະຖຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດໃນແຕ່ລະໄລຍະ ໂດຍນໍາໃຊ້ທັງສື່ເກົ່າ ແລະ ສື່ໃໝ່ທີ່ເປັນຂອງສໍານັກຕົນເອງນໍາສະເໜີຂໍ້ມູນຂ່າວສານ ເພື່ອເພີ່ມຊ່ອງທາງໃຫ້ຜູ້ບໍລິໂພກຂ່າວສານສາມາດເຂົ້າເຖີງໄດ້ຂ່າວສານໄດ້ຫລາຍຂຶ້ນກວ່າເກົ່າ. ທັງໝົດນີ້ ເພື່ອແນໃສ່ດຶງດູດຜູ້ຟັງ-ຜູ້ຊົມ ແລະ ຜູ້ອ່ານໃນສັງຄົມຫັນມາບໍລິໂພກຂ່າວສານຜ່ານສື່ເກົ່ານັບມື້ຫລາຍຂຶ້ນກວ່າເກົ່າ.
ຂ່າວ: ມົດແດງນ້ອຍ
ພາບ: ອະພິນຍາ