ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ລັດຖະບານໄດ້ມີ ການຜ່ອນຜັນມາດຕະການການປ້ອງກັນພະຍາດໂຄວິດ-19 ເຊິ່ງໄດ້ປະ ກາດເປີດຮັບນັກທ່ອງ ທ່ຽວຕ່າງປະເທດເຂົ້າມາທ່ອງ ທ່ຽວປະເທດລາວເຮົານັບແຕ່ຕົ້ນເດືອນມັງກອນ 2022 ເປັນຕົ້ນໄປໄດ້ມີບັນດາຜູ້ປະກອບການທຸລະ ກິດຂະແໜງການທ່ອງທ່ຽວກະກຽມຄວາມພ້ອມດ້ານຕ່າງໆເພື່ອເປັນເຈົ້າພາບທີ່ດີຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນນັ້ນກໍມີບໍລິສັດ ສຸດໃຈທ່ອງທ່ຽວ ຈຳກັດ ທີ່ມີສຳນັກ ງານບໍລິສັດຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.
ທ່ານ ເຄນ ວົງທອງຈິດ ປະ ທານບໍລິສັດ ສຸດໃຈທ່ອງທ່ຽວ ຈໍາກັດ ໃຫ້ສໍາພາດວັນທີ 22 ທັນວາ 2021 ວ່າ:ພາຍຫຼັງທີ່ລັດຖະບານໄດ້ມີນະໂຍບາຍຜ່ອນຜັນເປີດຮັບນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ປະເທດລາວເຮົາ ບໍລິ ສັດ ສຸດໃຈທ່ອງທ່ຽວກໍມີຄວາມພ້ອມຫຼາຍດ້ານເພື່ອຕ້ອນຮັບນັກທ່ອງທ່ຽວທີ່ຈະເຂົ້າມາໃຊ້ບໍລິ ການເປັນຕົ້ນດ້ານພະນັກງານບໍລິການ ແລະ ພະນັກງານນຳທ່ຽວໄດ້ມີການເຝິກອົບຮົມໃຫ້ ຮູ້ກ່ຽວກັບການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ ເພື່ອໃຫ້ແຂກມີຄວາມເຊື່ອໝັ້ນໃນເວລາເຂົາເຈົ້າມາໃຊ້ບໍລິການບໍ່ໃຫ້ລະແບງສົງໄສຢ້ານກົວພະຍາດ ນອກນີ້ພາຫະນະລົດບໍລິການກໍໄດ້ມີການກະກຽມເຊັກ ແລະ ທຳຄວາມສະອາດອະນາໄມສີດຢາຂ້າເຊື້ອ ເພື່ອໃຫ້ລູກຄ້າມາໃຊ້ບໍລິການແລ້ວມີຄວາມສະບາຍໃຈ ປັດຈຸບັນໄດ້ມີລູກຄ້າທີ່ເປັນນັກທ່ອງທ່ຽວແຈ້ງເຂົ້າມາບໍລິສັດເພື່ອມາທ່ອງທ່ຽວປະເທດລາວຈຳນວນຫຼາຍໃນນັ້ນຈະມີນັກທ່ອງທ່ຽວ ສ ເກົາຫຼີ ແລະ ສປ ຈີນ ທີ່ເປັນລູກຄ້າປະຈຳຂອງບໍລິສັດ.
ທ່ານປະທານບໍລິສັດ ສຸດໃຈທ່ອງທ່ຽວ ຍັງກ່າວຕື່ມວ່າ:ການກະກຽມຄວາມພ້ອມເປັນໄລຍະສັ້ນ ເພື່ອເຮັດໃຫ້ການບໍລິການລູກຄ້າວ່ອງໄວ ແລະ ທັນເວລາ ດັ່ງນັ້ນຢາກໃຫ້ພາກລັດກໍຄືຂະ ແໜງການກ່ຽວຂ້ອງທັງສູນກາງ ແລະ ທ້ອງຖິ່ນຊ່ວຍແນະນຳບໍລິສັດທ່ອງທ່ຽວບໍ່ວ່າຈະເປັນດ້ານການປະສານງານ ດ້ານຂໍ້ມູນຂ່າວສານ ແລະ ມາດຕະການປ້ອງກັນພະຍາດໂຄວິດຕາມນະ ໂຍບາຍຂອງລັດຖະບານວາງອອກ ເພື່ອເຮັດໃຫ້ທຸລະກິດພາກເອກະຊົນໄດ້ປະຕິບັດຕາມຄຳແນະ ນຳຂອງພາກລັດ ເພື່ອສ້າງຄວາມສະດວກໃຫ້ນັກ ທ່ອງທ່ຽວໃນເວລາທີ່ເຂົາເຈົ້າມາທ່ຽວທ່ອງພື້ນທີ່ທ່ອງທ່ຽວເຂດສີຂຽວໄລຍະທີ 1 ຢູ່ນະຄອນຫຼວງວຽງຈັນ ເມືອງວັງວຽງ ແຂວງວຽງຈັນ ແລະ ແຂວງຫຼວງພະບາງ ບໍລິສັດໄດ້ມີການປະສານງານໄປຍັງສະຖານທີ່ ທ່ອງທ່ຽວ ຮ້ານອາຫານ ແລະ ສະຖານທີ່ພັກເຊົາໂຮງແຮມໃນການຮອງຮັບແຂກຂອງບໍລິສັດ ໂດຍໄດ້ ແນະນຳໃຫ້ເຂົາເຈົ້າເນັ້ນຄວາມສະອາດເພື່ອໃຫ້ແຂກມີຄວາມປອດໄພຈາກພະຍາດໂຄວິດ.