ຮ້ອຍໂທ ນາງ ປີເຕີ ສິດທິວົງ ຫົວໜ້າທິມ ສູນກັກກັ້ນຈຳກັດບໍລິເວນ ຫຼັກ 27 ໄດ້ໃຫ້ການສຳພາດວ່າ: ອິງໃສ່ຄວາມຮຽກຮ້ອງຕ້ອງການ ແລະ ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບສອງຢູ່ປະເທດລາວເຮົາສູນແຫ່ງນີ້ຈຶ່ງໄດ້ຍົກລະດັບເປັນທັງສູນຈຳກັດບໍລິເວນ ແລະ ໂຮງໝໍປິ່ນປົ່ວຜູ້ທີ່ຕິດເຊື້ອໂຄວິດສິບເກົ້າພາກສະໜາມນັບແຕ່ເດືອນ ເມສາ ປີ 2021 ເປັນຕົນມາມາເຖິ່ງວັນທີ 16ກັນຍາ ນີ້ຢູ່ໂຮງໝໍປິ່ນປົ່ວພາກສະໝາມມີຜູ້ຕິດເຊື້ອທີ່ມາຈາກແຮງງານຕ່າງປະເທດທັງໝົດ 391 ຄົນ ຍິງ 206 ຄົນ ມື້ວານນີ້ມີຜູ້ຕິດເຊື້ອ 17 ຄົນ, ຍິງ 8 ຄົນ,ຊາຍ 9 ຄົນ ແລະຍັງສຶບຕໍ່ປິ່ນປົວຢູ່ໂຮງໝໍ 113 ຄົນ,ຍິງ 60 ຄົນ, ຊາຍ 53 ຄົນ. ສະເພາະສູນຈຳກັດບໍລິເວນມີຕຶກປິ່ວປົວ 6 ຫລັງ, ຫລັງໜຶ່ງປະກອບມີ 48 ຫ້ອງ ແຕ່ລະຫ້ອງສາມາດບັນຈຸໄດ້ 3-4 ຄົນ.

ຜູ້ທີ່ເຂົ້າມາຈຳກັດບໍລິເວນສູນແຫ່ງນີ້ ທາງພາກ ລັດ ແລະ ເອກະຊົນ ກໍ່ຄືຫົວໜ່ວຍທຸລະກິດໄດ້ມີການປະສານສົມທົບອົງການຈັດຕັງສາກົນໄດ້ມີການຊ່ວຍເຫຼຶ້ອທາງດ້ານງົບປະມານ ເປັນຕົນແມ່ນເຄື່ອງດືມ ແລະ ອາຫານການກິນມື້ໜຶ່ສາມຄາບ.


ຮ້ອຍໂທ ນາງ ປີເຕີ ສິດທິວົງ ຫົວໜ້າທິມ ສູນກັກກັ້ນຈຳກັດບໍລິເວນ ຫຼັກ 27 ຍັງໃຫ້ຮູ້ຕື່ມອີກວ່າ: ໂດຍອີງໃສ່ມາດຕະການໃນການປ້ອງກັນຕົນເອງ ແລະ ຂອງທ່ານໝໍແລ້ວເພື່ອບໍໃຫ້ມີຄວາມສຽງໃນການຕິດເຊື້ອແລ້ວໃນການປະຕິບັດໜ້າທີ່ໃກ້ສິດກັບຜູ້ຕິດເຊື້ອ ແລະ ຈຳກັດບໍລິເວນ ທ່ານ ໝໍຈະໄດ້ປະຕິບັດຕາຫຼັກການ ການປ້ອງກັນຢ່າງເຂັມງວດ ດ້ວຍນ້ຳໃຈ ແລະ ຈັນຍາບັນຂອງແພດປະຕິວັດເຖິ່ງວ່າຕົວເລກຜູ້ຕິດເຊື້ອຈະເພີ່ມຂື້ນໃນແຕ່ລະວັນກໍ່ຕາມບໍ່ວ່າຈະຢູ່ສູນຫຼັກ 27 ກໍ່ຄືສູນ ແລະ ໂຮງໝໍແຫ່ງຕ່າງໆໃນຂອບເຂດທົ່ວປະເທດທ່ານໝໍກໍ່ຈະເຮັດໜ້າທີ່ເບີ່ງແຍງດູແລຜູ້ຕິດເຊື້ອ ແລະ ຜູ້ທີ່ກຳລັງຕິຕາມອາກາດ້ວຍຄວາມບາກບັນດ້ວຍຄວາມຮັບຜິດຊອບສູງທີ່ການຈັດຕັງ ພັກ-ລັດ ມອບໃຫ້ມີຜົນຢ່າງຈົບງາມ.

ແຕ່ເຖິ່ງຢ່າງໃດກໍ່ຕາມພວກເຮົາການນຳ ພັກ-ລັດ ກໍ່ຄືພໍ່ແມ່ປະຊາຊົນທົ່ວປວງທັງຫຼາຍຄົງຈະພ້ອມການຈັດຕັ້ງປະຕິບັດຄຳສັ່ງຂອງທ່ານນາຍົກລັດຖະມົນຕີວ່າດ້ວຍສຶບຕໍ່ປະຕິບັດມາດຕະການປ້ອງກັນ, ຄອບຄຸມ ແລະ ສະກັດກັ້ນລະບາດຂອງພະຍາດໂຄວິດ 19

ໂດຍ: ເກນ ວິໄລສານ.