ໃນວັນທີ 12 ກັນຍາ 2022, ທ່ານ ພອນສານ ວິໄລເມັ້ງ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະ ບານລາວ ໄດ້ເດີນທາງໄປແຂວງອຸດົມໄຊ ເພື່ອມອບເງິນຈຳນວນ 40.000.000 ກີບ ຊ່ວຍເຫລືອປະຊາຊົນ ທີ່ຖືກຜົນກະທົບໄພນ້ຳຖ້ວມ ກ່າວຮັບໂດຍທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງໆອຸດົມໄຊ ທັງເປັນປະທານຊີ້ນຳແກ້ໄຂໄພພິບັດຂັ້ນແຂວງ ໂດຍມີສະຫະພັນກຳມະບານແຂວງອຸດົມໄຊເຂົ້າຮ່ວມ.
ໃນໂອກາດນີ້ ທ່ານຮອງເຈົ້າແຂວງໆອຸດົມໄຊ ໄດ້ສະແດງຄວາມຍ້ອງຍໍ ແລະ ຂອບໃຈຕໍ່ການມາຊ່ວຍເຫລືອ ພ້ອມທັງລາຍງານສະພາບຜົນກະທົບສ້າງຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊົນໂດຍຫຍໍ້ໃຫ້ຊາບໃນຄັ້ງນີ້ອີກດ້ວຍ.
Loading...