ໃນວັນທີ 6 ກຸມພາ 2023. ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານ ຮອງປະທານສູນກາງແນວລາວສ້າງຊາດ ພ້ອມຄະນະໄດ້ລົງເຮັດວຽກຢູ່ແຂວງຊຽງຂວາງ ແລະໄດ້ພົບປະກັບ ທ່ານ ດວງໄຊ ທໍຢ່າບຼົ່ງ ຮອງປະທານແນວລາວສ້າງຊາດແຂວງຊຽງຂວາງ ແລະ ພະນັກງານກ່ຽວຂ້ອງ ເພື່ອເປັນການສືບຕໍ່ປຸກລະດົມ ແລະ ຊຸກຍູ້ປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ.
ໃນໄລຍະການພົບປະ ທ່ານ ດວງໄຊ ທໍຢ່າບຼົ່ງ ໄດ້ລາຍການສະພາບ ການປະຕິບັດວຽກງານການສືບຕໍ່ປຸກລະດົມ ແລະ ຊຸກຍູ້ວຽກງານການປ້ອງກັນ ແລະ ຄວາມຄຸມພະຍາດໂຄວິດ-19 ແລະ ການໂຄສະນາປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ ໂດຍສະເພາະແມ່ນການສື່ສານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ ຢູ່ແຂວງຊຽງຂວາງ. ທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມແຜນການໂຄສະນາການສື່ສານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນແນວລາວສ້າງຊາດ ແຂວງຊຽງຂວາງ ໄດ້ຮ່ວມມືຢ່າງໃກ້ຊິດກັບພາກສ່ວນກ່ຽວຂ້ອງ ໂດຍສະເພາະແມ່ນສະຫະພັນແມ່ຍິງແຂວງ ໄດ້ເອົາໃຈໃສ່ລົງປຸກລະດົມຊຸກຍູ້ຊຸມຊົນແຫ່ງຕ່າງໆ ຢ່າງສະໝໍ່າສະເໝີ. ແຕ່ຍັງມີສິ່ງທ້າທາຍແລະຄວາມຫຍຸ້ງຍາກ ຫລາຍຢ່າງໃນການດຳເນີນກິດຈະກຳ ເນື່ອງຈາກຍັງຂາດອຸປະກອນ, ງົບປະມານ ແລະ ພາຫະນະທີ່ຈໍາປັນ ໃນການເດີນທາງໄປຊຸມຊົນເຂດຫ່າງໄກຊອກຫລີກ.”
ທ່ານ ເຍ່ຍເກີຢ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ໄດ້ກ່າວຊົມເຊີຍແນວລາວສ້າງຊາດ ແຂວງຊຽງຂວາງ ຕໍ່ຜົນສໍາເລັດໃນການປຸກລະດົມ ແລະ ຊຸກຍູ້ວຽກງານາການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການໂຄສະນາປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ ເຂດຫ່າງໄກຊອກຫລີກ. ຖືໂອກາດມາຢ້ຽມຢາມຄັ້ງນີ້ ທ່ານ ຮອງປະທານ ສນຊ ໄດ້ນໍາເອົາອຸປະກອນໂຄສະນາລວມມີເຄື່ອງ LCD project ພ້ອມດ້ວຍຈໍ ແລະ ຕູ້ລໍາໂພງເຄື່ອນທີ່ມູນຄ່າກວ່າ 10 ລ້ານກີບ ມາມອບໃຫ້ແນວລາວສ້າງຊາດແຂວງຊຽງຂວາງ ອຸປະກອນດັ່ງກ່າວແມ່ນໄດ້ຮັບການສະຫນັບສະຫນູນຈາກອົງການຢູນີເຊັບ ພາຍໃຕ້ໂຄງການການສື່ສານຕ້ານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ (RCCE) ເຊີ່ງແມ່ນກິດຈະກໍາທີ່ດໍາເນີນການເພື່ອສົ່ງເສີມການສັກຢາວັກຊີນທັງສໍາລັບ Covid-19 ແລະ ການສັກຢາປ້ອງກັນປົກກະຕິ. ກິດຈະກໍານີ້ຊຸກຍູ້ໃນການສົນທະນາຊຸມຊົນມີຄວາມເຂົ້າໃຈທີ່ສົມບູນແບບກ່ຽວກັບ Covid-19 ແລະ ການສັກຢາປ້ອງກັນພະຍາດແບບປົກກະຕິ ກິດຈະກໍາດັ່ງກ່າວແມ່ນດໍາເນີນໂດຍສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາ ແລະ ສູນກາງແນວລາວສ້າງຊາດ.
ໃນໂອກາດມອບເຄື່ງໃນຄັ້ງນີ້ ທ່ານ ດວງໄຊ ທໍຢາບະຣົ້ງ ຮອງປະທານແນວລາວສ້າງຊາດແຂວງຊຽຂວາງ ສະແດງຄວາມຂອບໃຈຜູ້ໃຫ້ທຶນສໍາລັບກິດຈະກໍາເຫຼົ່ານີ້ລວມທັງການສະຫນັບສະຫນູນອຸປະກອນແມ່ນລັດຖະບານອົດສະຕາລີ, USAID, ກອງທຶນສຸກເສີນຂອງອົງການ UNICEF ແລະ ອິຕາລີ.
ອົງການ UNICEF ແລະ ແນວລາວສ້າງຊາດ ໄດ້ເລີ່ມຕົ້ນການຮ່ວມມືໃນການປັບປຸງຊີວິດການເປັນຢູ່ ຂອງແມ່ຍິງ ແລະ ໃນ ສປປລາວ ນັບແຕ່ ປີ 2016 ໂດຍການສ້າງຄູ່ມື ແລະ ເຜີຍແຜ່ວຽກງານໂພຊະນາການ, ວຽກງານສຸຂະອະນາໄມ, ຄວາມຮຸນແຮງຕໍ່ເດັກນ້ອຍ ແລະ ການພັດທະນາໄວເດັກ.
ໄລຍະຜ່ານມາ, ເມືອງຄໍາ ແລະ ເມືອງຫນອງແຮັດ ແລະ ຫ້ອງການແນວລາວສ້າງຊາດແຂວງຊຽງຂວາງ ແມ່ນ ໄດ້ຮັບການສະຫນັບສະຫນູນດ້ານອຸປະກອນຕ່າງໆ ເຊັ່ນ: ຄອມພິວເຕີ, Notebook, LCD projector, ລໍາໂພງເຄື່ອນທີ່ ແລະ ອື່ນໆ ສູນກາງແນວລາວສ້າງຊາດ ໃນໂຄງການຂອງປະເທດທີ່ຜ່ານມາແມ່ນຈໍາກັດຫຼາຍ.
ໃນໂອກາດການມາຮ່ວມເຮັດວຽກຢູ່ແຂວງຊຽງຂວາງ ໃນຄັ້ງນີ້ ທ່ານ ຕະບອງເພັດ ພຸດທະວົງ ຜູ້ຊ່ຽວຊານວຽກງານໂຄສະນາ ແລະ ສື່ສານມວນຊົນ ອົງການຢູນີເຊັບ ໄດ້ກ່າວຊົມເຊີຍຜົນສຳເລັດຂອງການໂຄສະນາວຽກງານການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແລະ ການໂຄສະນາປັບປຸງຊິວິດການເປັນຢູ່ຂອງແມ່ຍິງ ແລະ ເດັກ ໂດຍສະເພາະ ການສື່ສານຄວາມສ່ຽງ ແລະ ການມີສ່ວນຮ່ວມຂອງຊຸມຊົນ ແລະ ຫວັງວ່າຈະໄດ້ຮັບການຮ່ວມມືເປັນຢ່າງດີຕໍ່ໄປ. ອົງການຢູນີເຊັບ ແມ່ນມີຄວາມຫມຸ້ງຫມັ້ນທີ່ຈະໃຫ້ການສະຫນັບສະຫນູນສູນກາງແນວລາວສ້າງຊາດ ໃນການປະຕິບັດ ໂຄງການທີ່ສໍາຄັນດັ່ງກ່າວ.
