ຕອນບ່າຍວັນທີ 6 ມິຖຸນາ 2022 ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດສະເຫຼີມສະຫຼອງສອງວັນປະຫວັດສາດ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ ເຊິ່ງສູນກາງແນວລາວສ້າງຊາດ ມີແຜນການເຄື່ອນໄຫວ, ແລະຈັດກິດຈະກຳ ກ່ຽວກັບວຽກງານການຮ່ວມມືຂອງສອງວັນປະຫວັດສາດລວມມີ 5 ກິດຈະກຳ.
ທ່ານ ຈັນທະວົງ ແສນອາມາດມົນຕີ ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງວັນປະຫວັດສາດ ເຊິ່ງ ສອງຊາດລາວ ແລະ ຫວຽດນາມ ຍາມໃດກໍຄຽງບ່າຄຽງໄຫຼ່, ຮ່ວມທຸກຮ່ວມສຸກ, ເພີ່ມພູນຄູນສ້າງເປັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ, ກາຍເປັນຊັບສິນອັນລໍ້າຄ່າ, ແຫຼ່ງພະລັງປະເສີດທີ່ສຸດ, ແມ່ນປັດໃຈສຳຄັນຍິ່ງ ເພື່ອຮັບປະກັນຜົນສຳເລັດຂອງການປະຕິວັດແຕ່ລະປະເທດ. ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອຳນວຍນັ້ນ, ສອງຊາດລາວ-ຫວຽດນາມ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 5/9/1962 ນີ້ແມ່ນເຫດການປະຫວັດສາດສຳຄັນ, ໄດ້ເປັນຂີດໝາຍທີ່ສຳຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ, ເປັນການຢືນຢັນເຖິງຄວາມຕິດພັນດ້ານຊະຕາກຳຂອງສອງຊາດ ໃນຂະບວນການຕໍ່ສູ້ປົດປ່ອຍຍາດເອກະລາດຊົນຊາດ ແລະ ທ້ອນໂຮມປະເທດຊາດ.
ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975, ເພື່ອເສີມຂະຫຍາຍສາຍພົວພັນ ລາວ-ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບໃຫ້ກ້າວສູ່ລວງເລິກ ສອງປະເທດໄດ້ລົງນາມສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977, ໃນນັ້ນໄດ້ເນັ້ນໜັກ: ‘ສາຍພົວພັນພິເສດລາວ-ຫວຽດ ນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມທຸກຮ່ວມສຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດ ເປັນມູນເຊື້ອໜຶ່ງທີ່ປະ ເສີດ, ເປັນກຳລັງແຮງຊະນະເລີດ ຂອງສອງຊາດ, ສອງພັກ….’ ສີ່ສິບຫ້າປີຜ່ານມາ, ສົນທິສັນຍາສະບັບນີ້ ໄດ້ກາຍເປັນພື້ນຖານອັນໜັກແໜ້ນ ທາງດ້ານການເມືອງ, ນິຕິກໍາອັນສໍາຄັນ ເພື່ອປັບປຸງ ແລະ ເສີມຂະຫຍາຍສາຍພົວພັນ ລະຫວ່າງສອງປະເທດ ໃຫ້ກ້າວຂື້ນຢ່າງບໍ່ຢຸດຢັ້ງ, ຮັບໃຊ້ຢ່າງແຂງແຮງໃຫ້ແກ່ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ຂອງແຕ່ລະປະເທດ.
ສະເພາະ ການພົວພັນຮ່ວມມືຂົງເຂດແນວໂຮມຂອງສອງປະເທດ ທ່ານ ຈັນທະວົງ ແສນອາມາດມົນຕີ ,ຮອງປະທານສູນກາງແນວລາວສ້າງຊາດ ໄດ້ຍົກໃຫ້ເຫັນ ອົງການແນວລາວສ້າງຊາດ ໄດ້ມີການພົວພັນ ແລະ ຮ່ວມມື ກັບແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ຄະນະກຳມະການຊົນຊາດ ແຫ່ງລັດຖະບານ ສສ.ຫວຽດນາມ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ.ຫວຽດນາມ .
ເພື່ອເຮັດໃຫ້ການພົວພັນຮ່ວມມືໃນຂົງເຂດວຽກງານແນວລາວສ້າງຊາດ, ສູນກາງແນວລາວສ້າງຊາດ ໄດ້ມີແຜນການເຄື່ອນໄຫວ, ກິດຈະກຳ ກ່ຽວກັບວຽກງານການຮ່ວມມືຂອງສອງວັນປະຫວັດສາດມີ 5 ກິດຈະກຳ ຄື:
1: ຈັດກອງປະຊຸມທາງໄກຮ່ວມກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ, ຄະນະຂົນຂວາຍສູນກາງພັກກອມມູນິດຫວຽດນາມ, ຄະນະກຳມະການຊົນເຜົ່າ ແລະ ຄະນະກຳມະການສາສະໜາ ແຫ່ງ ລັດຖະບານ ສສ.ຫວຽດນາມ;
2: ຢ້ຽມຢາມ ແລະ ພົບປະກັບຝ່າຍຫວຽດນາມຢູ່ທີ່ຊາຍແດນດ່ານລາວບາວ ແຂວງ ສະຫວັນນະເຂດ;
3: ຈັດຕັ້ງພິທີປາຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ພ້ອມທັງເລົ່າມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 72 ປີ;
4: ແຂ່ງຂັນ ຂຽນບົດຄວາມກ່ຽວກັບສາມັກຄີມິດຕະພາບ ລາວ-ຫວຽດນາມ;
5: ງານວາງສະແດງຮູບພາບ-ວັດຖຸພັນ ແລະ ງານວາງສະແດງເທດສະການອາຫານ ລາວ-ຫວຽດນາມ;
ສະນັ້ນ, ໃນໂອກາດສະເຫຼີມສະຫຼອງ ອັນມີຄວາມໝາຍປະຫວັດສາດນີ້, ທ່ານ ຈັນທະວົງ ແສນອາມາດມົນຕີ ຮອງປະທານສູນກາງແນວລາວສ້າງຊາດ ຕາງໜ້າໃຫ້ຄະນະພັກ, ຄະນະນຳສູນກາງແນວລາວສ້າງຊາດ ພ້ອມດ້ວຍພະນັກງານ-ລັດຖະກອນທັງໝົດ ຂອງ ສູນກາງແນວລາວສ້າງຊາດ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງຕໍ່ ການນຳພັກ-ລັດ ຂອງສອງປະເທດ ໄດ້ສ້າງເງື່ອນໄຂ ເອື້ອອຳນວຍຄວາມສະດວກດ້ານຕ່າງໆ ໃຫ້ອົງການແນວລາວສ້າງຊາດ ແລະ 4 ພາກສ່ວນຄູ່ຮ່ວມງານຂອງຫວຽດນາມ ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ການເມືອງ, ຄວາມຮັບຜິດຊອບ ບົນພື້ນຖານການພົວພັນຮ່ວມມື ອັນເອກອ້າງທະນົງໃຈ ແລະ ສາມາດຍາດໄດ້ຜົນສຳເລັດອັນສະຫງ່າງາມ.
ອວຍພອນ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ຕະຫຼອດໄປ.