ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຕອນບ່າຍຂອງວັນທີ 15 ສິງຫາ 2022 ຢູ່ທີ່ສະຫະພັນບານເຕະແຫ່ງຊາດລາວໄດ້ມີພິທີມອບເຄື່ອງກິລາໃຫ້ກໍາມະການຕັດສິນໃນລາຍການແຂ່ງຂັນກິລາບານເຕະເຍົາວະຊົນລາວອາຍຸ ບໍ່ເກີນ15ປີ( U15) ແລະ ອາຍຸບໍ່ກີນ18ປີ (U18)ຊິງຂັນສຕລ ປະຈໍາປີ 2022,ເຊິ່ງໃຫ້ກຽດມອບໂດຍທ່ານ ບຸນສູງ ຄົມຂາວ ຫົວໜ້າພະແນກການຕະຫຼາດສູນຈໍາໜ່າຍເຄື່ອງກິລາ ອີໂວ (EVOStore) ແລະ ກ່າວຮັບຈາກທ່ານ ໄຊປະເສີດ ພົງສະນິດ ຫົວໜ້າພະແນກກໍາມະການຕັດສິນສະຫະພັນບານເຕະແຫ່ງຊາດລາວ,ໂດຍການໃຫ້ກຽດເຂົ້າຮວ່ມຂອງທ່ານຄໍາແພງ ວົງຂັນຕີ ຮອງປະທານສະຫະພັນບານເຕະແຫ່ງຊາດລາວ,ທັງເປັນຫົວຫນ້າ ອະນຸກໍາມະການຕັດສິນ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດວ້ຍແຂກຖືກເຊີນແລະຜູ້ຕາງໜ້າທັງສອງພາກສ່ວນເຂົ້າຮ່ວມນຳ.ເຄື່ອງກິລາທີ່ມອບໃຫ້ ຄັ້ງ ນີ້ລວມມີມູນຄ່າ 25 ລ້ານກວ່າກີບ.
Cr: ສຕລ