ມື້ນີ້, ພວກເຮົາມີຄວາມປິຕິຊົມຊື່ນ ຈັດຕັ້ງພິທີໂຮມຊຸມນຸມ ສະເຫຼີມ ສະຫຼອງວັນປະກາດໃຊ້ລັດຖະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ (15 ສິງຫາ 1991 -15 ສິງຫາ 2021) ຖືເປັນເຫດການ ການເມືອງທີ່ມີຄວາມໝາຍປະຫວັດສາດສໍາຄັນອີກວັນໜຶ່ງຂອງຊາດລາວເຮົາ. ທັງເປັນໂອກາດ ທີ່ພວກເຮົາ ຈະໄດ້ຫວນຄືນປະຫວັດສາດອັນຍາວນານຂອງຊາດເຮົາອີກຄັ້ງໜຶ່ງ ເຖິງຄວາມເປັນມາຂອງຊາດລາວເຮົາ ແລະ ທົບທວນຄືນຂະບວນວິວັດ ແຫ່ງການຕໍ່ສູ້ອັນຍາວນານ ຂອງບັນພະລຸດລາວເຮົາ, ຈົນກ້າວມາເຖິງຈຸດສູງທາງປະຫວັດສາດ ຂອງຊາດເຮົາ ຄື ການໄດ້ມາເຊິ່ງລັດຖະທໍາມະນູນສະບັບທໍາອິດ ຂອງລະບອບໃໝ່ທີ່ໄດ້ຊື່ວ່າ : ລັດຖະທໍາມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.ການທີ່ຖືວ່າ ລັດຖະທຳມະນູນສະບັບປະຖົມມະເລີກ ຂອງລັດເຮົາ ທີ່ສະພາປະຊາຊົນສູງສຸດ ມີມະຕິຕົກລົງຮັບຮອງເອົາ ໃນວັນທີ 14 ເມສາ 1991 ແລະ ປະທານປະເທດ ໄດ້ອອກລັດຖະດໍາລັດປະກາດໃຊ້ ໃນວັນທີ 15 ສິງຫາ 1991, ນີ້ຖືໄດ້ວ່າ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງເປັນຮູບປະທໍາຢ່າງແທ້ຈິງ ໃນຜືນແຜ່ນດິນແຫ່ງນີ້. ລັດຖະທໍາມະນູນ ທີ່ຖືໄດ້ວ່າ ເປັນກົດໝາຍແມ່ ຫຼື ອາດເວົ້າໄດ້ວ່າ ເປັນແມ່ ແຫ່ງກົດໝາຍສະບັບນີ້, ແມ່ນໄດ້ມາຈາກໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານ, ເຕັມໄປດ້ວຍຄວາມເສຍສະຫຼະ ຂອງບັນພະບູລຸດເຮົາ. ໂດຍສະເພາະພາຍຫຼັງມີພັກປະຕິວັດນໍາພາ ທີ່ນໍາໂດຍ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ແລະ ບັນດາສະຫາຍ ການນໍາລຸ້ນກໍ່ຕັ້ງ ທີ່ໄດ້ເດັດດ່ຽວໜຽວແໜ້ນ, ນຳພາປະຊາຊົນຕໍ່ສູ້ ເພື່ອໃຫ້ໄດ້ມາເຊິ່ງ ເອກະລາດແຫ່ງຊາດ, ອໍານາດອະທິປະໄຕ, ເສລີພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ກ້າວໄປສູ່ການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າອົງອາດ ແລະ ຈາກນັ້ນ ໄດ້ໃຊ້ເວລາປະມານ 16 ປີ ຈຶ່ງສາມາດປະກາດໃຊ້ລັດຖະທໍາມະນູນ ສະບັບທໍາອິດຂອງຊາດ, ເຊິ່ງພວກເຮົາໄດ້ເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງ ຢ່າງສະຫງ່າຜ່າເຜີຍ ໃນເວລານີ້, ໃນສະຖານທີ່ ທີ່ມີຄວາມສັກສິດແຫ່ງນີ້.
ໃນເວທີອັນເຄັ່ງຂຶມນີ້, ຂ້າພະເຈົ້າ ຂໍເຊີນທຸກໆທ່ານ ທີ່ເຂົ້າຮ່ວມພິທີຈົ່ງລຸກຢືນຂຶ້ນ ເພື່ອກົ້ມຫົວໄຫ້ວອາໄລເຖິງດວງວິນຍານ ຂອງບັນດາຜູ້ນໍາປະຕິວັດ, ບັນພະບຸລຸດ ແລະ ວິລະຊົນ, ນັກຮົບ ແລະ ປະຊາຊົນລາວບັນດາເຜົ່າ ທີ່ໄດ້ເສຍສະຫຼະຊີວິດ,ອຸທິດຕົນ ເພື່ອຊາດ ເພື່ອປະຊາຊົນ…
– ບັນດາທ່ານ, ບັນດາສະຫາຍ,
– ເພື່ອນມິດ, ປວງຊົນລາວທົ່ວປະເທດ ທີ່ ຮັກແພງທັງຫຼາຍ,
ຂ້າພະເຈົ້າ ຂໍອະນຸຍາດອ່ານຄືນ ຄໍານໍາ ຂອງລັດຖະທຳມະນູນ ສະບັບທໍາອິດໃຫ້ທຸກໆຄົນ ໄດ້ຮັບຊາບອີກເທື່ອໜຶ່ງ ດັ່ງນີ້ : ຄໍານໍາໄດ້ຂຽນໄວ້ວ່າ: “ ນັບເປັນເວລາຫຼາຍພັນປີມາແລ້ວ ທີ່ ປະຊາຊົນລາວບັນດາເຜົ່າ ໄດ້ດໍາລົງຄົງຕົວ ແລະ ຂະຫຍາຍຕົວ ຢູ່ບົນດິນແດນອັນແສນຮັກແຫ່ງນີ້. ກ່ອນນີ້, 6 ສັດຕະວັດກວ່າ ໃນສະໄໝເຈົ້າຟ້າງຸ່ມ, ບັນພະບູລຸດ ຂອງພວກເຮົາ ໄດ້ກໍ່ຕັ້ງປະເທດລ້ານຊ້າງ ເອກະພາບ ແລະ ສ້າງໃຫ້ຈະເລີນຮຸ່ງເຮືອງ.ຕັ້ງແຕ່ສັດຕະວັດທີ 18 ເປັນຕົ້ນມາ, ແຜ່ນດິນລາວ ໄດ້ຖືກບັນດາອິດທິກຳລັງປໍລະປັກພາຍນອກຈ້ອງມອງ ແລະ ຮຸກຮານຢູ່ສະເໝີ. ປະຊາຊົນເຮົາ ໄດ້ພ້ອມກັນເສີມຂະຫຍາຍ ມູນເຊື້ອອັນພິລະອາດຫານ ບໍ່ຍອມຈຳນົນ ຂອງບັນພະບູລຸດ ແລະໄດ້ຕໍ່ສູ້ຢ່າງຕໍ່ເນື່ອງ, ໜຽວແໜ້ນ ເພື່ອກອບກູ້ ເອກະລາດ ແລະ ອິດສະລະພາບ.
ໃນ 60 ປີ ມານີ້, ພາຍໃຕ້ການນໍາພາອັນຖືກຕ້ອງ ຂອງພັກກອມມູນິດອິນດູຈີນໃນເມື່ອກ່ອນ ແລະ ພັກປະຊາຊົນລາວ ໃນປະຈຸບັນ, ປະຊາຊົນລາວບັນດາເຜົ່າ ໄດ້ເນີນການຕໍ່ສູ້ ອັນຫຍຸ້ງຍາກລໍາບາກ ແລະ ເຕັມໄປດ້ວຍຄວາມເສຍສະລະ ຈົນສາມາດທັບມ້າງແອກຄອບຄອງ, ກົດຂີ່ ຂອງພວກລ່າເມືອງຂຶ້ນ ແລະ ລະບອບສັກດີນາ, ປົດປ່ອຍປະເທດຊາດຢ່າງສົມບູນ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ອັນໄດ້ໄຂສັງກາດໃໝ່, ສັງກາດ ທີ່ປະເທດຊາດ ມີເອກະລາດ ແລະ ປະຊາຊົນໄດ້ມີອິດສາລະພາບຢ່າງແທ້ຈິງ.
ໃນຊຸມປີຜ່ານມາ, ປະຊາຊົນເຮົາ ໄດ້ພ້ອມກັນປະຕິບັດ ສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ເຊິ່ງໄດ້ຮັບໝາກຜົນເບື້ອງຕົ້ນ ອັນເປັນໜ້າພູມໃຈ. ມາໃນໄລຍະນີ້, ຊີວິດສັງຄົມ ໄດ້ຮຽກຮ້ອງໃຫ້ລັດເຮົາ ຕ້ອງມີລັດຖະທໍາມະນູນ, ລັດຖະທຳມະນູນນີ້, ແມ່ນລັດຖະທຳມະນູນ ຂອງລະບອບປະຊາທິປະໄຕ ປະຊາຊົນ ຢູ່ປະເທດເຮົາ, ມັນໄດ້ຮັບຮູ້ຜົນງານອັນຍິ່ງໃຫຍ່ ທີ່ປະຊາຊົນເຮົາຍາດມາໄດ້ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ສ້າງສາປະເທດຊາດ; ກໍານົດລະບອບການເມືອງ ແລະ ລະບົບການຈັດຕັ້ງກົງຈັກລັດ ໃນໄລຍະໃໝ່, ໃນປະຫວັດສາດຂອງຊາດເຮົາເທື່ອນີ້, ເປັນເທື່ອທໍາອິດ ທີ່ໄດ້ກຳນົດສິດເປັນເຈົ້າ ຂອງປະຊາຊົນຢູ່ໃນກົດໝາຍພື້ນຖານຂອງຊາດ.
ລັດຖະທໍາມະນູນສະບັບນີ້, ແມ່ນໝາກຜົນ ຂອງຂະບວນວິວັດແຫ່ງການປະກອບຄຳເຫັນ ຂອງປະຊາຊົນ ໃນທົ່ວປະເທດ ທີ່ສ່ອງແສງເຖິງ ເຈດຈຳນົງອັນຍາວນານ ແລະ ຄວາມຕັດສິນໃຈຢ່າງແຮງກ້າ ຂອງວົງຄະນາຍາດແຫ່ງຊາດ ທີ່ຈະພ້ອມກັນສູ້ຊົນ ຈົນບັນລຸຈຸດໝາຍ ສ້າງປະເທດລາວ ໃຫ້ເປັນປະເທດ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ ”.
ຕໍ່ໄປນີ້, ຂ້າພະເຈົ້າ ຂໍຍົກເອົາບາງມາດຕາ ທີ່ເວົ້າເຖິງລະບອບການເມືອງ ດັ່ງນີ້: ມາດຕາທີ 1: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນປະເທດ ເອກະລາດ, ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນໍ້າ ແລະ ນ່ານຟ້າ; ເປັນປະເທດເອກະພາບ ຂອງທຸກຊົນເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້;
ມາດຕາທີ 2: ລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນລັດປະຊາທິປະໄຕປະຊາຊົນ, ອຳນາດທັງໝົດ ເປັນຂອງປະຊາຊົນໂດຍ ປະຊາຊົນ ແລະ ເພື່ອຜົນປະໂຫຍດ ຂອງປະຊາຊົນບັນດາເຜົ່າ, ເຊິ່ງປະກອບດ້ວຍ ບັນດາຊັ້ນຄົນຢູ່ໃນສັງຄົມ ໂດຍແມ່ນກຳມະກອນ, ກະສິກອນ ແລະ ນັກຮຽນຮູ້ ປັນຍາຊົນເປັນຫຼັກແຫຼ່ງ;
ມາດຕາທີ 3: ສິດເປັນເຈົ້າປະເທດຊາດ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການປະຕິບັດ ແລະ ຮັບປະກັນດ້ວຍການເຄື່ອນໄຫວ ຂອງລະບົບການເມືອງ ເຊິ່ງມີ ພັກປະຊາຊົນປະຕິວັດລາວ ເປັນແກນນໍາ.
ບັນດາສະຫາຍ ທີ່ ຮັກແພງ !
ພວກເຮົາ ມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າ ໃນຕະຫຼອດໄລຍະ 46 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນໍາພາຂອງພັກ ປະຊາຊົນປະຕິວັດລາວ ໂດຍສະເພາະໃນໄລຍະ 30 ປີຜ່ານມາ, ພາຍໃຕ້ລັດຖະທໍາມະນູນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະເທດຊາດ ຂອງພວກເຮົາ ຈາກທີ່ເຄີຍເປັນເມືອງຂຶ້ນ ໄດ້ກາຍເປັນປະເທດ ທີ່ມີເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປະຊາຊົນບັນດາເຜົ່າ ຈາກທີ່ເປັນຂ້ອຍຂ້າມ້າໃຊ້, ທົນທຸກທໍລະມານຢ່າງແສນສາຫັດ ຈາກການກົດຂີ່ຂູດຮີດ ໄດ້ກາຍເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ, ຊີວິດການເປັນຢູ່ ໄດ້ຮັບການປັບປຸງ ແລະ ຍົກລະດັບສູງຂຶ້ນ ຢ່າງຕໍ່ເນື່ອງ, ສິດເປັນເຈົ້າ ແລະ ປະຊາທິປະໄຕ ຂອງປະຊາຊົນລາວ ບັນດາເຜົ່າ ໄດ້ຮັບການຄໍ້າປະກັນດ້ວຍລັດຖະທໍາມະນູນ ແລະ ກົດໝາຍ; ລະບົບແຫ່ງອຳນາດລັດ ໄດ້ຮັບການປັບປຸງ, ບູລະນະ ໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງຂຶ້ນ, ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍໄດ້ຮັບການຍົກສູງທາງດ້ານຄຸນນະພາບ; ສປປ ລາວ ມີທີ່ຕັ້ງ, ຖານະບົດບາດ ສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ມາເຖິງປະຈຸບັນນີ້, ຢູ່ ສປປ ລາວ ຂອງພວກເຮົາ ໄດ້ປະກາດໃຊ້ກົດໝາຍ ຈໍານວນ 156 ສະບັບ, ລັດຖະບັນຍັດ ຈໍານວນ 37 ສະບັບ ແລະ ມີລັດຖະດໍາລັດ ທີ່ອອກມາຮັບໃຊ້ສັງຄົມ, ເຊິ່ງກວມເອົາທຸກຂົງເຂດ ຂອງທົ່ວສັງຄົມ ເກືອບວ່າຄົບຖ້ວນພໍສົມຄວນແລ້ວ.
ບັນດາສະຫາຍ ທີ່ ຮັກແພງທັງຫຼາຍ !
ເມື່ອຫວນຄືນໄລຍະກ່ອນ ມີລັດຖະທຳມະນູນນັ້ນ, ພັກເຮົາ ຖືກອງປະຊຸມໃຫຍ່ ຂອງພັກ ຄັ້ງທີ IV ໃນປີ 1986 ເປັນຂີດໝາຍການເລີ່ມຕົ້ນຂະບວນວິວັດແຫ່ງການປ່ຽນແປງໃໝ່ຂອງແນວທາງຂອງພັກ ພາຍໃຕ້ແນວຄິດລິເລີ່ມ ຂອງ ປະທານ ໄກສອນ ພົມວິຫານ, ເຊິ່ງໄລຍະຕໍ່ມາ ກອງປະຊຸມສູນກາງພັກ ສະໄໝທີ IV, ຫຼາຍກອງປະຊຸມໄດ້ມີການຄົ້ນຄວ້າ ຢ່າງເປັນລະບົບ ຈົນເຖິງກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ ໄດ້ສືບຕໍ່ບູລະນະ ແລະ ຈັດຕັ້ງຜັນຂະຫຍາຍໃຫ້ເປັນອັນລະອຽດ ແລະ ກາຍເປັນແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ຂອງພັກ, ເຊິ່ງໃນນັ້ນ ກໍຖືກຫັນເປັນລັດຖະທໍາມະນູນ ແລະ ກົດໝາຍ ເພື່ອໃຫ້ມີບ່ອນອີງ ທີ່ໜັກແໜ້ນ ໃນການປະຕິບັດໃຫ້ເປັນຮູບປະທຳ, ລັດຖະທໍາມະນູນສະບັບທໍາອິດນີ້, ມັນເປັນການຢັ້ງຢືນເຖິງໝາກຜົນ ລວມຍອດ ແຫ່ງການຕໍ່ສູ້ອັນລະອິດລະອ້ຽວ, ຍືດເຍື້ອ ແລະ ຜົນງານອັນຍິ່ງໃຫຍ່ ທີ່ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ ໃນຕະຫຼອດໄລຍະພາລະກິດແຫ່ງການປະຕິວັດຊາດ-ປະຊາທິປະໄຕ, ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ກໍຄືໃນພາລະກິດປ່ຽນແປງໃໝ່, ເປັນການຢືນຢັນທາງດ້ານກົດໝາຍສູງສຸດ ຂອງລັດ ເຖິງຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ທີ່ເປັນເອກະພາບ ຂອງ ສປປ ລາວ ເຮົາກໍຄືຂອງປະຊາຊົນລາວບັນດາເຜົ່າ ທີ່ຕັດແຍກອອກຈາກກັນບໍ່ໄດ້; ແມ່ນການສ່ອງແສງອອກຢ່າງຈະແຈ້ງ ເຖິງຄວາມມຸ່ງມາດປາດຖະໜາອັນສູງສົ່ງ ແລະ ຄວາມເດັດດ່ຽວ ຕັດສິນໃຈອັນແຮງກ້າ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນປະຕິວັດລາວ ທີ່ຈະພ້ອມກັນບຸກບືນສູ້ຊົນສ້າງລັດ ທີ່ມາຈາກປະຊາຊົນ ໃຫ້ເປັນລັດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ຢ່າງແທ້ຈິງ; ບັນລຸຈຸດໝາຍ ປະເທດຊາດ ມັ່ງຄັ່ງເຂັ້ມແຂງ, ປະຊາຊົນ ຮັ່ງມີຜາສຸກ, ສັງຄົມ ມີຄວາມສາມັກຄີເປັນປຶກແຜ່ນ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.
ຮຽນ ບັນດາທ່ານ, ບັນດາສະຫາຍ !
ໃນໂອກາດນີ້, ຂ້າພະເຈົ້າ ຢາກຂໍທົບທວນຄືນຄວາມເອົາໃຈໃສ່, ການໃຫ້ທິດຊີ້ນໍາຢ່າງໃກ້ຊິດ ຂອງປະທານ ໄກສອນ ພົມວິຫານ ໃນຂະບວນວິວັດ ແຫ່ງການຮ່າງ ແລະ ປັບປຸງຮ່າງລັດຖະທຳມະນູນ ຈົນເຖິງສັງລວມ ເປັນຮ່າງສະບັບສຸດທ້າຍ ຂອງລັດຖະທຳມະນູນ ສະບັບທໍາອິດ ເພື່ອລົງໄປຜ່ານຄໍາເຫັນ ຂອງປະຊາຊົນທົ່ວປະເທດນັ້ນ,ປະທານ ໄກສອນ ພົມວິຫານ ໄດ້ມີການຊີ້ນຳຢ່າງໃກ້ຊິດເປັນໄລຍະໆ. ສະແດງອອກໃນກອງປະຊຸມກົມການເມືອງ ສະໄໝທີ IV ທີ່ນໍາເອົາຮ່າງລັດຖະທຳມະນູນເຂົ້າປຶກສາ. ເພິ່ນໄດ້ແນະນໍາ, ຕັ້ງຄໍາຖາມລະອຽດ ເປັນແຕ່ລະຂໍ້, ແຕ່ລະມາດຕາ ເພື່ອໃຫ້ຄະນະຮ່າງລັດຖະທຳມະນູນ ນຳໄປວິໄຈ, ຄົ້ນຄວ້າ ບັນດາທັດສະນະພື້ນຖານຂອງພັກທີ່ກໍານົດໃນກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ເພື່ອເປັນບ່ອນອີງ ໃຫ້ແກ່ການກຳນົດແນວທາງປ່ຽນແປງໃໝ່ ແລະ ຕ້ອງໄດ້ລະບຸແຈ້ງເຂົ້າໃນລັດຖະທຳມະນູນ ທີ່ເປັນກົດໝາຍແມ່ ຂອງຊາດ ເຊັ່ນ :
1. ໝົດທຸກອໍານາດແມ່ນລ້ວນແຕ່ເປັນ ຂອງປະຊາຊົນ, ລັດແມ່ນລັດ ຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ… ເມື່ອເວົ້າຕໍ່ອີກວ່າ ອໍານາດ ຂອງປະຊາຊົນ ມີເນື້ອໃນກວ້າງຂວາງທີ່ສຸດ, ອໍານາດນີ້ ຈະໄດ້ຮັບການປະຕິບັດຢ່າງຄົບຖ້ວນ ໂດຍຜ່ານຫຼາຍການຈັດຕັ້ງ, ຫຼາຍຮູບການ ແລະ ລະບຽບການ..;
2. ພັກປະຊາຊົນປະຕິວັດລາວ ເປັນແກນນໍາ ຂອງລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ແລະ ໃນຂົງເຂດ ຂອງຊີວິດສັງຄົມ, ພ້ອມນັ້ນ, ກໍ່ເປັນພາກສ່ວນໜຶ່ງ ຂອງສັງຄົມ. ດັ່ງນັ້ນ, ຕ້ອງເຄື່ອນໄຫວ ໃນຂອບເຂດ ຂອງລັດຖະທຳມະນູນ ແລະ ກົດໝາຍ…;
3. ລັດຄຸ້ມຄອງ ແລະ ອໍານວຍຄອບຄຸມ ດ້ວຍກົດໝາຍ;
4. ລັດ ຈັດຕັ້ງ ແລະ ເຄື່ອນໄຫວ ຕາມຫຼັກການລວມສູນປະຊາທິປະໄຕ ແລະ ເຮັດໃຫ້ອໍານາດລັດຕ່າງໆ ເປັນເອກະພາບ ໃນທົ່ວປະເທດ ພາຍໃຕ້ການນໍາພາຂອງພັກ, ບໍ່ໄປຕາມຫຼັກການແບ່ງອໍານາດ ແຕ່ມີການແບ່ງງານ ຈະແຈ້ງ ແລະ ມີການປະສານງານຢ່າງກົມກຽວ ລະຫວ່າງ ອົງການນິຕິບັນຍັດ, ອົງການບໍລິຫານ ແລະ ອົງການຕຸລາການ;
5. ຮັບຮູ້ເສດຖະກິດຫຼາຍພາກສ່ວນ ແລະ ຫຼາຍຮູບການກຳມະສິດທີ່ເຄີຍຜະລິດທຸລະກິດ ຢ່າງເສລີຖືກກົດໝາຍ, ລັດຄຸ້ມຄອງ, ອໍານວຍຄວບຄຸມທົ່ວເສດຖະກິດແຫ່ງຊາດ, ພ້ອມກັນນັ້ນ, ກໍ່ກຳໂດຍກົງ ແລະ ດໍາລົງບົດບາດຫຼັກແຫຼ່ງຂອງບາງຂົງເຂດ ແລະ ບາງປະເພດຜະລິດຕະພັນຕົ້ນຕໍຂອງເສດຖະກິດແຫ່ງຊາດ
ປະທານໄກສອນ ເວົ້າຕໍ່ໄປອີກວ່າ : ບັນດາທັດສະນະພື້ນຖານດັ່ງກ່າວນັ້ນ, ສ່ອງແສງ
ເຖິງຈຸດພິເສດ ຂອງປະເທດເຮົາ ໃນໄລຍະປະຈຸບັນ, ໄລຍະແຫ່ງການສືບຕໍ່ກໍ່ສ້າງ ແລະ ເສີມຂະຫຍາຍລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໃຈໃຫ້ແກ່ການກ້າວຂຶ້ນ ສັງຄົມນິຍົມເທື່ອລະກ້າວ, ບໍ່ທັນແມ່ນລັດຖະທໍາມະນູນ ຂອງໄລຍະສ້າງສັງຄົມນິຍົມເທື່ອ… ເພິ່ນບອກໃຫ້ຊັ່ງຊາ ໃຫ້ຮອບຄອບ, ບໍ່ລອກແບບ ແລະ ໃຫ້ຮຽນຮູ້ແຕ່ນໍາໃຊ້ໃຫ້ແທດກັບສະພາບປະເທດເຮົາ.
ຂ້າພະເຈົ້າຄິດວ່າ 5 ຫຼັກການ ທີ່ເປັນແນວທາງນະໂຍບາຍສໍາຄັນທີ່ສຸດຂອງພັກ ທີ່ປະທານ ໄກສອນ ພົມວິຫານ ໃຫ້ທິດທາງມານັ້ນ, ລ້ວນແຕ່ໄດ້ບັນຈຸເຂົ້າໃນຮ່າງສຸດທ້າຍຂອງລັດຖະທໍາມະນູນສະບັບນີ້.
– ບັນດາສະຫາຍ ທີ່ຮັກແພງ !
– ປະຊາຊົນລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ !
ຜ່ານຂະບວນວິວັດແຫ່ງການ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມເທື່ອລະກ້າວ ຢູ່ປະເທດເຮົານັ້ນ, ພັກເຮົາໄດ້ໃຫ້ຂໍ້ສະຫຼຸບວ່າ: ອຳນາດລັດປະຊາທິປະໄຕປະຊາຊົນ ຂອງພວກເຮົາ ໄດ້ຮັບການກໍ່ສ້າງ, ປັບປຸງ ແລະ ບູລະນະ ມາຢ່າງຕໍ່ເນື່ອງ ທັງໃນດ້ານສາຍໃຍການຈັດຕັ້ງ, ການວາງພື້ນຖານດ້ານກົດໝາຍ ແລະ ນິຕິກໍາ ອັນຈໍາເປັນ; ການກໍ່ສ້າງບຸກຄະລາກອນບໍລິຫານອົງການ ຂອງແຕ່ລະພາກສ່ວນ.. ຈົນເຮັດໃຫ້ອໍານາດລັດປະຊາທິປະໄຕ ປະຊາຊົນ ກາຍເປັນເຄື່ອງມືອັນສັກສິດໃນການປົກປ້ອງໝາກຜົນຂອງການປະຕິວັດ ແລະ ລະບອບໃໝ່; ເປັນປັດໄຈຄໍ້າປະກັນໂດຍກົງ ໃຫ້ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ; ເສດຖະກິດ-ສັງຄົມຂອງຊາດ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ທັງຮັບປະກັນການເຄື່ອນໄຫວຕ່າງປະເທດ ອັນແຂງແຮງ ຕາມແນວທາງຂອງພັກ. ແຕ່ເຖິງຢ່າງໃດກໍ່ຕາມ, ພວກເຮົາ ກໍ່ຍັງມີຄວາມຈຳເປັນ ຕ້ອງຕັດສິນໃຈປັບປຸງ, ຍົກລະດັບຂຶ້ນຕື່ມອີກ ແມ່ນສະພາບຄວາມຊໍ້າຊ້ອນດ້ານການຈັດຕັ້ງ, ພາລະບົດບາດ, ກົງຈັກທີ່ຍັງໃຫຍ່ໂຕ, ມີຂອດບໍລິຫານ ແລະ ສາຍງານ ທີ່ເກະກະເຫຼືອບໍ່ພໍ; ພວກເຮົາ ໄດ້ປະກາດໃຊ້ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ເປັນຈໍານວນຫຼວງຫຼາຍ, ແຕ່ບໍ່ທັນກວມເອົາໄດ້ໝົດທຸກຂົງເຂດວຽກງານ, ການປະຕິບັດຕົວຈິງ ຍັງບໍ່ທັນມີຄວາມສັກສິດ ແລະ ເຂັ້ມງວດເທົ່າທີ່ຄວນ, ກົນໄກການບັງຄັບໃຊ້ກົດໝາຍ ບໍ່ທັນເຂັ້ມແຂງ, ການບໍລິຫານລັດຕາມກົດໝາຍ ຍັງບໍ່ທັນແຂງແຮງ, ເຂັ້ມງວດ, ຄວາມໂປ່ງໃສໃນການຄຸ້ມຄອງບໍລິຫານຍັງຕໍ່າ… ຈຶ່ງພາໃຫ້ມີປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເກີດຂຶ້ນ. ເກີດຂຶ້ນແລ້ວ, ການແກ້ໄຂ ກໍບໍ່ທັນເຂັ້ມງວດ ແລະ ເດັດຂາດ ເຊິ່ງເປັນບັນຫາຊ້ຳເຮື້ອແກ່ຍາວ, ເຮັດໃຫ້ປະສິດທິພາບ ໃນການຄຸ້ມຄອງລັດ ຍັງບໍ່ທັນສູງ; ການປະຕິບັດສິດປະໂຫຍດ ຂອງພົນລະເມືອງຕາມລັດຖະທໍາມະນູນ ແລະ ກົດໝາຍ ຍັງມີອຸປະສັກບໍ່ໜ້ອຍ ເຊິ່ງລ້ວນແຕ່ຕ້ອງໄດ້ປັບປຸງ, ແກ້ໄຂ ໃຫ້ເຖິງຖອງ ແລະ ເລິກເຊິ່ງ ໃນຕໍ່ໜ້າ.
ບັນດາທ່ານ, ບັນດາສະຫາຍ, ເພື່ອນມິດ, ປະຊາຊົນລາວໃນທົ່ວປະເທດ ທີ່ ຮັກແພງທັງຫຼາຍ!
ພາລະກິດປົກປັກຮັກສາປະເທດຊາດ, ປົກປັກຮັກສາ ແລະ ເສີມຂະຫຍາຍໝາກຜົນ ຂອງການປະຕິວັດ ໄວ້ໃຫ້ໝັ້ນຄົງ ແລະ ສ້າງການຫັນປ່ຽນທີ່ແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານ ໃນການບູລະນະລະບອບປະຊາທິປະໄຕ ປະຊາຊົນ ພາຍໃຕ້ຫຼັກການປ່ຽນແປງໃໝ່ຢ່າງຮອບດ້ານ ຂອງພັກເຮົາ ເປັນພາລະກິດປະຕິວັດອັນໃຫຍ່ຫຼວງ, ຮອບດ້ານ, ແລະ ຍາວນານ ຂອງພັກເຮົາ. ປະເທດຊາດ, ປະຊາຊົນຂອງພວກເຮົາ ໄດ້ຍຶດໝັ້ນ ແລະ ພວມກ້າວເດີນຕາມເສັ້ນທາງ ທີ່ຕົນໄດ້ເລືອກໄວ້ແລ້ວນັ້ນ, ແມ່ນຈຸດໝາຍສັງຄົມນິຍົມເຊິ່ງຮຽກ ຮ້ອງໃຫ້ທົ່ວພັກ, ທົ່ວລັດ, ກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ, ຈົ່ງພ້ອມກັນເພີ່ມທະວີນໍ້າໃຈຮັກຊາດ, ຄວາມເປັນເຈົ້າ ຂອງປະເທດຊາດ ແລະ ຄວາມສາມັກຄີເປັນປຶກແຜ່ນພາຍໃນຊາດໃຫ້ສູງກວ່າເວລາໃດໝົດ ດ້ວຍຈິດໃຈບຸກທະລຸ, ບຸກບືນສູ້ຊົນ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ປະເທດຊາດບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ ທີ່ນັບມື້ນັບສູງຂຶ້ນ.
– ບົນພື້ນຖານ ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທໍາອິດ ແລະ ໄດ້ມີການປັບປຸງມາແລ້ວ 3 ຄັ້ງນັ້ນ ກໍຄື ແນວທາງທີ່ກໍານົດອອກ ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ພັກ-ລັດ ເຮົາ ຍາມໃດກໍຍຶດໝັ້ນ ແລະ ຢືນຢັນຢ່າງໜັກແໜ້ນວ່າ : ສປປ ລາວ ປົກຄອງ ແລະ ຄຸ້ມຄອງສັງຄົມ ດ້ວຍລັດຖະທຳມະນູນ ແລະ ກົດໝາຍ; ອົງການຈັດຕັ້ງພັກ, ລັດ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ແລະ ພົນລະເມືອງທຸກຄົນ ຕ້ອງເຄົາລົບ ແລະ ປະຕິບັດ ລັດຖະທຳມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.
ລັດ ປົກປ້ອງສິດອິດສະຫຼະພາບ ແລະ ສິດປະຊາທິປະໄຕ ຂອງປະຊາຊົນ ທີ່ບໍ່ມີໃຜຈະລ່ວງລະເມີດໄດ້, ທຸກອົງການ ແລະ ພະນັກງານ ຂອງລັດ ຕ້ອງໂຄສະນາ, ເຜີຍແຜ່, ອົບຮົມ ບັນດານະໂຍບາຍ, ກົດໝາຍ ແລະ ລະບຽບການຕ່າງໆ ໃຫ້ປະຊາຊົນ ຮັບຮູ້ຢ່າງກວ້າງຂວາງ ແລະ ພ້ອມກັນຈັດຕັ້ງປະຕິບັດ ໃຫ້ເຂັ້ມງວດ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດ ອັນຊອບທໍາ ຂອງປະຊາຊົນບັນດາເຜົ່າ.
– ລັດ ປະຊາທິປະໄຕປະຊາຊົນເຮົາ, ແມ່ນຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາຂອງປະຊາຊົນ ເຮັດໃຫ້ປະຊາຊົນ ເປັນເຈົ້າປະເທດຊາດຢ່າງແທ້ຈິງ, ທຸກການຕົກລົງ ກ່ຽວກັບແນວທາງ, ນະໂຍບາຍຕ່າງໆ ແລະ ການຫັນເປັນກົດໝາຍ ໂດຍອົງການອໍານາດ ຂອງປະຊາຊົນ, ລ້ວນແຕ່ຕ້ອງສ່ອງແສງເຖິງເຈດຈຳນົງ, ຄວາມມຸ່ງມາດປາຖະໜາອັນແຮງກ້າ ຂອງປະຊາຊົນ ແລະ ທັງໝົດແມ່ນແນໃສ່ຮັບໃຊ້ຜົນປະໂຫຍດ ຂອງປະເທດຊາດ ແລະ ຂອງປະຊາຊົນບົນພື້ນຖານການຍຶດໝັ້ນ ຢ່າງສຸດກົກສຸດປາຍ ແລະ ດ້ວຍຄວາມຈົງຮັກພັກດີຕໍ່ອຸດົມການ ແລະ ວັດຖຸປະສົງອັນສູງສົ່ງ ຂອງພາລະກິດປະຕິວັດ. ພວກເຮົາ ຕ້ອງໄດ້ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ໂດຍເອົາປະຊາຊົນເປັນເປົ້າໝາຍ ແລະ ເອົາປະຊາຊົນ ເປັນໃຈກາງ ນີ້ຄືແນວທາງນະໂຍບາຍອັນສະເໝີຕົ້ນສະເໝີປາຍ ຂອງພັກເຮົາ. ໃນເວລາດຽວກັນນັ້ນ, ປະຊາຊົນລາວບັນດາເຜົ່າຂອງພວກເຮົາ ກໍ່ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງວ່າ ຄົນລາວແຕ່ລະຄົນ ກໍ່ມີສິດທິ ແລະ ພັນທະຂອງຕົນ ໃນການດຳລົງຊີວິດຢູ່ພາຍໃຕ້ກົດໝາຍ, ປະຕິບັດກົດໝາຍ ໃຫ້ເຄັ່ງຄັດ, ໃຫ້ສົມສັກສີ ໃນການເປັນພົນລະເມືອງທີ່ດີຂອງປະເທດ.
– ເພື່ອເພີ່ມທະວີການຍົກສູງປະສິດທິພາບ ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍຢ່າງເຂັ້ມງວດ, ພວກເຮົາຕ້ອງໄດ້ສືບຕໍ່ປັບປຸງ ແລະ ສ້າງກົດໝາຍຕາມຫຼັກວິທະຍາສາດ ແລະ ຫຼັກແຫ່ງການຕອບສະໜອງສະພາບຈຸດພິເສດ ຂອງການພັດທະນາ ທີ່ປ່ຽນແປງຂອງປະເທດ ທັງຕອບສະໜອງ ເງື່ອນໄຂ ຂອງລະບອບປະຊາທິປະໄຕປະຊາຊົນ ກໍຄື ຕອບສະໜອງຄວາມສອດຄ່ອງກັບເງື່ອນໄຂ ຂອງຍຸກສະໄໝໃໝ່, ກົນໄກເສດຖະກິດຕະຫຼາດ ແລະ ການເຊື່ອມໂຍງກັບສາກົນ, ກ່ອນອື່ນໝົດ, ຕ້ອງຮີບຮ້ອນຫັນແນວທາງ, ແຜນນະໂຍບາຍໃຫຍ່ ທີ່ກໍານົດໄວ້ໃນມະຕິ XIຂອງພັກ ກໍຄື ການແກ້ໄຂການປະຕິບັດ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ, ຫັນມະຕິຂອງສະພາ ກ່ຽວກັບບັນຫານີ້ໃຫ້ເປັນກົດໝາຍ, ລະບຽບການອັນລະອຽດ ແລະ ຈະແຈ້ງ, ຊັດເຈນ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ, ຖືກຕ້ອງ ແລະ ທັນກັບສະພາບການ, ເປັນບ່ອນອີງໃຫ້ແກ່ການຍົກສູງຄຸນນະພາບການເຄື່ອນໄຫວ ແລະ ການບໍລິການຮັບໃຊ້ປະຊາຊົນ ຂອງອົງການບໍລິຫານລັດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ; ແກ້ໄຂປະກົດການສວຍໃຊ້ໜ້າທີ່ ກົດໜ່ວງ, ຖ່ວງດຶງການພັດທະນາ, ຕ້ານສະກັດກັ້ນ ແລະ ແກ້ໄຂການສໍ້ລາດບັງຫຼວງ ຂອງເຈົ້າໜ້າທີ່ລັດ ຕາມກົດໝາຍ ຢ່າງເດັດຂາດ ແລະ ເຂັ້ມງວດແທ້.
– ຕ້ອງຮັບປະກັນການຈັດຕັ້ງບັງຄັບໃຊ້ກົດໝາຍ ຢ່າງຖືກຕ້ອງ ແລະເປັນທໍາ; ສ້າງກົນໄກຕົວຈິງ ເພື່ອຮັບປະກັນການເຂົ້າຮ່ວມໂດຍກົງ ຂອງປະຊາຊົນ ເວົ້າລວມ ແລະ ຂອງຊຸມຊົນ ເວົ້າສະເພາະ ໃນການຕົກລົງບັນຫາ ທີ່ພົວພັນເຖິງສິດ ແລະ ຜົນປະໂຫຍດອັນຊອບທໍາ ຂອງເຂົາເຈົ້າຕາມທິດ ຮັບປະກັນແບບແຜນ “ ໃຫ້ປະຊາຊົນຮູ້, ປະຊາຊົນໄດ້ປຶກສາຫາລື ແລະ ປະຊາຊົນເຂົ້າຮ່ວມຈັດຕັ້ງປະຕິບັດ ”. ສະກັດກັ້ນປະກົດການສວຍໃຊ້ສິດອໍານາດ ລະເມີດສິດເປັນເຈົ້າຂອງປະຊາຊົນ ຈາກເຈົ້າໜ້າທີ່ລັດທຸກຂັ້ນ; ສ້າງເງື່ອນໄຂຕົວຈິງ ແລະ ອຳນວຍຄວາມສະດວກໃຫ້ປະຊາຊົນສາມາດເຂົ້າເຖິງ ການໃຊ້ການບໍລິການດ້ານກົດໝາຍ ຈາກລັດ ຫຼື ສັງຄົມ ເພື່ອປົກປ້ອງຄວາມເປັນທໍາ ແກ່ຕົນເອງຂອງເຂົາເຈົ້າ.
ຕ້ອງຕີຖອຍ ແລະ ກໍາຈັດປັດເປົ່າ ທຸກການກະທໍາແບບອາດຍາສິດ, ການຂົ່ມຂູ່, ອັນຈະກໍ່ໃຫ້ເກີດຄວາມເສຍຫາຍເຖິງກຽດສັກສີ, ຮ່າງກາຍ, ຊີວິດ, ຈິດໃຈ ແລະ ຊັບສົມບັດ ຂອງປະຊາຊົນ, ການຈັດຕັ້ງພັກທຸກຂັ້ນ ແລະ ສະມາຊິກພັກ, ພະນັກງານ ຕ້ອງຍົກສູງສະຕິ ແລະ ເປັນແບບຢ່າງນໍາໜ້າ ໃນການເຄົາລົບກົດໝາຍ, ຮຽນຮູ້ກົດໝາຍ, ປະຕິບັດກົດໝາຍ ແລະ ນຳໃຊ້ກົດໝາຍ ຢ່າງຖືກຕ້ອງ, ບໍ່ອະນຸຍາດໃຫ້ການຈັດຕັ້ງ ແລະ ບຸກຄົນໃດໆມີອະພິສິດເໜືອລັດຖະທໍາມະນູນ ແລະ ກົດໝາຍ;ຫ້າມໃຊ້ຄໍາສັ່ງ ປ່ຽນແທນກົດໝາຍ ແລະ ເດັດຂາດ ຫ້າມບໍ່ໃຫ້ສວຍໂອກາດຊ່ອງວ່າງ ຂອງ ກົດໝາຍ ຫຼື ເຮັດໃຫ້ກົດໝາຍມີຊ່ອງວ່າງ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ຂອງກຸ່ມກ້ອນ, ເຊື້ອສາຍ, ທ້ອງຖິ່ນ.
– ສົ່ງເສີມ, ສ້າງໃຫ້ມີໂອກາດແຂ່ງຂັນກັນ ສ້າງຕົວແບບຂອງພົນລະເມືອງດີໃນສັງຄົມ ໃນການປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ທີ່ເຂັ້ມງວດ, ຖືກຕ້ອງ ແລະ ສອດຄ່ອງ, ທັງຕ້ອງມີການຕິດຕາມ, ກວດກາ ເປັນປະຈໍາ ໃນການປະຕິບັດປົກປ້ອງຄວາມສັກສິດ, ກຽດສັກສີ ຂອງລັດຖະທໍາມະນູນ ແລະ ກົດໝາຍ ເພື່ອຮັບປະກັນ ຕາມຫຼັກແຫ່ງຄວາມເປັນຈິງ, ຫຼັກ ປະຊາທິປະໄຕ ແລະ ຫຼັກການປົກຄອງທີ່ດີ ຂອງອໍານາດລັດ.
– ປັບປຸງ, ຍົກລະດັບປະສິດທິຜົນ ການເຄື່ອນໄຫວປະຕິບັດໜ້າທີ່ ຂອງບັນດາອົງການປົກປ້ອງກົດໝາຍ, ສ້າງຄວາມໂປ່ງໃສ ໃນທຸກຂັ້ນຕອນ ຂອງການດໍາເນີນຄະດີຕາມຂະບວນຍຸຕິທໍາ, ພິຈາລະນາຕັດສິນ, ພິພາກສາຄະດີ ແລະ ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ບົນພື້ນຖານລັດຖະທຳມະນູນ ແລະ ກົດໝາຍ, ເຮັດໃຫ້ທຸກຂັ້ນຕອນຂອງການດໍາເນີນຄະດີ ມີຄວາມໂປ່ງໃສ, ສິ້ນສຸດຂະບວນການຕາມກົດໝາຍ ແລະ ຮັບປະກັນຄວາມຍຸຕິທໍາ ຢ່າງແທ້ຈິງ.
– ເພີ່ມທະວີວຽກງານເຜີຍແຜ່, ອົບຮົມ ເພື່ອຍົກລະດັບຄວາມຮູ້ທາງກົດໝາຍໃຫ້ປະຊາຊົນ, ສ້າງສະຕິກົດໝາຍໃຫ້ສູງຂຶ້ນ, ສ້າງທັດສະນະ ແລະ ໃຫ້ກາຍເປັນວັດທະນະທໍາໃໝ່ ກ່ຽວກັບການ ເຄື່ອນໄຫວເຮັດວຽກ, ດໍາລົງຊີວິດແບບໃໝ່ຖືກຕ້ອງ, ເປັນທໍາ, ຫັນປ່ຽນຄ່ານິຍົມ ແລະ ວິຖີຊີວິດ ມີວິທະຍາສາດ ແລະ ກ້າວໜ້າຂຶ້ນເລື້ອຍໆ. ຍ້ອນພົນລະເມືອງທຸກຄົນ ມີສິດສະເໝີພາບກັນ ຕໍ່ໜ້າກົດໝາຍ, ດັ່ງນັ້ນ ຕ້ອງເປີດໂອກາດໃຫ້ປະຊາຊົນ ເຂົ້າຮ່ວມຕິດຕາມ, ກວດກາ ການປະຕິບັດກົດໝາຍ ຢູ່ໃນທຸກລະດັບ; ສະໜອງບັນດາຂໍ້ມູນອັນຈໍາເປັນ ໃນການເຄື່ອນໄຫວຂອງລັດ ແລະ ເປັນສື່ກາງໃຫ້ສັງຄົມ ສະແດງຄວາມຄິດເຫັນອັນສ້າງສັນຈາກສັງຄົມຕໍ່ການເຄື່ອນໄຫວວຽກງານ ຂອງອົງການອຳນາດລັດ ຢ່າງເປັນລະບົບ, ວ່ອງໄວ ແລະ ຊັດເຈນ; ປັບປຸງບັນດານິຕິກໍາ ຫຼືກົນໄກເຄື່ອນໄຫວຕົວຈິງ ຂອງສື່ມວນຊົນໃຫ້ຮັດກຸມ ເພື່ອໃຫ້ກາຍເປັນກໍາລັງທາງສັງຄົມອັນແຂງແຮງ ໃນການຄຸ້ມຄອງ ແລະ ປະຕິບັດພາລະບົດບາດຄຸ້ມຄອງເສດຖະກິດ-ສັງຄົມ ຂອງລັດ ກໍຄືການເສີມຂະຫຍາຍສິດເປັນເຈົ້າ ຂອງປະຊາຊົນ ຢ່າງແທ້ຈິງ. ແນ່ນອນວ່າ, ໃນຂະບວນວິວັດແຫ່ງການພັດທະນາ ຕ້ອງການ ການປັບປຸງສິ່ງທີ່ມີແລ້ວ ແລະ ສ້າງກົດໝາຍໃໝ່ຂຶ້ນຕື່ມ, ແຕ່ຂໍບໍ່ໃຫ້ແລ່ນນໍາປະລິມານ, ຕ້ອງເນັ້ນເຖິງຄຸນນະພາບ ແລະ ຄວາມຕ້ອງການທີ່ແທ້ຈິງ ຂອງການພັດທະນາປະເທດຂອງພວກເຮົາ.
ບັນດາສະຫາຍ, ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫຼາຍ!
ໃນພິທີໂຮມຊຸມນຸມອັນຄຶກຂືມນີ້, ຂ້າພະເຈົ້າ ຕາງໜ້າໃຫ້ພັກ-ລັດ ຂໍສະແດງຄວາມຊົມເຊີຍສັນລະເສີນ ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ກຳມະກອນ, ກະສິກອນ, ນັກຮຽນຮູ້ປັນຍາຊົນ, ນັກທຸລະກິດ-ຜູ້ປະກອບການທັງຫຼາຍ ແລະ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ຊາວຕ່າງດ້າວ, ນັບທັງພີ່ນ້ອງຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ເຄື່ອນໄຫວວຽກງານຢູ່ ສປປ ລາວ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນຜົນງານລວມແຫ່ງການປົກປັກຮັກສາ ແລະ ພັດທະນາ ປະເທດລາວ ກໍຄື ການເຄົາລົບ ແລະ ປະຕິບັດ ລັດຖະທໍາມະນູນ ແລະ ກົດໝາຍ ໃນຕະຫຼອດ 3 ທົດສະວັດຜ່ານມາ. ພ້ອມກັນນີ້, ກໍ່ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບໃຈ ຢ່າງຈິງໃຈ ໄປຍັງບັນດາເພື່ອນມິດປະເທດຕ່າງໆຢູ່ໃນໂລກ ກໍຄື ບັນດາອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານການສ້າງຄວາມສາມາດໃຫ້ ສປປ ລາວ ເປັນລັດທີ່ປົກຄອງດ້ວຍກົດໝາຍ ເປັນລັດທີ່ເນັ້ນໃສ່ການບໍລິຫານທີ່ດີ ໃຫ້ແກ່ ສປປ ລາວ ແລະ ສປປ ລາວ ເຮົາ ກໍ່ໄດ້ສືບຕໍ່ຮ່ວມມືກັບບັນດາປະເທດເພື່ອນມິດຕໍ່ໄປຢ່າງບໍ່ຢຸດຢັ້ງ.
ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດໃຫ້ບັນດາທ່ານ, ບັນດາສະຫາຍ ທີ່ມາຮ່ວມພິທີໂຮມຊຸມນຸມໃນຄັ້ງນີ້ ແລະ ປະຊາຊົນລາວບັນດາເຜົ່າທຸກຖ້ວນໜ້າ, ປະຊາຊົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ອາຍຸໝັ້ນຍືນ ແລະ ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານຂອງຕົນ.
– ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ !
– ນໍ້າໃຈວັນລັດຖະທຳມະນູນແຫ່ງຊາດ 15 ສິງຫາ ໝັ້ນຍືນ !


