ຕອນຄ່ຳວັນທີ 21 ມັງກອນ 2023, ສູນວັດທະນະທຳຫວຽດນາມ ປະຈຳລາວ ຈັດງານລ້ຽງສະເຫລີມ ສະຫລອງບຸນປີໃໝ່ປະຈຳຊາດຫວຽດນາມ ເພື່ອສົ່ງທ້າຍປີເກົ່າ 2022 ແລະ ຕ້ອນຮັບປີ ໃໝ່ 2023 “ລະດູບານໃໝ່ ເບີກບານມ່ວນຊື່ນ-ບູນປີໃໝ່ ແຫ່ງຄວາມສາມັກຄີ ” ໂດຍມີ ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ, ທ່ານ ຫງວຽນ ຟຸກຊິງ ຮັກສາການຜູ້ອຳນວຍການສູນວັດທະນະທຳຫວຽດນາມ ປະຈຳລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ໂຕທິ ແທງບິງ ຮອງຜູ້ອຳນວຍການສູນວັດທະນະທຳຫວຽດນາມ ປະຈຳລາວ ກ່າວໃນພິທີວ່າ: ປີ 2022 ເປັນປີທີ່ ພວກເຮົາຕັດສິນໃຈສູ້ຊົນທັງສອງຊາດ ເພີ່ມພູນສາຍສຳພັນ ມິດຕະພາບອັນຍິ່ງໃຫຍ່ ຄວາມສາສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ເພີ່ມທະວີການເຄື່ອນໄຫວ ສິລະປະ ວັດທະນະທຳ ແລະ ການທ່ອງທ່ຽວໃຫ້ຫລາຍຂຶ້ນ ນອນຢູ່ໃນຂອບເຂດ ປີແຫ່ງສາມັກຄີມິດຕະພາບ ລາວ-ຫວຽດນາມ ພິເສດ ງານສະເຫລີມສະຫລອງ ຄົບຮອບ 60 ປີ ວັນສ້າງຕັ້ງສາຍພົວພັນການທູດ ແລະ ວັນຄົບຮອບ 45 ປີ ວັນເຊັນສົນທິສັນຍາ ຮ່ວມມື ລາວ-ຫວຽດນາມ ເຊິ່ງທັງສອງປະເທດກໍໄດ້ຮ່ວມກັນຈັດຕັ້ງປະຕິບັດ ໃຫ້ກຽດເຂົ້າຮ່ວມໂດຍການນຳທັງສອງປະເທດ. ໂອກາດດຽວກັນນີ້, ທ່ານນາງໂຕທິ ແທງບິງ ຕາງໜ້າໃຫ້ສູນວັດທະນະທຳຫວຽດນາມ ປະຈຳລາວ ສະແດງຄວາມຂອບໃຈໃນການຮ່ວມມືອັນແໜ້ນແຟ້ນ ກັບບັນດາກົມກອງ ທີ່ໄດ້ຜັນຂະຫຍາຍແຜນການຮ່ວມມືທາງດ້ານສິລະປະ ວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທຽ່ວ ລາວ ແລະ ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ.


ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກ່າວວ່າ: ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ຮ່ວມກັບສູນວັດທະນະທຳຫວຽດນາມ ປະຈຳລາວ ຈັດກິດຈະກຳລາຍການສະແດງສິລະປະ-ວັດທະນະທຳ ເພື່ອຕ້ອນຮັບບຸນປະເພນີປີໃໝ່ຫວຽດນາມ ປີ 2023, ເຊິ່ງເປັນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນ, ທັງສ້າງບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ເພື່ອເພີ່ມທະວີການເຄື່ອນໄຫວແລກປ່ຽນວັດທະ ນະທຳ, ຍົກສູງການດຳລົງຊີວິດ ແລະ ການແບ່ງປັນຄວາມຮັກແພງ.
ພາຍໃນງານຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມການສະແດງສິລະປະວັນະະຄະດີລາຍການຕ່າງໆ ແລະລໍາວົງສາມັກຄີຮ່ວມກັນດ້ວຍບັນຍາກາດອັນເບີກບານມ່ວນຊື່ນ


ໂດຍ: ຄໍາກອງ