ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການອະນຸມັດ ໃຫ້ໂຮງຮຽນຊ່າງແສງ ເປິດສົກຮຽນໃໝ່ 2021- 2022. ແລະ ໂຄງການຫຼັກສູດກໍ່ສ້າງນາຍສິບພ້ອມທັງບໍາລຸງພະນັກງານເຫຼົ່າຮົບຊ່າງແສງຂັ້ນພື້ນຖານ ຢູ່ໂຮງຮຽນຊ່າງແສງ ແລະ ອີງຕາມ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຜນກໍານົດຕົວເລກແບ່ງປັນກໍ່ສ້າງນັກຮຽນ ແລະ ບໍາລຸງເຂົ້າຮຽນຢູ່ໂຮງຮຽນຊ່າງແສງ ໃນນີ້ມີນັກຮຽນກໍ່ສ້າງຈຳນວນພົນ 102 ສະຫາຍ ແລະ ບໍາລຸງ ການທະຫານຂັ້ນພື້ນຖານ ວິຊາສະເພາະຊ່າງແສງ 53 ສະຫາຍ. ລວມທັງໝົດກໍ່ສ້າງ ແລະ ບໍາລຸງຂັ້ນພື້ນຖານໃຊ້ເວລາ 6 ເດືອນ ແລະ ກໍ່ສ້າງລະບົບ1ປີ.
ສະຫາຍ ພັນໂທ ສີບູນ ທໍາມະວົງ ຮອງອຳນວຍການ ຫົວໜ້າພະແນກອົບຮົມ ໂຮງຮຽນຊ່າງແສງ ໄດ້ໃຫ້ການສຳພາດຕໍ່ນັກຂ່າວພວກເຮົາວ່າ:ໂຮງຮຽນຊ່າງແສງພວກເຮົາໄດ້ຮັບການ ຊີ້ນຳ ແລະ ອຳນວຍຄວາມສະ ດວກຮອບດ້ານຈາກກົມໃຫຍ່ ເສນາທິການກອງທັບ, ກົມໂຮງ ຮຽນ ແລະ ກົມຊ່າງແສງຕະຫຼອດມາ, ມີໂຄງການຫຼັກສູດການຮຽນ-ການສອນ ໄດ້ຜ່ານອະນຸມັດ ຈາກຂັ້ນເທິງ. ຄູ-ອາຈານຫຼາຍສະຫາຍມີວຸດທິການສຶກສາສູງ, ມີປະສົບການຊຳນິຊຳນານຖ່າຍ ທອດບົດຮຽນໃຫ້ນັກຮຽນມາຫຼາຍປີ. ມີສະຖານທີ່ພັກເຊົາໃຫ້ ນັກຮຽນ, ມີຫ້ອງຮຽນ, ບ່ອນກິນ ເຂົ້າ, ມີສະໜາມຫັດແອບພາກທິດສະດີ ແລະ ປະຕິບັດຕົວຈິງຢ່າງກວ້າງຂວາງ ນັກຮຽນເຂົ້າມາຮຽນຊຸດນີ້ ສ່ວນຫຼາຍແມ່ນໄດ້ຜ່ານການຄັດ ເລືອກຢູ່ບັນດາກົມກອງ ແລະ ມີລະດັບການສຶກສາສູງພໍສົມຄວນ ນອກຈາກການເຝິກແອບ-ຮໍ່າຮຽນວິຊາຄວາມຮູ້ທັງ ດ້ານບົດຮຽນນຳຄູອາຈານແລ້ວ, ນັກຮຽນທຸກສະຫາຍຍັງຈະໄດ້ພ້ອມກັນຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ ກາຍເປັນນັກຮຽນດີ, ຮຽນເກັ່ງ ແລະ ມີຄຸນສົມບັດດີ, ມີລະບຽບ ວິໄນຢ່າງເຂັ້ມງວດ ເອົາໃຈໃສ່ຄົ້ນຄວ້າຮໍ່າຮຽນ ແລະ ປະຕິບັດຕາມຂໍ້ກຳນົດ ກົດລະບຽບຂອງກອງທັບ ກໍຄືຂໍ້ ກໍານົດຂອງໂຮງຮຽນຢ່າງເຂັ້ມ ງວດ, ມີຄວາມດຸໝັ່ນຂະຫຍັນ ພຽນໃນການອອກແຮງງານເພີ່ມ ພູນຜະລິດຜົນ ແລະ ຈະໄດ້ພ້ອມກັນທຸ້ມເທ ເຫື່ອແຮງປະກອບສ່ວນສ້າງຂະ ບວນການດ້ານຕ່າງໆ ທີ່ການຈັດຕັ້ງ ຂັ້ນເທິງວາງອອກ ໃຫ້ໄດ້ຕາມລະດັບ ຄາດໝາຍ, ມີຄວາມສາມັກຄີຊ່ວຍ ເຫຼືອເຊິ່ງກັນ ແລະ ກັນ ບໍ່ວ່າໃນ ການຮ່ຳຮຽນ ກໍຄືເວລາເຈັບເປັນເອັນ-ອຸ່ນ ຕ່າງໆ ພົວພັນຊະນິດແໜ້ນກັບ ອໍານາດການປົກຄອງອ້ອມຂ້າງ ແລະ ໃຫ້ການຊ່ວຍເຫຼືອພໍ່ແມ່ປະຊາຊົນບ້ານອ້ອມຂ້າງທາງດ້ານເຫື່ອແຮງເຂົ້າໃນການສ້າງສາພັດທະນາປະເທດຊາດ. ບາງຕອນ ສະຫາຍ ພັທສີບູນ ທໍາມະວົງ ຮອງອຳນວຍການ ຫົວໜ້າພະແນກອົບຮົມ ໂຮງຮຽນຊ່າງແສງ.
ສະຫາຍ ພັນໂທ ສີບູນ ທໍາມະວົງ ຮອງອຳນວຍການ ຫົວໜ້າພະແນກອົບຮົມ ໂຮງຮຽນຊ່າງແສງຍັງໃຫ້ຮູ້ຕື່ມອີກວ່າ: ເຖິງຢ່າງໃດກໍ່ຕາມຄະນະພັກ-ຄະນະອໍານວຍການ ຕະຫຼອດຮອດພະນັກງານ ຄູ-ອາຈານ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ເປັນບັນຫາສໍາຄັນສອດຫ້ອຍເຂົ້າທຸກຂົງເຂດວຽກງານທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນຮັກສາຄວາມສາມັກຄີໃຫ້ແໜ້ນແພ້ນ, ມີຄວາມເປັນເອກະພາບ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເປັນເຈົ້າການໃນການຊີ້ນໍາ-ນໍາພາ ປັບປຸງຫຼັກສູດການຮຽນການສອນໃຫ້ມີຄຸນນະພາບ. ຍາດແຍ່ງເອົາຄວາມຮູ້, ຄວາມສາມາດ ທາງດ້ານທິດສະດີ-ຫຼັກການ ແລະ ພາກປະຕິບັດຕົວຈິງ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ, ເອົາໃຈໃສ່ປະຕິບັດບັນດາຂໍ້ກໍານົດກົດ 7 ລະບອບ 18 ໃນມື້ໜຶ່ງ ຂອງກອງທັບ ພ້ອມກັນເຮັດສໍາເລັດໜ້າທີ່ການເມືອງຂອງຕົນ ແລະ ເຝິກຝົນຫຼໍ່ຫຼອມນັກຮຽນໃຫ້ກາຍເປັນພະນັກງານສືບທອດທີ່ດີຂອງກອງທັບ.
ໂດຍ: ເກນ ວິໄລສານ – ນັກຮົບຊ່າງແສງ