ໃນວັນທີ 07 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ສືບຕໍ່ເຄື່ອນໄຫວຢ້ຽມຢາມບັນດາໂຄງການຊ່ວຍເຫຼືອຂອງລຸກຊໍາບວກ ຢູ່ ແຂວງວຽງຈັນ, ເຊິ່ງໄດ້ເລີ່ມຕົ້ນຢ້ຽມຢາມ ໂຮງ ໝໍ Maria-Teresa ຢູ່ ເມືອງວຽງຄໍາ, ໂດຍການຮັບຕ້ອນຈາກ ທ່ານ ຄໍາພັນ ສິດທິດໍາພາ, ເຈົ້າແຂວງໆວຽງຈັນ ພ້ອມດ້ວຍການນໍາແຂວງ ແລະ ພະນັກງານແພດໝໍ ຈໍານວນໜຶ່ງ.

ໃນໂອກາດດັ່ງກ່າວ, ສົມ ເດັດ ພຣະຣາຊາ ອັງຣີ ໄດ້ຮັບຟັງການ ລາຍງານຫຍໍ້ ກ່ຽວກັບ ສະພາບໂດຍລວມ, ການໃຫ້ບໍລິການໃນໄລຍະຜ່ານມາ ແລະ ແຜນການພັດທະນາໂຮງໝໍໃນອະນາຄົດ, ພ້ອມທັງຢ້ຽມຊົມຫ້ອງປະຕິບັດການຕ່າງໆ ແລະ ຢ້ຽມຢາມຄົນເຈັບຢູ່ໂຮງໝໍດັ່ງກ່າວ. ໂຮງໝໍແຫ່ງນີ້ ໄດ້ຮັບການສະໜັບສະໜູນການກໍ່ສ້າງຈາກລັດຖະບານ ລຸກຊໍາບວກ ໃນປີ 1998 ແລະ ໄດ້ເປີດໃຫ້ບໍລິການ ໃນປີ 2000 ແລະ ໄດ້ຈັດພິທີເປີດນຳໃຊ້ຢ່າງເປັນທາງການ ໃນປີ 2003 ໃນໂອກາດການເດີນທາງຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ພຣະຣາຊິນີ ມາເຣຍ ເຕເຣຊາ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ໄດ້ໃສ່ຊື່ໂຮງໝໍຫຼັງດັ່ງກ່າວ ໃນນາມຊື່ຂອງ ສົມເດັດ ພຣະຣາຊິນີ ເພື່ອເປັນສັນຍາລັກແຫ່ງການຊ່ວຍເຫຼືອ. ໂຮງໝໍຫຼັງດັ່ງກ່າວ, ເປັນໂຮງໝໍຂັ້ນແຂວງ ມີພາລະບົດບາດໜ້າທີ່ໃນການຮັກສາສຸຂະພາບຂອງປະ ຊາຊົນ ໃນແຂວງວຽງຈັນ.
ຫຼັງຈາກນັ້ນ, ກໍໄດ້ໄປຢ້ຽມຢາມໂຮງຮຽນພະຍາບານສາດເຕັກນິກແຂວງວຽງຈັນ ໂດຍໄດ້ຢ້ຽມຊົມບັນດາຫ້ອງຮຽນ, ເບິ່ງການສິດສອນ ແລະ ຫ້ອງພາກສະແດງ, ພ້ອມທັງໄດ້ໃຫ້ກຽດປູກຕົ້ນໄມ້ ທີ່ເດີ່ນດ້ານໜ້າຂອງໂຮງຮຽນ ເພື່ອເປັນອານຸສອນໃຫ້ແກ່ໂຮງຮຽນດັ່ງກ່າວ. ຕໍ່ມາ, ກໍໄດ້ເດີນທາງໄປຢ້ຽມຢາມໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິບັດ ເດີ ອະຄາເດມີ້ ຢູ່ ເມືອງວັງວຽງ ຊຶ່ງເປັນສູນ ແລະ ທັງເປັນບ່ອນຝຶກອົບຮົມທັກສະດ້ານການບໍລິຫານໂຮງແຮມ, ການເຮັດອາຫານ ແລະ ການສ້າງຂີດຄວາມສາມາດດ້ານພາສາຕ່າງປະເທດໃນການບໍລິການ ແລະ ການຕ້ອນຮັບຕ່າງໆໃຫ້ແກ່ນັກທ່ອງທຽວ ຊຶ່ງພາຍໃຕ້ໂຄງການຝຶກທັກສະດ້ານການທ່ອງທ່ຽວ (ໂຄງການ ລາວ/029).


ໂຮງແຮມ ແລະ ຮ້ານອາຫານ ຝຶກປະຕິ ບັດນີ້ ແມ່ນເປັນບ່ອນຝຶກວິຊາຊີບທີ່ມີປະສິພາບ ແລະ ປະສິດທິຜົນເປັນຢ່າງດີ.
ແຂວງວຽງຈັນ ເປັນແຂວງໜຶ່ງທີ່ນອນຢູ່ໃນຫຼາຍໂຄງການຊ່ວຍເຫຼືອເພື່ອການພັດທະນາຂອງລຸກຊໍາບວກ ເປັນຕົ້ນແມ່ນໂຄງການສະໜັບສະໜູນຂະແໜງສາທາ ລະນະສຸກ (ໂຄງການ ລາວ/027) ທີ່ໄດ້ໃຫ້ທຶນຊ່ວຍເຫຼືອປິ່ນປົວຜູ້ທຸກຍາກ ໂດຍບໍ່ໄດ້ເສຍຄ່າ ພາຍໃຕ້ກອງທຶນສຸຂະພາບ ສໍາລັບ ຜູ້ທຸກຍາກ (ກສທ) ຢູ່ ແຂວງວຽງຈັນ, ເຊິ່ງໃນໄລຍະທີ 1 (2014- 2016) ມີມູນຄ່າ 114.700 ໂດລາສະຫະລັດ ຫຼື ປະມານ 922 ລ້ານກີບ ແລະ ໄລຍະທີ 2 (2017-2017) ມີມູນຄ່າ 1.5 ຕື້ກວ່າກີບ; ໃນນັ້ນ, ຝ່າຍລາວໄດ້ສົມທົບທຶນ 20% ເພື່ອຊ່ວຍຄົນເຈັບທຸກຍາກອານາຖາ ລວມທັງແມ່ຍິງ ແລະ ເດັກນ້ອຍ ທີ່ມີອາຍຸຕໍ່າກວ່າ 5 ປີ ຢູ່ ແຂວງວຽງຈັນ. ໂຄງການດັ່ງກ່າວຍັງໃຫ້ການຊ່ວຍເຫຼືອທາງດ້ານວຽກງານສະຖິຕິແບບອອນລາຍ, ວຽກງານປະກັນສຸຂະ ພາບ ແລະ ດ້ານບໍລິການ. ນອກຈາກນັ້ນ, ຍັງມີໂຄງການພັດທະນາທ້ອງຖິ່ນ (ໂຄງ ການ ລາວ/030) ທີ່ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ຂົງເຂດການປົກຄອງ, ການພັດທະນາຊົນນະບົດ ແລະ ການເຂົ້າເຖິງພື້ນຖານໂຄງລ່າງ.
ໃນຕອນບ່າຍຂອງວັນດຽວກັນ, ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະ ກໍໄດ້ເດີນທາງກັບຄືນນະຄອນຫຼວງວຽງຈັນ ແລະ ໄດ້ໄປຢ້ຽມຊົມ ບໍລິສັດ ຫັດຖະກໍາ ຕໍ່າແຜ່ນແພ ລາວ ຈໍາກັດ ຕື່ມອີກ.


ຂ່າວ;ພາບ: ກົມການຂ່າວ, ກະຊວງການຕ່າງປະເທດ