ຕອນເຊົ້າວັນທີ 8 ທັນວາ 2022, ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມແຂວງຫຼວງພະບາງ ດ້ວຍລົດໄຟ ລາວ-ຈີນ ຂະບວນພິເສດ, ຊຶ່ງກ່ອນການອອກເດີນທາງ ສົມເດັດ ພຣະຣາຊາ ອັງຣີ ໄດ້ຢ້ຽມຊົມ ແລະ ຮັບຟັງການລາຍງານສະພາບ ຈາກຜູ້ຮັບຜິດຊອບ ສະຖານີລົດໄຟ ລາວ-ຈີນ, ພ້ອມນີ້ ສົມເດັດ ຍັງໄດ້ຢ້ຽມຊົມລົດໄຟຂະບວນດັ່ງກ່າວ. ໃນເວລາທີ່ເດີນທາງໄປເຖິງສະຖານີລົດໄຟຫຼວງພະບາງ ສົມເດັດ ພຣະຣາຊາ ອັງຣີ ພ້ອມຄະນະ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ ພ້ອມດ້ວຍບັນດາການນໍາແຂວງຈໍານວນໜຶ່ງ.
ໃນໂອກາດຢ້ຽມຢາມແຂວງຫຼວງພະບາງຄັ້ງນີ້, ສົມເດັດ ພຣະຣາຊາ ອັງຣີ ໄດ້ເຄື່ອນໄຫວຢ້ຽມຊົມສະຖານທີ່ສໍາຄັນທາງປະຫວັດສາດ ແລະ ວັດທະນະທໍາຂອງແຂວງ ເຊັ່ນ: ຫໍພິພິທະພັນແຫ່ງຊາດຫຼວງພະບາງ ແລະ ວັດຊຽງທອງ, ພ້ອມທັງໄດ້ໄປຢ້ຽມຊົມ ໂຄງການເກັບກູ້ລະເບີດ ແລະ ທ່ຽວຊົມຮ້ານຄ້າຢູ່ໃນຕົວເມືອງຫຼວງພະບາງຈໍານວນໜຶ່ງ. ລຸກຊໍາບວກ ແມ່ນປະເທດໜຶ່ງທີ່ໄດ້ໃຫ້ການຊ່ວຍເຫຼືອວຽກງານເກັບກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ໂດຍຜ່ານຂອບການຮ່ວມມືຫຼາຍຝ່າຍ ຄື: ອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ.
ໃນຕອນແລງຂອງວັນດຽວກັນ, ທີ່ ໂຮງແຮມ ສຸພັດຕຣາ, ສົມເດັດ ພຣະຣາຊາ ອັງຣີ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ ແຂວງຫຼວງພະບາງ, ໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ເຈົ້າແຂວງໆຫຼວງພະບາງ. ຫຼັງຈາກນັ້ນ, ສົມເດັດ ພຣະຣາຊາ ອັງຣີ ກໍໄດ້ເຂົ້າຮ່ວມພິທີບາສີສູ່ຂວັນ ຕາມຮີດຄອງປະເພນີຂອງປະຊາຊົນລາວບັນດາເຜົ່າ, ເພື່ອອວຍພອນໄຊອັນປະເສີດ ໃຫ້ແກ່ ສົມເດັດ ພຣະຣາຊາ ອັງຣີ ແລະ ຄະນະຜູ້ແທນຂັ້ນສູງຂອງລຸກຊໍາບວກ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ຫຼັງຈາກນັ້ນ, ເຈົ້າແຂວງໆຫຼວງພະບາງ ໄດ້ຈັດງານລ້ຽງອາຫານຄໍ່າ ເພື່ອເປັນກຽດໃຫ້ແກ່ ສົມເດັດ ພຣະຣາຊາ ອັງຣີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ພ້ອມຄະນະ.









