ໃນຕອນບ່າຍວັນທີ 14.9.2022 ສົມເດັດ ອັກຄະ ມະຫາ ໂປເຢຍ ຈັກກຣີ ເຮັງຊໍາຣິນ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງ ກໍາປູເຈຍ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານທອງລຸນ ສີສຸລິດ ປະ ທານປະເທດ ຢູ່ຫ້ອງວ່າການສູງການພັກ ເເລະ ເຂົ້າພົບປະກັບທ່ານ ພັນຄໍາ ວີພາວັນ ນາຍົກລັດຖະມົນຕີ ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນໂອ ກາດທີ່ທ່ານພ້ອມດ້ວຍຄະນະ ເດີນທາງມາຢ້ຽມຢາມລາວຢ່າງເປັນທາງການຕາມການເຊື້ອເຊີນຂອງທ່ານໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໃນລະຫວ່າງວັນທີ 14 ຫາ 16 ກັນຍານີ້ ເຊີ່ງໃນການພົບປະດັ່ງກ່າວ ການນໍາຂັ້ນສູງທັງ ສອງຝ່າຍ ໄດ້ຕີລາຄາສູງກ່ຽວກັບການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ຖານບ້ານໃກ້ເຮືອນຄຽງ, ແລະ ຄວາມສາມັກຄີຮັກແພງ ຂອງສອງປະເທດ ແລະ ປະຊາຊົນສອງຊາດລາວ-ກຳປູເຈຍ,ກໍາປູເຈຍ-ລາວຕະຫລອດໄລຍະຜ່ານມາ ກໍ່ຄືປັດຈຸບັນ ພ້ອມດຽວກັນນີ້, ບັນດາການນໍາຂັ້ນສູງຂອງລາວ ໄດ້ຕາງໜ້າໃຫ້ພັກ- ລັດຖະບານ, ສະພາແຫ່ງຊາດ ແລະ ປະ ຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການສະໜັບ ສະ ໜູນ ແລະຊ່ວຍເຫຼືອຮ່ວມມື ຂອງລັດ ຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນ ແຫ່ງ ຣາຊະອານາຈັກກຳປູເຈຍ ທີ່ມີ ຕໍ່ ພັກ-ລັດຖະບານ ເເລະ ປະຊາຊົນລາວ ທັງໃນພາລະກິດຕໍ່ສູ້ກູ້ ຊາດຍາດເອົາເອ ກະລາດຈາກພວກຈັກກະພັດລ່າເມືອຂື້ນ ໃນເມື່ອກ່ອນ ກໍ່ຄືພາລະກິດປົກປັກຮັກ ສາ ແລະສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ພາຍຫລັງປະທານສະພາແຫ່ງຊາດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະໄດ້ສໍາເລັດການເຂົ້າຢ້ຽມຂໍ່ານັບ ທ່ານທອງລຸນ ສີສຸລິດ ປະ ທານປະເທດ ເເລະ ເຂົ້າພົບປະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ເເລ້ວ ໄດ້ສືບຕໍ່ເຂົ້າຮ່ວມພິທີວາງພວງມາລາ ຢູ່ອະນຸສາວະລີນັກຮົບນິລະນາມດາວເເດງຮ່ວມກັບທ່ານ ຄໍາໃບ ດໍາລັດ ຮອງປະ ທານສະພາແຫ່ງຊາດ ເພື່ອສະເເດງຄວາມໄຫວ້ອາໄລກະຕັນຮູ້ບຸນຄຸນເເລະຈົ່ງຮັກພັກດີຕໍ່ວິລະຊົນເເຫ່ງຊາດ,ນັກຮົບເເຂ່ງຂັນ,ນາຍເເລະພົນທະຫານ ເເລະ ປະຊາ ຊົນລາວບັນດາເຜົ່າທີ່ເສຍສະຫລະເລືອດເນື້ອເເລະຊີວິດຕໍ່ພາລະກິດຕໍ່ສູ້ກູ້ຊາດ ຍາດເອົາເອກະລາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດສະຖາປະນາເປັນປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ2ທັນວາປີ1975.
ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຂັນໄຊ





