ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພິທີສົ່ງມອບລົດໄລາວ-ຈີນEMUຂະບວນທຳອິດ,ຄືຂະບວນ“ລ້ານຊ້າງ” ໄດ້ຈັດຂຶ້ນໃນຕອນ ເຊົ້າຂອງວັນທີ 16 ຕຸລານີ້ທີ່ສະຖານີລົດໄຟນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ວຽງສະຫັວດ ສີພັນດອນ ລັດຖະມົນຕີ ກະຊວງ ໂຍທາທິການ ເເລະ ຂົນສົ່ງ ເເລະ ທ່ານ ຈ່ຽງຈາຍຕົ້ງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວພ້ອມດ້ວຍພາກສ່ວນທີກ່ຽວຂ້ອງ.
ໂອກາດດັ່ງກ່າວ, ທ່ານ ວຽງສະຫັວດ ສີພັນດອນ ກ່າວວ່າ: ການສົ່ງມອບຂະບວນລົດໃນຄັ້ງນີ້, ເປັນເຄື່ອງໝາຍຊີ້ໃຫ້ເຫັນວ່າ:ໂຄງການກໍ່ສ້າງລົດໄຟລາວ-ຈີນແມ່ນໄດ້ກ້າວເຂົ້າສູ່ຂັ້ນຕອນການກວດກາຮັບຮອງ ແບບໃດມານາມິກ ເຊິ່ງເປັນຂັ້ນຕອນທີ່ສໍາຄັນ ຫລັງຈາກນັ້ນ ເສັ້ນທາງ ລົດໄຟລາວ-ຈີນ ຈະກ້າວເຂົ້າສູ່ໄລຍະດໍາເນີນການບໍລິການສັງຄົມຢ່າງເປັນທາງການ ເຊິ່ງເປັນການປະກາດໃຫ້ຮູ້ຢ່າງທົ່ວເຖິງວ່າ ສປປ ລາວ ກໍາລັງກ້າວເຂົ້າສູ່ຍຸກສະໄຫມໃຫມ່ແຫ່ງການຂົນສົ່ງດວ້ຍທາງລົດໄຟຟ້າ,ປະຊາຊົນລາວຈະພົບກັບຍຸກສະໄຫມໃຫມ່ ແຫ່ງການປ່ຽນແປ່ງດ້ານການຂົນສົ່ງຂອງສປປລາວ.ທ່ານກ່າວຕື່ມວ່າ:ຂະບວນລົດໄຟລ້ານຊ້າງ ຈະເປັນສັນຍາລັກ ໃໝ່ ໃຫ້ແກ່ປະຊາຊົນລາວບັນລຸປະເທດຊາດມີຄວາມມັ່ງຄັ່ງເຂັ້ມແຂງ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ.
ລົດໄຟ EMU ມີຮູບຊົງພາຍນອກຕົບເເຕ່ງດ້ວຍສີເເດງ, ຟ້າ, ຂາວ ໄດ້ມາຮອດ ນະຄອນຫຼວງວຽງຈັນ ເເລະ ໄດ້ມອບສົ່ງໃຫ້ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ ຢ່າງເປັນທາງການ. ລົດໄຟ EMU ດັ່ງກ່າວນີ້ ຂະບວນທຳອິດໄດ້ຕັ້ງຊື່ວ່າ: ຂະບວນ “ລ້ານຊ້າງ” ເຊິ່ງຂະບວນລົດນີ້ຈະໄດ້ນຳໃຊ້ເຂົ້າໃນວຽກງານກວດກາເຕັກນິກເຄື່ອນທີ່ຂອງເສັ້ນທາງລົດໄຟລາວ-ຈີນ.
ລົດໄຟ EMU ຂະບວນນີ້ ເເມ່ນຜະລິດຮ່ວມໂດຍ ບໍລິສັດ ຮຸ້ນສ່ວນ ລົດໄຟ ສີ່ຝ່າຍ ຊິງເຕົາ ຈຳກັດ ເເລະ ບໍລິສັດ ລົດໄຟ ຕ່າລຽນ ຈຳກັດ ທັງສອງບໍລິສັດ ເເມ່ນຂື້ນກັບ ກຸ່ມບໍລິສັດ ລົດໄຟ ເເຫ່ງ ຊາດ ຈີນ, ເປັນຂະບວນລົດໄຟດ່ວນ EMU ທີ່ໃຊ້ຫົວຈັກລົດ ລາກແກ່ຂະບວນ, ເຊິ່ງເປັນຂະບວນ EMU ແບບລວມສູນທີ່ສາມາດບັນຊາຄວບຄຸມຂັບເຄື່ອນໄດ້ທັງສອງສົ້ນ. ຂະບວນລົດນີ້ ເເມ່ນນຳໃຊ້ເຕັກນິກລົດໄຟຂະບວນ ຟູ່ຊິງຮ່າວ ຂອງ ສປຈີນ ເໝາະກັບສະພາບເເວດລ້ອມການຂົນສົ່ງຂ້າມເເດນ ເເລະ ສະພາບເງື່ອນໄຂຂອງເສັ້ນທາງ, ສາມາດຕອບສະໜອງຄວາມຕ້ອງການແລະຄວາມສະບາຍຂອງຜູ້ໂດຍສານ, ມີເຕັກນິກກ້າວໜ້າທີ່ໜ້າເຊື່ອຖືໄດ້, ບັນທຸກໂດຍສານໄດ້ຫຼາຍ, ຂັບຂີ່ສະບາຍ, ຕົ້ນທືນບໍລິຫານດຳເນີນການຕໍ່າ. ລະດັບມາດຖານ ເເລະ ຄຸນລັກສະນະຂອງລົດ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການດຳເນີນການເສັ້ນທາງລົດໄຟລາວ-ຈີນ ເຊິ່ງໃນນັ້ນ ເເບບຂອງຂະບວນລົດ ເເມ່ນມອບໃຫ້ ກຸ່ມບໍລິສັດ ທາງລົດໄຟ ເເຫ່ງຊາດ ຈີນ ເປັນຜູ້ເເຕ່ງຕັ້ງຄະນະຊ່ຽວຊານໃນການກວດກາຮັບຮອງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ປະທານປະເທດ ເເຫ່ງ ສປປ ລາວ ເປັນຜູ້ຄົ້ນຄ້ວາກຳນົດ. ສ່ວນການຕັ້ງຊື່ຂະບວນລົດ “ລ້ານຊ້າງ” ເເມ່ນອິງໃສ່ຊື່ເກົ່າຂອງ ສປປ ລາວ ໃນອະດີດທີ່ເອີ້ນວ່າອານາຈັກ “ລ້ານຊ້າງ”, ມີຄວາມໝາຍດ້ານອານາຈັກເເຫ່ງເຈົ້າຊີວິດ ເເລະ ເເມ່ນໍ້າທີ່ໄຫຼຜ່ານດີນເເດນຂອງ ສປ ຈີນ ເເລະ ສປປ ລາວ ສະເເດງເຖິງ ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ; ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເປັນຜູ້ຄົ້ນຄ້ວາກຳນົດຊື່ຂະບວນລົດຄັ້ງປະຫວັດສາດນີ້.
ຮູບຊົງພາຍນອກຂອງຕົວລົດໄຟ EMU ຂະບວນ “ລ້ານຊ້າງ” ປະກອບດ້ວຍລວດລາຍທີ່ນຳໃຊ້ສີທຸງຊາດ ລາວ“ສີເເດງ, ສີຟ້າ, ສີຂາວ” ເຊິ່ງຖືກເອີ້ນວ່າ “ຄວາມສວຍງາມຂອງທຸງຊາດ” . ການຕົບແຕ່ງພາຍໃນຂອງຂະບວນລົດແມ່ນນຳໃຊ້ເເນວຄວາມຄິດຂອງ“ກີ່ນຫອມມີສະເໜ່ດອກຈໍາປາ”,“ຄວາມງາມຂອງພູຜາແມ່ນໍ້າລຳເຊ”ແລະເຫັນໄດ້ດອກຈຳປາເເຕ່ລະດອກກຳລັງເບ່ງບານຢ່າງສວຍງາມ, ຖືເອົາລວດລາຍສີສັນຂອງດອກຈຳປາເປັນສີພື້ນເຊິ່ງມີຄວາມໝາຍສະເເດງເຖິງວິໄສທັດການດຳລົງຊີວິດຂອງປະຊາຊົນ ເເລະ ມິດຕະພາບອັນດີງາມ,ຂອງປະຊາຊົນສອງຊາດ ລາວ-ຈີນ; ດ້ານໃນຂອງລົດຕົບເເຕ່ງດ້ວຍ “ຄວາມງາມຂອງພູຜາແມ່ນໍ້າລຳເຊ” ເເມ່ນຖືເອົາສີຂອງຜ້າໄໝລາວເປັນສີພື້ນ,ທີ່ໄດ້ລວບລວມເອົາຄວາມສວຍງາມດ້ານວັດທະນະທຳແລະຮີດຄອງປະເພນີຂອງປະຊາຊົນສອງ ຊາດ ລາວ-ຈີນ ເຂົ້າກັນຢ່າງກົມກຽວ.
ຂະບວນ“ລ້ານຊ້າງ” ສາມາດແລ່ນດ້ວຍຄວາມໄວສູງເຖິງ 160 ກມ/ຊມ,ຂະບວນນີ້ປະກອບມີ 9 ຕູ້ ເຊິ່ງລວມມີ: ຫົວຈັກລົດໄຟ, ຕູ້ບ່ອນນັ່ງປະເພດໜຶ່ງ ແລະ ຕູ້ຫ້ອງອາຫານ ຢ່າງລະ 1 ຕູ້, ຕູ້ບ່ອນນັ່ງປະເພດສອງ 6 ຕູ້ ເຊິ່ງທັງໝົດສາມາດບັນຈຸຜູ້ໂດຍສານໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ, ຕູ້ບ່ອນນັ່ງປະເພດ 1 ແລະ ປະເພດ 2 ຂອງຂະບວນລົດໄຟມີຄວາມໂອ່ງໂຖ່ງກ້ວາງຂວາງ ແລະ ສະດວກສະບາຍ,ຜູ້ໂດຍສານສາມາດປັບອຸ່ນຫະພູມເຄື່ອງປັບອາກາດໄດ້ຕາມຄວາມຕ້ອງການ, ການອອກແບບເບາະຕັ່ງນັ່ງແມ່ນຖືກຕາມຮູບຮ່າງສະລີລະຂອງຄົນ, ຢູ່ດ້ານລຸ່ມຂອງເບາະນັ່ງ ມີຮູປັກສຽບໄຟທີ່ສາມາດໃຊ້ໄດ້ກັບມາດຕະຖານປັກສຽບຂອງລາວ ແລະ ຈີນ. ຕູ້ຫ້ອງອາຫານປະກອບດ້ວຍຕູ້ໂຊອາຫານ, ເຄື່ອງເຮັດກາເຟ, ໄມໂຄເວັບ ແລະອຸປະກອນອື່ນໆ ແລະ ມີພື້ນທີ່ນັ່ງຮັບປະທານອາຫານ, ເຊິ່ງສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ໂດຍສານ ໃນການຮັບປະທານອາຫານ ແລະ ພັກຜ່ອນ. ພາສາທີ່ນໍາໃຊ້ໃນການໃຫ້ຂໍ້ມູນຜ່ານຈໍສະແດງ, ການໂທລະໂຄ່ງ ແລະປ້າຍສັນຍາລັກການໃຫ້ບໍລິການຢູ່ພາຍໃນ ແລະ ພາຍນອກຂະບວນລົດມີ 3 ພາສາຄື: ພາສາຈີນ, ພາສາລາວ ແລະ ພາສາອັງກິດ. ຕູ້ທີ 4 ຂອງຂະບວນລົດໄຟແມ່ນເຂດປອດສິ່ງກີດຂວາງ ເຊິ່ງມີເບາະນັ່ງ ແລະຮາວຈັບສໍາລັບຄົນພິການ, ມີຫ້ອງນໍ້າສໍາລັບຄົນພິການ, ມີປຸ່ມກົດຂໍຄວາມຊ່ວຍເຫຼືອ SOS ແລະ ພາສາສັນຍາລັກນໍາທາງສໍາລັບຄົນພິການທາງສາຍຕາ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ເຮັດໃຫ້ຜູ້ໂດຍສານທີ່ເປັນຄົນພິການສາມາດເດີນທາງໄດ້ຢ່າງສະດວກ.
ເພື່ອເປັນການຮັບປະກັນໃຫ້ ລົດໄຟ EMU ຂະບວນ “ລ້ານຊ້າງ” ມາຮອດ ສປປ ລາວ ຕາມເເຜນການ, ລັດຖະບານ ລາວ ເເລະ ຈີນ ໄດ້ໃຫ້ຄວາມສໍາຄັນສູງ ເເລະ ໃຫ້ການສະໜັບສະໜູນຕໍ່ທຸກຂັ້ນຕອນການຜ່ານດ່ານ. ທ່ານ ຫວັງທົງຈົນ ຮອງອຳນວຍການໃຫ່ຍ ກຸ່ມບໍລິສັດ ທາງລົດໄຟ ເເຫ່ງຊາດ ຈີນ ໄດ້ຊີ້ນຳບັນຊາການຂົນສົ່ງຂະບວນລົດດັ່ງກ່າວດ້ວຍຕົນເອງຢູ່ຄຸນໝິງ, ທ່ານ ວຽງສະຫວັດ ສີພັນດອນ ໄດ້ປະສານເເກ້ໄຂການຜ່ານດ່ານຢູ່ບໍ່ເຕນ ດ້ວຍຕົນເອງ ເເລະ ນຳພາທີມງານຕົວເເທນ ລັດຖະບານ ລາວ ມາຕ້ອນຮັບ ລົດໄຟ EMU ຢູ່ ນະຄອນຫຼວງວຽງຈັນ ເພື່ອຮັບປະກັນ ລົດໄຟ EMU ສາມາດອອກຈາກ ຄຸນໝິງ ອອກຈາກດ່ານບໍ່ຫານ ເຂົ້າດ່ານບໍ່ເຕນ ມາຫາ ນະຄອນຫຼວງ ວຽງຈັນ ຢ່າງປອດໄພແລະຖືກຕ້ອງຕາມກຳນົດເວລາ.
ທາງລົດໄຟລາວ-ຈີນແມ່ນໂຄງການເຊື່ອມຕໍ່ລະຫວ່າງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງຈີນ ກັບຍຸດທະສາດຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລເປັນປະເທດເຊື່ອມໂຍງເຊື່ອມຈອດຂອງລາວ ເຊິ່ງເລີ່ມຈາກນະຄອນຄຸນໝິງ ແຂວງຢຸນນານຂອງຈີນໄປສິ້ນສຸດທາງຕອນໃຕ້ຢູ່ນະຄອນຫຼວງວຽງຈັນ, ໃນນັ້ນ, ຊ່ວງໄລຍະຢູ່ລາວມີຄວາມຍາວ ທັງໝົດ 422,4 ກິໂລແມັດ, ທາງລົດໄຟສາຍນີ້ສ້າງຕາມມາດຕະຖານການບໍລິຫານ ແລະມາດຕະຖານເຕັກນິກຂອງຈີນ, ຖືກອອກແບບໃຫ້ມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ເປັນທາງລົດໄຟໃຊ້ໄຟຟ້າທີ່ຂົນສົ່ງສິນຄ້າ ແລະຜູ້ໂດຍສານ ແລະຈະເປີດໃຫ້ບໍລິການໃນເດືອນທັນວາປີ 2021 ຕາມແຜນການ.
May be an image of train
May be an image of one or more people and people standing
May be an image of one or more people and people standing