ເພື່ອເປັນການປ່ຽນແປງໃໝ່ ແລະ ຈັດຕັ້ງປະຕິບັດວຽກ ງານແຂ່ງຂັນ ແລະຍ້ອງຍໍໃຫ້ມີຄຸນນະພາບເທື່ອລະກ້າວ ກະຊວງພາຍໃນ ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງ ຂັນ ແລະ ຍ້ອງຍໍ ຢູ່ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງ ຂຶ້ນໃນວັນທີ 6 ມິຖຸນາ 2022 ໂດຍການເປັນປະ ທານຂອງ ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະ ຊວງພາຍໃນ, ມີຫົວໜ້າກົມແຂ່ງຂັນ ແລະ ຍ້ອງຍໍ, ຫົວໜ້າກົມ-ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ກ່າວໃນພິທີເປີດວ່າ ການຈັດຊຸດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຂີດຄວາມສາມາດໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ຢູ່ບັນດາກະຊວງ-ອົງການຂັ້ນສູນກາງ ໃຫ້ຮັບຮູ້, ເຂົ້າໃຈເລິກເຊິງກ່ຽວກັບວຽກງານດັ່ງກ່າວຫຼາຍຂຶ້ນ ແລະ ນຳໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ, ເຊິ່ງວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກທີ່ສຳຄັນ ແລະ ຈຳເປັນຫຼາຍ ໂດຍໃນໄລຍະຜ່ານມາ ພັກ ແລະ ລັດຖະບານໄດ້ຖືເອົາການແຂ່ງຂັນ-ຍ້ອງຍໍ ເປັນພາກສ່ວນໜຶ່ງທີ່ສໍາຄັນໃນການປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ຂະບວນການຕ່າງໆ ດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ, ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ, ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະອື່ນໆ ເພື່ອສ້າງພົນລະເມືອງລາວທຸກຄົນໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ມີສະຕິຊາດ, ເປັນເຈົ້າຕົນເອງ, ມີຈິດໃຈປະຢັດ, ມີຄວາມດຸໝັ່ນໃນການຄົ້ນ ຄ້ວາ ຮ່ຳຮຽນດຸໝັ່ນໃນການອອກແຮງງານ, ມີຄວາມບຸກບືນ, ອົດທົນຜ່ານຄວາມຫຍຸ້ງຍາກ, ຍົກສູງສະຕິຕື່ນຕົວ, ມີສະຕິເຄົາລົບ ແລະ ປະຕິບັດກົດໝາຍ.
ການຝຶກອົບຮົມຄັ້ງນີ້ຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ ແລະ ເຂົ້າໃຈເຖິງການກຳເນີດ ແລະ ການຂະຫຍາຍຕົວຂອງວຽກງານສະດຸດີ (ຍ້ອງຍໍ), ການປະຕິບັດວຽກງານການແຂ່ງຂັນ, ວຽກງານຍ້ອງຍໍ, ວຽກງານຄຸ້ມຄອງນາມມະຍົດ, ວິທີປະດັບການຍ້ອງຍໍ, ການຕິດຫຼຽນ ແລະ ການປົກປັກຮັກສາຫຼຽນ. ກອງປະຊຸມຝຶກອົບຮົມວຽກງານແຂ່ງຂັນ ແລະ ຍ້ອງຍໍ ໃຫ້ຜູ້ທີ່ຮັບຜິດຊອບວຽກງານແຂ່ງຂັນ ແລະ ຍ້ອງຍໍ ຢູ່ບັນດາກະຊວງ-ອົງການທຽບເທົ່າຂັ້ນສູນກາງ ຈະດໍາເນີນໄປຈົນຮອດວັນທີ 8 ມິຖຸນາ 2022 ຈຶ່ງຈະອັດລົງ.
Loading...