ຄອບຄົວລຸງ ທອງດີ ພົມມາ, ປະຊາຊົນ ບ້ານຫ້ວຍກະໂພ, ເມືອງລະຄອນເພັງ, ແຂວງສາລະວັນ ມີຢູ່ມີກິນ ແລະ ນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ຍ້ອນຖືເອົາການປູກພືດສະອາດແບບປະສົມປະສານເປັນສິນຄ້າ ຕາມການແນະນໍາຂອງວິຊາ ການດ້ານກະສິກໍາ ມາໄດ້ 5 ປີ ກວ່າ ເຮັດໃຫ້ກາຍເປັນໜຶ່ງໃນ 6 ຄອບຄົວຕົວແບບດ້ານການຜະລິດຂອງເມືອງລະ ຄອນເພັງ.
ລຸງ ທອງດີ ພົມມາ ເວົ້າໃຫ້ຟັງວ່າ: ເມື່ອກ່ອນຄອບຄົວຂອງລຸງທີ່ມີທັງໝົດ 5 ຄົນ ຖືເອົາການເຮັດນາເປັນອາ ຊີບຕົ້ນຕໍທີ່ສາມາດຜະລິດໄດ້ພຽງລະດູດຽວ ແລະ ບໍ່ມີອາຊີບອື່ນເສີມ, ນອກຈາກອາໃສການຫວ່ານແຫ່ຫາປາທໍາມະຊາດຕາມຫ້ວຍໜອງຕ່າງໆ ເຮັດໃຫ້ຄອບຄົວໃນເວລານັ້ນ ພົບຄວາມຫຍຸ້ງຍາກ ແລະ ຂາດໆ ເຂີນໆ ສົມຄວນ ຍ້ອນການຜະລິດແບບທໍາມະຊາດ ແລະ ຂຶ້ນກັບທຳມະຊາດທັງໝົດ. ເມື່ອເປັນແນວນັ້ນ, ຕົນເອງໄດ້ປຶກສາຫາລືກັບຄອບຄົວ ເພື່ອຫາວິທີພັດທະນາຄອບຄົວໃຫ້ດີຂຶ້ນໂດຍນໍາໃຊ້ທ່າແຮງທີ່ມີຢູ່ ແລະ ໄດ້ຕັດສິນໃຈເຂົ້າຮ່ວມເຝິກອົບຮົມການປູກພືດທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຮ່ວມກັບພາກສ່ວນກ່ຽວຂ້ອງຂອງແຂວງ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ຈັດຂຶ້ນ ໃນປີ 2017, ຕໍ່ມາຄອບຄົວໄດ້ເລືອກເອົາການປູກພືດສະອາດແບບປະສົມປະສານ ເຊັ່ນ: ເຂົ້າ, ມັນຕົ້ນ, ຜັກກາດ, ຜັກບົ່ວ, ຫອມປ້ອມ, ໝາຍເຜັດ, ໝາກຖົ່ວ ແລະ ອື່ນໆ ຕາມລະດູການ ໂດຍອາໃສຄວາມດຸໝັ່ນຂະຫຍັນພຽນ ແລະ ການຮຽນຮູ້ຈາກການເຮັດຕົວຈິງ ແລະ ການໃຫ້ແນະນໍາຈາກວິຊາການກ່ຽວ ຂ້ອງຂອງເມືອງຢ່າງຕໍ່ເນື່ອງ. ຕໍ່ມາໃນປີ 2018 ໄດ້ທົດລອງປູກສາລີ ໃນເນື້ອທີ່ 3 ໄຮ່ນານ້ອຍ ເຫັນວ່າໄດ້ຮັບຜົນດີ ເພາະສາມາດຈໍາໜ່າຍໄດ້ເຖີງ 7 ລ້ານກີບ ຈິ່ງສືບຕໍ່ຂະຫຍາຍເນື້ອທີ່ປູກສາ ລີເພີ່ມຂຶ້ນຕື່ມ.
ລຸງ ທອງດີ ເວົ້າໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ຄອບຄົວຂອງລຸງ ເຫລືອແຮງງານຕົ້ນຕໍ 3 ຄົນ ຄື: ພໍ່ແມ່ ແລະ ລູກສາວ ເພາະລູກອີກ 2 ຄົນໄດ້ສ້າງຄອບຄົວ ແລະ ອອກເຮືອນແລ້ວ, ສ່ວນເນື້ອທີ່ທໍາການຜະລິດມີທັງໝົດ 2,3 ເຮັກຕາ, ໃນນີ້ ພືດແບບປະສົມປະສານຕາມລະດູການທີ່ປູກຫລາຍກວ່າໝູ່ແມ່ນສາລີ ຈໍານວນ 2 ໄລ່. ນອກຈາກນີ້ ຍັງໄດ້ລ້ຽງງົວ 8 ໂຕ ແລະ ໝູແມ່ພັນ 1 ໂຕ ເພື່ອຂາຍລູກນ້ອຍ ເຊີ່ງຊຸດໜຶ່ງໄດ້ປະມານ 8-10 ໂຕ. ສໍາລັບຕະຫລາດຈໍາໜ່າຍຜົນຜະ ລິດ, ນອກຈາກ ມີຄົນມາເກັບຊື້ເຖີງສວນ, ໄດ້ເອົາໄປຂາຍຢູ່ຕະຫລາດພາຍໃນເມືອງ, ລວມເຖີງບັນດາຕະຫລາດທີ່ເມືອງຈັດຂຶ້ນຢູ່ແຕ່ລະບ້ານໃນແຕ່ລະມື້ ແລະ ຂາຍຜ່ານສື່ສັງຄົມອອນລາຍຕື່ມອີກ ເຮັດໃຫ້ບໍ່ມີບັນຫາຫຍັງດ້ານການຕະຫລາດ, ສ່ວນລາຍຮັບລວມກັນຈາກການຂາຍພືດ, ເຂົ້າ ແລະ ສັດລ້ຽງ ໄດ້ບໍ່ຫລຸດ 60 ລ້ານກີບ/ປີ.
ລຸງ ທອງດີ ຢືນຢັນວ່າ: ຫລັງຈາກຫັນມາປູກພືດແບບປະ ສົມປະສານຕາມລະດູການ ແລະ ລ້ຽງສັດຈໍານວນໜຶ່ງ ເປັນສິນຄ້າ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວມີຢູ່ມີກິນ, ມີເຮືອນຢູ່ທີ່ແໜ້ນໜາຖາວອນ, ມີລາຍໄດ້ຄົງທີ່ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກຮຽບຮ້ອຍແລ້ວ. ສ່ວນແຜນການໃນຕໍ່ໜ້າຈະເພີ່ມການປູກສາລີໃຫ້ຫລາຍຂຶ້ນກວ່າເກົ່າ ແຕ່ຕ້ອງອີງໃສ່ເງື່ອນໄຂຕົວຈິງ ເພາະຍັງມີຂໍ້ຈໍາກັດດ້ານນໍ້າຮັບໃຊ້ການຜະລິດໃນລະດູແລ້ງ ເນື່ອງຈາກຕ້ອງໃຊ້ນໍ້າໃຕ້ດິນເຂົ້າໃນການຜະລິດ ຍ້ອນບໍ່ມີລະບົບຊົນ ລະປະທານ.
ສ່ວນ ທ່ານ ຄໍາກອນ ວິໄລສັກ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງລະຄອນເພັງ ຢືນຢັນວ່າ: ເມືອງລະ ຄອນເພັງ ໄດ້ກໍານົດ 35 ເປົ້າໝາຍ ເພື່ອເປັນຄອບຄົວຕົວແບບດ້ານຕ່າງໆ, ມາຮອດປັດຈຸບັນ ສາມາດສ້າງໄດ້ແລ້ວ 6 ຄອບຄົວ, ໃນນີ້ ມີຄອບຄົວລຸງ ທອງດີ ພົມມາ ທີ່ຖືເອົາການປູກພືດສະອາດແບບປະສົມປະສານ ຮວມຢູ່ດ້ວຍ ແລະ ຖືເປັນຄອບຄົວທີ່ດຸໝັ່ນຂະຫຍັນພຽນຫລາຍ ເຮັດໃຫ້ອົງການປົກຄອງເມືອງ ຖືເອົາຄອບຄົວດັ່ງກ່າວເປັນຕົວແບບທີ່ດີເດັ່ນໃຫ້ຄອບຄົວອື່ນໆ ເຊີ່ງຜ່ານມາມີຫລາຍຄອບຄົວພາຍໃນ ເມືອງລະຄອນເພັງ ໄປຖອດຖອນບົດ ຮຽນ ເພື່ອໄປໝູນໃຊ້ເຂົ້າໃນການຜະລິດຂອງຕົນແລ້ວຫລາຍຄອບຄົວ.


