ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 30 ເມສານີ້ ທີ່ສະໂມສອນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ), ນະຄອນຫລວງວຽງຈັນ ໄດ້ຈັດພິທີເປີດສໍານັກພິມດີບຸກຢ່າງເປັນທາງການ ໂດຍມີ ທ່ານ ນາງ ບົວໄຂ ເພັງພະຈັນ ຫົວໜ້າກົມວັນນະຄະດີ ແລະ ພິມຈຳໜ່າຍ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ສົມໄໝ ພົມພະຈັນ ຜູ້ອຳນວຍການສຳນັກພິມດີບຸກ, ທ່ານ ນາງ ບຸນຊ່ອນ ໄຊວຸດທິ ຜູ້ບໍລິຫານຮ້ານປຶ້ມດີ ບຸກ ແລະ ແຂກຮັບເຊີນເຂົ້າຮ່ວມ.
ທ່ານ ສົມໄໝ ພົມພະຈັນ ໃຫ້ຮູ້ວ່າ: ການສ້າງຕັ້ງສຳນັກພິມດີບຸກ ເພື່ອແນໃສ່ສົ່ງເສີມການຂຽນ ແລະ ການອ່ານໃນສັງຄົມລາວໃຫ້ຫຼາຍຂຶ້ນ, ພ້ອມນີ້ສໍານັກພິມດີບຸກ ຍັງເປີດຮັບບົດຂຽນ, ຮັບຊື້ລິຂະສິດຜົນງານ ເພື່ອໃຫ້ນັກຂຽນລາວໄດ້ອອກຜົນງານ ໂດຍທີ່ນັກຂຽນບໍ່ຕ້ອງໄດ້ລົງທຶນ ແລະ ຍັງໄດ້ຮັບເງິນທັນທີ ທີ່ສົ່ງຜົນງານຂອງຕົນມາຍັງສຳນັກພິມ, ນອກຈາກຈັດຕັ້ງສຳນັກພິມແລ້ວ ດີບຸກຍັງມີໂຮງພິມທີ່ສາມາດຜະລິດເອງໄດ້ເພື່ອຕອບສະໜອງການອ່ານໃນລາວ. ນອກຈາກນີ້ ໃນອະນາ ຄົດມີເປົ້າໝາຍຈະຕັ້ງລາງວັນນັກຂຽນດີເດັ່ນ. ສ່ວນໃນປີ 2023 ທີ່ຈະມາເຖິງນີ້ ຈະຈັດງານບຸນມະໂຫລານກອງປຶ້ມໃຫຍ່ເພື່ອເປັນບ່ອນເຕົ້າໂຮມຜົນງານປຶ້ມອ່ານ ແລະ ເປັນບ່ອນນັດພົບນັກຂຽນລາວ.
ສໍາລັບຮ້ານປຶ້ມດີບຸກຮັບໃຊ້ຜູ້ອ່ານມາໄດ້ 8 ປີແລ້ວ, ເບື້ອງຕົ້ນເປັນຮ້ານຂາຍປຶ້ມທີ່ເລີ່ມຈາກການຂາຍອອນລາຍພຽງປຶ້ມ 3 ຫົວ ຈົນຂະຫຍາຍເປັນຮ້ານປຶ້ມທີ່ມີປຶ້ມຫຼາຍກວ່າ 50,000 ຫົວ ເຊີ່ງຮ້ານຂາຍຕັ້ງຢູ່ບ້ານຕານມີໄຊ, ຮ່ອມ 10 ເມືອງໄຊທານີ ນະຄອນຫຼວງວຽງຈັນ. ປັດຈຸບັນມີບໍລິການປຶ້ມພາສາລາວ, ພາສາໄທ, ປຶ້ມນິທານສຳ ລັບເດັກ ແລະ ສື່ການຮຽນ, ການສອນ, ນອກຈາກນັ້ນທາງຮ້ານຍັງຮັບຈັດຊື້ປຶ້ມເຂົ້າຫ້ອງສະໝຸດ, ອົງກອນ, ບໍລິສັດ ແລະ ໂຄງການຕ່າງໆ, ພິເສດສາມາດບໍລິ ການສົ່ງເຖິງທີ່ຈັດສົ່ງໂດຍບໍ່ໄດ້ເສຍຄ່າໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ແລະ ຍັງຈັດສົ່ງໄປຕ່າງແຂວງ ແລະ ຕ່າງປະເທດ.