ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ໄດ້ດໍາເນີນກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII ມາເປັນເວລາ 3 ວັນເຕັມ, ຈຶ່ງໄດ້ອັດລົງໃນຕອນບ່າຍຂອງວັນທີ 19 ມັງກອນ ປີນີ້, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ມີປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມ.
ຕະຫຼອດການດໍາເນີນກອງປະຊຸມບັນດາຜູ້ແທນແມ່ນໄດ້ພ້ອມກັນຮັບຟັງການສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານກໍ່ສ້າງພັກ-ພະນັກງານປະຈໍາປີ 2021 ຕິດພັນກັບວຽກງານກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ; ການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດວຽກງານຮອບດ້ານ ຂອງອົງການປົກຄອງແຂວງ ປະຈໍາປີ 2021 ແລະ ແຜນວຽກຈຸດສຸມ ປີ 2022, ພ້ອມດຽວກັນກໍ່ໄດ້ດໍາເນີນຊີວິດການເມືອງ, ສໍາຫຼວດກວດກາ ຄວາມຮັບຜິດຊອບການເມືອງຂອງຕົນ ໃນການນໍາພາວຽກງານຮອບດ້ານໃນ 1 ປີ, ໃຫ້ເຫັນໄດ້ດ້ານດີຜົນສໍາເລັດທີ່ພົ້ນເດັ່ນ ແລະ ດ້ານອ່ອນຂໍ້ຄົງຄ້າງຕົ້ນຕໍໃນການນໍາພາ-ຊີ້ນໍາຜ່ານມາ ແລະໄດ້ດໍາເນີນການສໍາຫຼວດກວດກາ, ຕິຊົມຕົນເອງ ແລະ ຕິຊົມເຊິ່ງກັນ ແລະ ກັນ ພາຍໃນຄະນະບໍລິຫານງານພັກແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນດໍາລົງຊີວິດ, ຄວາມຮັບຜິດຊອບການເມືອງທີ່ໄດ້ຮັບມອບໝາຍ, ແບບແຜນວິທີນໍາພາ, ວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດປອດໃສຂາວສະອາດ, ຕອນທ້າຍກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍ່ໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມຄັ້ງນີ້ ຈົ່ງເອົາໃຈໃສ່ເຮັດວຽກສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານ, ນັກຮົບແລະປະຊາຊົນບັນດາເຜົ່າໃຫ້ເລິກເຊິ່ງເຖິງຖອງແທດເຖິງຕົວຈິງແທ້ໆ, ນໍາເອົາເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມແລະຜັນຂະຫຍາຍຢູ່ໃນຂອບເຂດຕົນຮັບຜິດຊອບໃຫ້ປະກົດຜົນເປັນຈິງ, ຖືສໍາຄັນການແກ້ໄຂບັນຫາຄໍາສະເໜີ, ຄໍາຕໍານິສົ່ງຂ່າວທີ່ກ່ຽວຂ້ອງກັບຕົນເອງແລະຂອບເຂດຄວາມຮັບຜິດຊອບນໍາພາ-ຊີ້ນໍາໃຫ້ມີການຫັນປ່ຽນແທ້, ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດຕິດພັນກັບການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃຫ້ເດັດຂາດ, ຍູ້ຂະບວນການສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນໃຫ້ສໍາເລັດ,ສືບຕໍ່ຄວບຄຸມສະກັັດກັ້ນ, ປ້ອງກັນແລະແກ້ໄຂການລະບາດຂອງພະຍາດໂຄວິດ-19, ສືບຕໍ່ນໍາພາ-ຊີ້ນໍາຂະແໜງການກ່ຽວຂ້ອງລົງຕິດຕາມກວດກາແລະຄຸ້ມຄອງລາຄາສິນຄ້າບໍ່ໃຫ້ສວຍໂອກາດຂຶ້ນລາຄາເຊັ່ນ: ປະເພດຊີ້ນ, ເຂົ້າກິນ, ປາ, ໄກ່ແລະພືດຜັກອື່ນໆ ລວມທັັງສະໜອງເຄື່ອງອຸປະກອນ, ອຸປະໂພກ, ບໍລິໂພກ ແລະ ສິນຄ້າອຸປະກອນກໍ່ສ້າງທົ່ວໄປ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ