ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມປຶກສາຫາລືການກະກຽມຄວາມພ້ອມໃຫ້ແກ່ການຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XI ລະຫວ່າງກະຊວງສຶກສາທິການແລະ ກິລາ ຮ່ວມກັບການນໍາແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 7 ມີນາ ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ(ສກຂ) ຊຽງຂວາງ ແລະ ປິດລົງດ້ວຍຜົນສໍາເລັດໃນວັນດຽວກັນ, ພາຍໃຕ້ການເປັນປະທານຂອງທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ຂັນທະລີ ສີລິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ເຂົ້າຮ່ວມກອງປະຊຸມມີຫົວໜ້າກົມ, ຮອງກົມທີ່ກ່ຽວຂ້ອງຈາກກະຊວງສຶກສາທິການ ແລະ ກິລາ, ຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ແລະ ຄະນະກຳມະການຮັບຜິດ ຊອບຝ່າຍຕ່າງໆຈັດງານມະຫາກຳກິລາແຫ່ງຊາດຄັ້ງທີ XI ຈາກຂັ້ນສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຜູ້ແທນເຂົ້າຮ່ວມໄດ້ພ້ອມກັນຄົ້ນຄ້ວາປຶກສາຫາລື ແລະ ເອກະພາບກັນຕໍ່ກັບໜ້າວຽກທີ່ສໍາຄັນທີ່ຕ້ອງໄດ້ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ເປັນຮູບປະທໍາ: ເປັນຕົ້ນໄດ້ຮັບຮອງເອົາຮ່າງວາລະກະກຽມກອງປະຊຸມຄະນະລະດັບຊາດຄັ້ງທີ V, ເນື້ອໃນ ແລະ ເປົ້າໝາຍແຂກເຂົ້າຮ່ວມ, ແນໃສ່ອາທິດທີ IV ຂອງເດືອນມີນາ 2022 ຫຼື ອາທິດທີ I ຂອງເດືອນເມສາ 2022, ກໍານົດພິທີເປີດ-ປິດງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI (ມື້ເປີດ ວັນທີ 13 ທັນວາ 2022 ແລະ ມື້ປິດ ວັນທີ 22 ທັນວາ 2022), ຮູບແບບການຈັດການແຂ່ງຂັນກິລາແຕ່ລະປະເພດແບ່ງອອກເປັນ 5 ໝວດ ໂດຍເລີ່ມຕົ້ນການແຂ່ງຂັນແຕ່ຕົ້ນເດືອນພະຈິກ ຫາ ທ້າຍເດືອນທັນວາ 2022 ແລະ ຈັດການແຂ່ງຂັນບາງປະເພດກິລາ ໃນໄລຍະທີ່ເປີດ-ປິດ ໃນງານດັ່ງກ່າວ, ເຫັນດີໃຫ້ຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III, ໂດຍມອບໝາຍໃຫ້ກົມກິລາມວນຊົນ, ພະລະສິລະປະສຶກສາຮີບຮ້ອນປັບປຸງແຜນເຄື່ອນໄຫວໃຫ້ທັນຕາມກໍານົດເວລາ, ເຫັນດີໃຫ້ໂຈະການເຄື່ອນໄຫວກິດຈະກຳເຍົາວະຊົນທັນວາ ໃນງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ເພື່ອຮັກສາສຸຂະພາບລູກຫຼານຂອງເຍົາວະຊົນ ແລະ ຫຼີກລ້ຽງການຕິດເຊື້ອພະຍາດໂຄວິດ-19, ເຫັນດີປັບປຸງບາງກໍາມະການ ແລະ ອະນຸກໍາມະການຝ່າຍຕ່າງໆຄືນໃໝ່ ຕາມຄວາມເໝາະສົມ, ເຫັນດີປັບປຸງແຜນການເຄື່ອນໄຫວ ແລະ ແຜນດໍາເນີນງານຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ຄືນ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ, ຄະນະກໍາມະການຝ່າຍຕ່າງໆຮີບຮ້ອນຈັດສັນງົບປະມານຮັບໃຊ້ຄືນໃໝ່ ເພື່ອໃຫ້ແທດເໝາະກັບໜ້າວຽກທີ່ຈໍາເປັນ, ບົນພື້ນຖານການປະຢັດ-ມັດທະຍັດ, ພ້ອມດຽວກັນນັ້ນ ກໍາມະການຝ່າຍຕ່າງໆໃຫ້ສືບຕໍ່ປັບປຸງແຜນວຽກ, ແຜນງົບປະມານຂອງຕົນຮັບຜິດຊອບໃຫ້ສໍາເລັດພາຍໃນອາທິດທີ III ຂອງເດືອນ ມີນາ 2022 ນີ້, ນອກນັ້ນຍັງມີໜ້າວຽກອື່ນໆທີ່ປິ່ນອ້ອມທີ່ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຢິບຍົກຂຶ້ນມາປຶກສາຫາລື ເພື່ອເປັນແນວທາງໃຫ້ແກ່ການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ແຂວງຊຽງຂວາງເປັນເຈົ້າພາບ ດໍາເນີນໄປຢ່າງຄ່ອງຕົວແລະ ຮັບປະກັນຜົນສໍາເລັດ.
(ໂດຍ: ຄານສີສະຫວັນ)