ກອງປະຊຸມວຽກງານການທະຫານທ້ອງຖີ່ນທົ່ວປະເທດ ຄັ້ງທີ5 ຂອງກະຊວງປ້ອງກັນປະເທດອັດລົງດ້ວຍຜົນສໍາເລັດ ໃນຕອນເຊົ້າວັນທີ 4 ມິນາ 2022 ຢູ່ສະໂມສອນໃຫຍ່ກົມໃຫຍ່ການເມືອງກອງທັບ ພາຍຫລັງດໍາເນີນມາເປັນເວລາ1ມື້ເຄີ່ງ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູນກາງ,ມີທ່ານບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ພົນເອກ ຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ການນໍາຂັ້ນສູງພັກ-ລັດ,ບັນດາລັດຖະມົນຕີ, ເຈົ້າເເຂວງ, ເຈົ້າຄອງນະຄອນຫລວງວຽງຈັນ ນາຍທະຫານອ້ອມຂ້າງກະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ໂອກາດນີ້ພົນເອກ ຈັນສະຫມອນ ຈັນຍາລາດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສໍາເລັດຂອງກອງປະຊຸມ ບາງຕອນທ່ານມີຄໍາເຫັນວ່າ: ຕະຫລອດໄລຍະດໍາເນີນກອງປະຊຸມເປັນເວາລາ1ມື້ເຄີ່ງຜູ້ເເທນທີ່ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການສະຫລຸບຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານກາານທະຫານທ້ອງຖີ່ນໃນໄລຍະ5ປີຜ່ານມາ ແລະການວາງທິດທາງເເຜນການໃນຕໍ່ຫນ້າ ພ້ອມທັງຮັບຟັງການປະກອບຄໍາເຫັນຈາກຕາງຫນ້າຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງ ບັນດາກະຊວງ,ເເຂວງ ແລະ ນະຄອນຫລວງ ແລະ ວຽກງານສໍາຄັນປີ່ນອ້ອມຈໍານວນຫນື່ງ ເຊີ່ງກອງປະຊຸມໄດ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.
ໃນຕອນທ້າຍຂອງກອງຊຸມຜູ້ເເທນທີ່ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການໂອ້ລົມເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃນຕໍ່ຫນ້າເພື່ອໃຫ້ມີຜົນສໍາເລັດໃຫມ່ໃຫຍ່ຫລວງກວ່າເກົ່າ ຈາກທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ທັງເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນສູງກາງ ເຊີ່ງບາງຕອນທ່ານມີຄໍາເຫັນວ່າ: ວຽກງານການທະຫານທ້ອງຖິ່ນ ແມ່ນມີທີ່ຕັ້ງບົດບາດສໍາຄັນ ໃນແນວທາງການທະຫານ ຂອງພັກ, ຕະຫຼອດທຸກໆໄລຍະ ຂອງການປະຕິວັດປະເທດເຮົາ ບໍ່ວ່າໃນຍາມສົງຄາມ ກໍ່ຄືໃນຍາມສັນຕິພາບ, ພັກເຮົາ ເວລາໃດ ກໍ່ຍືດໝັ້ນ ແລະ ຖືເອົາການປະຕິບັດໜ້າທີ່ ປກຊ-ປກສ ທົ່ວປວງຊົນ ເອົາກໍາລັງແຮງຂອງມະຫາຊົນ ແລະ ກໍາລັງໃນແຕ່ລະບໍລິເວນທ້ອງຖິ່ນ ເພື່ອຕີເອົາຊະນະສັດຕູ ແລະ ເປັນກໍາລັງແກ່ນສານ ໃນການປົກປັກຮັກສາ ແລະ ພັດທະນາທ້ອງຖິ່ນ, ວຽກງານການທະຫານທ້ອງຖິ່ນ ແມ່ນມີບົດບາດສຳຄັນ ໃນການຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງຄວາມສະຫງົບຂອງພັກ ເວລາໃດກໍ່ຕິດພັນກັບໜ້າທີ່ ການພັດທະນາເສດຖະກິດ-ສັງຄົມ ຢູ່ແຕ່ລະທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ທ່ານທອງລຸນ ສີສຸລິດ ມີຄໍາເຫັນເນັ້ນຫນັກຕື່ມວ່າ:ໃຫ້ ຄະນະພັກ, ອຳນາດການປົກຄອງ, ຄະນະປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຂັ້ນຕ່າງໆ ຕ້ອງໄດ້ຊີ້ນໍາຢ່າງໃກ້ຊິດ, ແທດເຖິງ, ໂດຍກົງຮອບດ້ານ; ຮູ້ນໍາໃຊ້ໂອກາດ ໃນການສ້າງກໍາລັງທະຫານທ້ອງຖິ່ນແມ່ນສ້າງສາມດ້ານໄປພ້ອມໆກັນ ໂດຍສະເພາະການສ້າງ, ຝຶກຝົນດ້ານການເມືອງແນວຄິດປະຕິວັດ ບວກກັບຄຸນສົມບັດສິນທຳ, ນໍ້າໃຈຮັກຊາດ, ສ້າງໃຫ້ກຳລັງເຮົາຮູ້ໜ້າທີ່ຂອງຕົນ, ຮູ້ເຮັດວຽກ ເພື່ອຊາດ, ເພື່ອປະຊາຊົນ; ສ້າງໃຫ້ມີດ້ານສິນລະປະຍຸດ-ຍຸດທະວີທີຄຽງຄູ່ກັບການສ້າງໃຫ້ທະຫານທ້ອງຖິ່ນ ປະກອບມີຄວາມຮູ້ໃໝ່ທາງດ້ານການພັດທະນາ, ຮັບເອົາວິທະຍາສາດມາພັດທະນາກຳລັງ ໃຫ້ມີຄວາມສາມາດຮອບດ້ານ, ເພື່ອເປັນກຳລັງແຮງສ້າງກົມກອງ, ຊ່ວຍປະຊາຊົນສ້າງທ້ອງຖິ່ນ, ສ້າງຄອບຄົວຕົວແບບ, ທະຫານທ້ອງຖິ່ນ ຕ້ອງຮູ້ຕິດພັນກັບຮາກຖານ, ຕິດພັນກັບປະຊາຊົນ…
ຂ່າວ:ເດດອາລຸນ ແກ້ວວິໄລ
Loading...