ໃນຕອນເຊົ້າຂອງວັນທີ 3 ກຸມພາ 2021 ນີ້ ອົງການພຸດທະສາສະໜາສຳພັນລາວ ແຂວງ ຈຳປາສັກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງຜູ້ແທນພຣະສົງທົ່ວແຂວງ ຈຳປາສັກ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເຂົ້າຮ່ວມເປັນປະທານຂອງ ພຣະຫຼັກແກ້ວ ມະຫາສຸເມທິບໍດິ (ມະຫາບຸນມາ ສີມາພົມ) ຮັກສາການປະການອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ. ພຣະຫຼັກຄຳ ຈຳປາສັກ ວໍຣະທັມມະຈານ (ສຸວັນ ຈັນທະຣາຊ) ເຈົ້າຄະນະ ອພສ ແຂວງຈຳປາສັກ, ມີທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງແຂວງຈຳປາສັກ, ນອກຈາກນີ້ຍັງມີ ອົງການພຸດທະສາສະໜາສູນກາງ ຈາກບັນດາແຂວງຄື: ແຂວງສະຫວັນນະເຂດ, ແຂວງສາລະວັນ, ແຂວງເຊກອງ,ແຂວງອັດຕະປື, ຜູ້ຕ່າງໜ້າຊົນເຜົ່າ, ສາສະໜາ, ອົງການແນວລາວສ້າງຊາດ ແລະ ປະຊາຊົນບັດດາເຜົ່າ ເຂົ້າຮ່ວມຈຳນວນ 400 ຄົນ.
ໃນກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມ ໄດ້ຮັບຟັງບົດລາຍງານການຈັດຕັ້ງປະຕິບັດ ຂອງການບໍລິຫານ ອົງການພຸດທະສາສະໜາ ສັມພັນລາວ ແຂວງ ຈຳປາສັກ ສະໄໝທີ 8 ແຕ່ປີ 2015-2020 ແລະທິດທາງແຜນການ ແຕ່ປີ 2021-2025. ເປັນຕົ້ນ ຜົນສຳເລັດໃນການຈັດຕັ້ງ ປະຕິບັດດ້ານວຽກງານ, ດ້ານການຈັດຕັ້ງ, ວຽກງານການບໍລິຫານ, ວຽກງານປົກຄອງສົງ, ວຽກງານການສຶກສາສົງ, ວຽກງານເຜີຍແຜ່ສິລະທັມ ແລະ ປະຕິບັດກຳມະຖານ, ວຽກງານອະທາລະນຸປະການ, ການຄຸ້ມຄອງກໍ່ສ້າງ ແລະ ບູລະນະປະຕິສັງຂອນ ສາສະໜາສະຖານ, ສາສະນະ ວັດຖຸ, ປູຊະນິຍະວັດຖຸ ແລະສາສະໜາ ແລະ ສາສະໜາສົມບັດຂອງພຸດທະສາສະໜາ, ວຽກງານການຕ່າງປະເທດ. ພ້ອມວາງທິດທາງແຜນການແຕ່ປີ 2021-2025 ທີ່ປະກອບດ້ວຍ 6 ແຜນງານ 29 ໂຄງການ ທີ່ເປັນທິດທາງລວມ ແລະ ຈຸດສຸມຕົ້ນຕໍໃນການ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ປະກົດຜົນເປັນຈິງ.
ໃນນີ້ທີ່ປະຊຸມຍັງໄດ້ມີການປະກອບຄໍາເຫັນເຂົ້າໃນວຽກງານກັບການຄຸ້ມຄອງ ແລະ ປົກປ້ອງສາສະໜາ ແລະ ວຽກງານພະພຸດທະສາສະໜາ ຕິດພັນກັບວຽກງານແນວລາວສ້າງຊາດແຂວງ ຈຳປາສັກ ແລະການປະກອບຄຳເຫັນຂອງເຈົ້ານະຄອນປາກເຊ, ມີການແນະນຳການຈັດຕັ້ງປະຕິບັດ ທຳມະນູນສົງລາວ. ເຊິ່ງໃນກອງປະຊຸມຄັ້ງນີ້ຍັງໄດ້ປະກາດຂໍ້ຕົກລົງແຕ່ງຕັ້ງຄະນະບໍລິຫານ ອພສ ແຂວງ ຈຳປາສັກ ສະໄໝທີ XIII. ຊື່ງແຕ່ງຕັ້ງເຈົ້າຄະນະພະສົງແຂວງ ແລະ ຮອງເຈົ້າຄະນະພະສົງແຂວງດັ່ງນີ້: 1. ພຣະຫຼັກຄໍາຈຳປາສັກ ວໍຣະທັມມາຈານ ( ພຣະອາຈາຣຍ໌ ສຸວັນ ຈັນທະຣາຊ ) ເຈົ້າຄະນະພະສົງແຂວງ. 2. ພຣະປຣີຊາ ສຸທັມມະຣັດຕະນະຍານນັນທີ ( ພຣະອາຈາຣຍ໌ ອ່ອນ ເດດວໍລະຈັກ ) ຮອງເຈົ້າຄະນະ ພະສົງແຂວງ. 3. ພຣະປຣີຊາວັດຊະຣະຍານຣັງສີ ຍາຈານ ( ພຣະອາຈາຣຍ໌ ໂສພາ ປັຊໂຊໂດ ) ຮອງເຈົ້າຄະນະພະສົງແຂວງ. 4. ພຣະປຣີຊາສິຣິໂພທິທັມເມທີ ( ພຣະອາຈາຣຍ໌ ສີມະໂນທັມ ) ຮອງເຈົ້າຄະນະພະສົງແຂວງ. 5. ພຣະປຣີຊາອາຄົມວິພູສິດລິດທິວົງມຸນີ ( ພຣະອາຈາຣຍ໌ ຮອງສາດສະດາຈານ ປະລິນຍາເອກ ຄຳຕູ້ ອິນທະວົງ ) ຮອງເຈົ້າຄະນະພະສົງແຂວງ, ແຕ່ງຕັ້ງທີ່ປຶກສາ ຈຳນວນ 03 ອົງ ດັ່ງນີ້: 1. ພຣະອາຈາຣຍ໌ ບຸນມາ ດວງມະນີ 2. ພຣະອາຈາຣຍ໌ ຄຳພັນ ຍານະວະໂຣ 3. ພຣະອາຈາຣຍ໌ ປູ່ເຟືອນ ວົງຄຳຊາວ, ແຕ່ງຕັ້ງ ຫົວໜ້າ ແລະ ຮອງຫົວໜ້າຫ້ອງການບໍລິຫານງານຈຳນວນ 04 ອົົງ. 1. ຫົວໜ້າ ແລະ ຮອງຫົວໜ້າກັມມະທິການປົກຄອງສົງ ຈຳນວນ 04 ອົງ. 2. ຫົວໜ້າ ແລະ ຮອງຫົວໜ້າກັມມະທິການສຶຶກສາສົງ ຈຳນວນ 04 ອົງ. 3. ຫົວໜ້າ ແລະ ຮອງຫົວໜ້າກັມມະທິການເຜີຍແຜ່ສິລະທັມ ແລະ ປະຕິິບັດກໍາມະຖານ ຈຳນວນ 04 ອົງ. 4. ຫົວໜ້າ ແລະ ຮອງຫົວໜ້າກັມມະທິການສາທາຣະນຸປະການ ຈຳນວນ 04 ອົງ. 5. ຫົວໜ້າ ແລະ ຮອງຫົວໜ້າກຳມະທິການການຕ່າງປະເທດ ຈໍານວນ 04 ອົງ.
 
ຂ່າວ, ພາບ: ດວງໃຈ ຂຸນສັກດາ
Loading...