ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ກອງປະຊຸມໃຫຍ່ອົງຄະນະພັກ ຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າ ວັນທີ 15 ພະຈິກ 2021 ທີ່ສະໂມສອນຫ້ອງວ່າການສູນກາງພັກ (ຫຼັກ6) ພາຍໃຕ້ການເປັນປະທານຂອງສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ເລຂາຄະ ນະພັກ, ປະທານຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂອ້ລົມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະ ເທດແຫ່ງ ສ ປປ ລາວ, ມີບັນດາສະຫາຍ ຄະນະກໍາມະການປະຈໍາພັກ, ກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ, ແຂກຖືກເຊີນ, ສະ ມາຊິກພັກສົມບູນ ແລະ ສໍາຮອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ພິຈາ ລະນາຮັບຮອງເອົາຮ່າງລາຍງານການເມືອງ, ທີ່ໄດ້ຕີລາ ຄາການເຄື່ອນໄຫວນໍາພາ-ຊີ້ນໍາ ວຽກງານ ຕະຫຼອດໄລຍະ 5 ປີ ແຕ່ປີ(2016-2020) ແລະ ວາງທິດທາງແຜນການ 5 ປີ (2021 -2025); ຮ່າງແຜນພັດທະນາວຽກງານກວດກາແຕ່ (2021-2025) ແລະ ຮ່າງບົດສໍາຫຼວດການນຳລວມ ຂອງຄະນະບໍລິຫານງານພັກຄັ້ງທີ III. ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນທີ່ຖອດຖອນໄດ້. ເຊິ່ງສະແດງອອກຢ່າງເປັນເອກະພາບສູງຕໍ່ແນວທາງນະໂຍບາຍ ແລະ ມີຄວາມໜັກແໜ້ນທາງດ້າການເມືອງ, ສະມາ ຊິກພັກ-ພະນັກງານສ່ວນຫຼາຍຮັບຮູ້ເຂົ້າໃຈຕໍ່ມະຕິ, ຄຳສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ, ຮັກສາໄດ້ຄຸນທາດການເມືອງ, ຄຸນສົມບົດສິນທຳປະຕິວັດ. ພ້ອມນີ້ຍັງໄດ້ເອົາໃຈໃສ່ປັບປຸງກົງ ຈັກການຈັດຕັ້ງໃຫ້ມີຄວາມກະທັດຮັດກ່ວາເກົ່າ, ເອົາໃຈໃສ່ນໍາພາ-ຊີ້ນຳ ຕໍ່ການເຄື່ອນໄຫວວຽກງານຕິດຕາມ, ກວດກາພັກ, ໂດຍໄດ້ດຳເນີນການກວດກາ, ແກ້ໄຂການຈັດຕັ້ງພັກ ແລະ ສະມາຊິກພັກທີ່ລະເມີດກົດລະບຽບພັກ, ກົດໝາຍຂອງລັດ, ໄດ້ລົງວິໄນຂັ້ນກ່າວເຕືອນຄວາມ ຜິດຕໍ່ 6 ໜ່ວຍພັກ, ສະມາຊິກພັກຖືກລົງວິໄນ 3.200 ສະຫາຍ, ຍິງ 372 ສະຫາຍ, ໃນນັ້ນ, ກ່າວເຕືອນຄວາມຜິດ 649 ສະຫາຍ, ປົດຕໍາແໜ່ງ 137 ສະ ຫາຍ, ໂຈະຮ່ວມຊີວິດພັກ 623 ສະຫາຍ ແລະ ເອົາອອກຈາກພັກ 1.791 ສະຫາຍ.
ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຫຼວງ ໄດ້ກວດກາທັງໝົດ 4.129 ເປົ້າໝາຍ(ທັງຢູ່ສູນກາງ ແລະ ທ້ອງຖິ່ນ), ພົບເຫັນການຕົກເຮ່ຍເສຍຫາຍທັງໝົດ 5.689,12 ຕື້ ກ່ວາກີບ, 31,77 ລ້ານກ່ວາໂດລາ, 36,89 ລ້ານບາດ, ລົດໃຫຍ່ 5 ຄັນ; ສາມາດເກັບກູ້ຄືນມາໃຫ້ລັດໄດ້ 1.064,42 ຕື້ກ່ວາກີບ, 2,93 ລ້ານກ່ວາໂດລາ, 11,16 ລ້ານກ່ວາບາດ, ລົດໃຫຍ່ 4 ຄັນ, ທີ່ດິນຈໍານວນໜຶ່ງ ແລະ ສະເໜີຫັກລົບມູນຄ່າໃນສັນຍາທີ່ບໍ່ຖືກຕ້ອງຢູ່ 306 ໂຄງການລົງທຶນ ຂອງລັດຕາມຜົນການກວດກາໃນປີ 2019 ແລະ 2020 ຈໍານວນ 2.499,33 ຕື້ກີບ ພ້ອມທັງສະເໜີອົງການກ່ຽວຂ້ອງ ລົງວິໄນດ້ານບໍລິຫານຕໍ່ພະນັກງານທີ່ລະເມີດກົດໝາຍ 619 ຄົນ; ໄດ້ດໍາເນີນການສືບສວນສອບສວນຜູ້ທີ່ມີພຶດຕິກໍາສໍ້ລາດບັງຫຼວງ ເຊິ່ງໄດ້ສະຫຼຸບ ແລະ ສົ່ງສໍານວນ ໃຫ້ອົງການໄອຍະການ 107 ຄົນ, ສານໄດ້ຕັດສິນແລ້ວ 79 ຄົນ ແລະ ວຽກງານດ້ານອື່ນໆມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ກອງປະຊຸມໄດ້ດໍາເນີນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກຊຸດໃໝ່ ສະໄໝທີ IV, ເຊິ່ງມີຜູ້ລົງຮັບສະມັກເລືອກຕັ້ງ 19 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາ 15 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ຄຳພັນ ພົມມະທັດ ເປັນເລຂາຄະນະພັກ, ສະຫາຍ ສີໃນ ມຽງລາວັນ ເປັນຮອງເລຂາຄະນະພັກ; ໄດ້ປ່ອນບັດເລືອກຕັ້ງເອົາກໍາມະການປະຈໍາພັກ 5 ສະຫາຍຄື: ສະຫາຍ ຄຳພັນ ພົມມະທັດ, ສະຫາຍ ສີໃນ ມຽງລາວັນ, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ, ສະຫາຍ ວິໄລວັນ ບຸດດາຄໍາ ແລະ ສະຫາຍ ດາວບົວລະພາ ບາວົງເພັດ; ເລືອກຕັ້ງເອົາສະຫາຍ ວິໄລວັນ ບຸດດາຄຳ ເປັນປະທານກວດກາ, ສະຫາຍ ວັນຄຳ ໄຊວົງສັກ ແລະ ສະຫາຍ ອະນຸສິດ ພິມມະສານ ເປັນຮອງປະທານກວດກາຂອງຄະນະພັກ. ຕອນທ້າຍຍັງໄດ້ຮັບຟັງການໂອ້ລົມ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ເຊິ່ງສະຫາຍໄດ້ເນັ້ນຫຼາຍບັນຫາຕໍ່ການຈັດຕັ້ງປະຕິບັດວຽກງານກວດກາພັກ, ກວດກາລັດ, ສະກັ້ນກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີຂອງພົນລະເມືອງ ເຊິ່ງເປັນທິດທາງໃນການແກ້ໄຂບັນຫາ ແລະ ການຈັດຕັ້ງປະຕິບັດວຽກງານກວດກາໃນຕໍ່ໜ້າໃຫ້ມີປະສິດທິຜົນສູງກວ່າເກົ່າ.
ກອງປະຊຸມຄັ້ງນີ້ໄດ້ມີຜົນສຳເລັດຕາມລະດັບຄາດໝາຍ ແລະ ໄດ້ອັດລົງໃນວັນດຽວກັນ.