ກອງປະຊຸມໃຫຍ່ ຂອງອົງຄະນະພັກ ຫ້ອງ ວ່າການສູນກາງພັກ ສະໄໝທີVII ໄດ້ໄຂຂຶ້ນຢ່າງເປັນທາງການໃນ ວັນທີ 19 ພະຈິກ 2021 ທີ່ສະໂມສອນຫ້ອງວ່າການສູນກາງພັກ (ຫລັກ6) ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາອົງ ຄະນະພັກ, ຫົວໜ້າຫ້ອງວ່າການສູນກາງພັກ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະ ຫາຍ ບຸນທອງ ຈິດມະນີ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະ ນະເລຂາທິການສູນກາງພັກ, ຮອງປະ ທານປະເທດ ແຫ່ງ ສປປ ລາວ, ມີບັນດາສະຫາຍຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ເປັນເອກກະພາບກັນຮັບຮອງເອົາ ລາຍງານການເມືອງ ຂອງຄະນະພັກ ສະໄໝທີ VI, ແຜນພັດທະນາຫ້ອງວ່າການສູນກາງພັກ ໄລຍະປີ 2021- 2025 ແລະ ບົດສຳຫລວດການນຳພາລວມ ຂອງຄະນະພັກ ຫ້ອງວ່າການສູນ ກາງພັກ ສະໄໝທີ VI; ກອງປະຊຸມໄດ້ຕີລາຄາເລິກເຊິ່ງ, ກົງໄປກົງມາ ຕໍ່ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກຫ້ອງວ່າການສູນກາງພັກ ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາ ເຫດ, ບົດຮຽນທີ່ຖອດຖອນໄດ້, ເຊິ່ງໄດ້ສ້າງພື້ນຖານສໍາຄັນໃຫ້ແກ່ການສືບຕໍ່ປັບປຸງ, ຍົກລະດັບ ແລະ ພັດທະນາ ຫ້ອງວ່າການສູນກາງພັກ ໃຫ້ສາມາດເຮັດສຳເລັດໜ້າທີ່ການເມືອງຂອງຕົນ ໃນຊຸມປີຕໍ່ໜ້າ, ທັງຮັບປະກັນການເປັນເສນາ ທິການໃຫ້ສູນກາງພັກ ຢ່າງໜັກແໜ້ນ; ສະມາ ຊິກພັກ, ພະນັກງານເສີມຂະ ຫຍາຍໄດ້ມູນເຊື້ອອັນສະຫງ່າລາສີ ຂອງຫ້ອງວ່າການສູນກາງພັກ, ມີຄວາມໜັກແໜ້ນທາງດ້ານການເມືອງ, ຈົງຮັກພັກດີ ຕໍ່ອຸດົມການປະຕິວັດ, ເດີນຕາມແນວທາງຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ, ມີຄວາມບຸກບືນ, ຫ້າວຫັນ, ສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ, ສຸມສະຕິປັນຍາ, ເຫື່ອແຮງ, ກຳລັງວັງຊາ ເຂົ້າໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະແມ່ນການປະຕິ ບັດ 3 ໜ້າທີ່ໃຈກາງຄື: ເປັນເສນາ ທິການທີດີ, ເປັນຜູ້ບໍລິການຮັບໃຊ້ທີດີ, ເປັນຜູ້ປະສານງານທີດີ ເພື່ອຮັບໃຊ້ ຄະ ນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ໂດຍສະເພາະສະຫາຍເລຂາ ທິການໃຫຍ່, ສະ ຫາຍຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ກອງປະຊຸມ ໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານພັກ ຫ້ອງວ່າການສູນ ກາງພັກສະໄໝທີ VII, ເຊິ່ງມີຜູ້ລົງຮັບສະ ໝັກເລືອກຕັ້ງ 18 ສະຫາຍ, ຍິງ 3 ສະ ຫາຍ, ເລືອກເອົາ 15 ສະຫາຍ, ກອງປະ ຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ທອງສະລິດ ມັງໜໍ່ເມກ ເປັນເລຂາຄະນະພັກ ຫ້ອງວ່າການສູນກາງພັກ, ສະຫາຍ ຄຳຜາ ພິມມະສອນ ເປັນຮອງເລຂາຄະນະພັກຫ້ອງວ່າການສູນກາງພັກ; ໄດ້ປ່ອນບັດເລືອກຕັ້ງເອົາກໍາມະການປະຈໍາພັກ 5 ສະຫາຍ, ເລືອກຕັ້ງເອົາສະຫາຍ ກິ່ງເພັດ ມົງຄົນວິໄລ ເປັນປະທານກວດກາຂອງ ຄະນະພັກຫ້ອງວ່າການສູນກາງພັກ,ສະຫາຍ ຄຳສິງ ມາມຸກດາ ແລະ ສະຫາຍ ນາງ ລົດຈະນາ ສີວິໄລ ເປັນຮອງປະທານກວດກາ ຂອງຄະນະພັກຫ້ອງວ່າການສູນກາງພັກ.
ກອງປະຊຸມໃຫຍ່ຄັ້ງນີ້, ຍັງໄດ້ຮັບຟັງຄຳໂອ້ລົມຈາກ ສະຫາຍ ບຸນທອງ ຈິດມະນີ ໂດຍສະຫາຍໄດ້ຕີລາຄາສູງ ຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກ ຫສພ ໃນການປະຕິບັດໜ້າທີ່ ເປັນເສນາທິການຮັບໃຊ້ການນໍາຂັ້ນສູງ ຂອງພັກ-ລັດ ໃນໄລຍະ 5 ປີຜ່ານມາ, ພ້ອມທັງໄດ້ໃຫ້ທິດຊີ້ນໍາ ແລະ ຝາກຄວາມຫວັງ-ຄວາມເຊື່ອໝັ້ນ ໄວ້ນໍາຄະນະບໍລິຫານງານພັກ ຊຸດໃໝ່, ພະ ນັກງານ-ສະມາຊິກພັກ ທົ່ວຫ້ອງວ່າການສູນ ກາງພັກ ໃນການສືບຕໍ່ເສີມຂະຫຍາຍຜົນສໍາເລັດ, ມູນເຊື້ອ ແລະ ບົດຮຽນ ກໍຄື ປັດໄຈໃໝ່ ຂອງອົງຄະນະພັກທີ່ຜ່ານມານັ້ນ ເຂົ້າໃນການຈັດຕັ້ງປະຕິບັດ ມະຕິກອງປະ ຊຸມໃຫຍ່ ຄັ້ງທີ VII ໂດຍສະ ເພາະແມ່ນ ການສືບຕໍ່ປັບປຸງຍົກສູງຄຸນນະພາບ ໃນການນໍາພາ ຂອງຄະນະພັກຫ້ອງວ່າການສູນກາງພັກ, ການເປັນເສນາທິການໃຫ້ແກ່ຂັ້ນເທິງໃນໄລຍະໃໝ່ ໃຫ້ມີການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ມີປະສິດທິຜົນກວ່າເກົ່າ.
Loading...