ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 6 ສະໄໝທີ VII ມາເປັນເວລາ 2 ວັນ ຈຶ່ງໄດ້ອັດລົງໃນຕອນບ່າຍຂອງວັນທີ 20 ເມສາ 2022, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດການດໍາເນີນກອງປະຊຸມ 2 ວັນຜ່ານມາ ບັນດາຜູ້ແທນກອງປະຊຸມແມ່ນໄດ້ພ້ອມກັນຄົ້ນຄວ້າແລະມີຄໍາເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ພ້ອມທັງໄດ້ຮັບຮອງເອົາບົດສະຫຼຸບການກວດກາ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2021 ແລະທິດທາງແຜນການ ກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ສໍາຫຼັບປີ 2022, ຮັບຮອງເອົາແຜນເບື້ອງຕົ້ນໃນການປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ແລະຂັ້ນເມືອງ ເພື່ອນໍາສະເໜີຕໍ່ກະຊວງພາຍໃນ ກໍ່ຄືຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ ແລະ ບັນດາຂະແໜງ ການສາຍຕັ້ງຂັ້ນສູນກາງ ເພື່ອພິຈາລະນາຕົກລົງ, ຕອນທ້າຍຂອງກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ກໍ່ໄດ້ເນັ້ນໜັກໃຫ້ຄະນະພັກ, ອໍານາດການປົກຄອງເມືອງເບື້ອງຕາເວັນຕົກ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງການລັກລອບເຂົ້າ-ອອກຂອງພົນລະເມືອງຢ່າງເຂັ້ມງວດ ຮັບປະກັນເຮັດໃຫ້ຊາຍແດນມີຄວາມສະຫງົບປອດໄພ,ຄະນະພັກ,ຄະນະນໍາພະແນກການຕ່າງໆ, ບັນດາເມືອງ ຈົ່ງສືບຕໍ່ຜັນຂະຫຍາຍ 2 ວາລະແຫ່ງຊາດໃຫ້ເປັນຮູບປະທໍາ ແລະ ແຂງແຮງກວ່າເກົ່າ, ຊີ້ນໍາການຜະລິດລະດູປີໃຫ້ບັນລຸແຜນວາງໄວ້, ຊີ້ນໍາການຕ້ານແລ້ງຕ້ານຖ້ວມ, ກະກຽມວຽກງານປູກປ່າ, ກ້າເບ້ຍເຮັດໃຫ້ເນື້ອທີ່ປົກຫຸ້ມເພີ່ມຂຶ້ນ, ຊີ້ນໍາການຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ, ຊຸກຍູ້ການຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດທີ່ມີການຫຼ້າຊ້າ, ຊີ້ນໍາວຽກງານການສຶກສາການຮຽນ-ການສອນ, ສືບຕໍ່ສຶກສາອົບຮົມປະຊາຊົນປະຕິບັດມາດຕະການປ້ອງກັນການລະບາດຂອງພະຍາດໂຄວິດ-19 ແລະ ການລະບາດຂອງພະຍາດຕາມລະດູການ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ