ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 7ສະໄໝທີ VII ມາເປັນເວລາ 1 ວັນເຄິ່ງ ຈຶ່ງໄດ້ອັດລົງໃນຕອນທ່ຽງຂອງວັນທີ 2 ສິງຫາ 2022, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ, ລັດວິສາຫະກິດອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດການດໍາເນີນກອງປະຊຸມໄລຍະຜ່ານມາ, ບັນດາຜູ້ແທນແມ່ນໄດ້ເອົາໃຈໃສ່ໃນການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາໃສ່ບັນດາບົດຕ່າງໆ, ເຮັດໃຫ້ກອງປະຊຸມໄດ້ຮັບຜົນສໍາເລັດຢ່າງຈົບງາມ, ຕະຫລອດໄລຍະ 6 ເດືອນຜ່ານມາເຫັນວ່າການພັດທະນາເສດຖະກິດ-ສົງຄົມ ຂອງແຂວງ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄປຕາມທິດທີ່ວາງໄວ້, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງແກ້ໄຂໃຫ້ດີຂຶ້ນ, ອັດຕາຄອບຄົວທຸກຍາກໄດ້ຫຼຸດລົງເປັນກ້າວໆ, ການຈັດຕັ້ງປະຕິບັດບັນດາເປົ້າໝາຍສະຫັດສະຫວັດດ້ານການພັດທະນາບັນລຸຕາມຄາດໝາຍເປັນຈຳນວນຫຼາຍ, ການຜະລິດສະບຽງອາຫານ, ຜະລິດສິນຄ້າຂອງປະຊາຊົນ ຍັງສືບຕໍ່ເປັນຂະບວນການດີ, ການແກ້ໄຂການລະບາດຂອງພະຍາດໂຄວິດ-19 ກໍ່ໄດ້ເຮັດຢ່າງຕັ້ງໜ້າ, ຕອນທ້າຍຂອງກອງປະຊຸມ ທ່ານ ພົງສະຫວັນ ສິດທະວົງ ໄດ້ກ່າວວ່າ: ຫຼັງກອງປະຊຸມຄັ້ງນີ້ ພວກເຮົາຈະໄດ້ເອົາໃຈໃສ່ບາງວຽກຈຸດສຸມເປັນຕົ້ນແມ່ນ:ສຶບຕໍ່ຈັດຕັ້ງປະຕິບັດວຽກງານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຮອບດ້ານທົ່ວສັງຄົມ, ສູ້ຊົນໃຫ້ເສດຖະກິດຂອງແຂວງ ຂະຫຍາຍຕົວຢູ່ໃນລະດັບ 4,8%ແລະ ສ້າງມູນຄ່າເພີ່ມໃຫ້ໄດ້ປະມານ 11.593 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.095 ໂດລາສະຫະລັດ,ສຶບຕໍ່ຈັດເກັບລາຍຮັບເຂົ້າງົບປະມານແລະຄຸ້ມຄອງການປະຕິບັດລາຍຈ່າຍໂດຍຕິດພັນກັບການຫັນເປັນທັນສະໄໝໃຫ້ໄດ້ໄປຕາມແຜນ, ຊຸກຍູ້ການຜະລິດລະດູປີ ໃຫ້ບັນລຸຕາມແຜນກຳນົດໄວ້, ຊີ້ນໍາການຕ້ານແລ້ງ, ຕ້ານຖ້ວມ, ເຝົ້າລະວັງການລະບາດຂອງພະຍາດສັດ ທີ່ອາດຈະເກີດຂຶ້ນຕາມລະດູການ, ຊຸກຍູ້ສົ່ງເສີມການລົງທຶນພາຍໃນແລະຕ່າງປະເທດ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດໃຫ້ສຳເລັດຕາມແຜນ, ຊຸກຍູ້ສົ່ງເສີມການສົ່ງອອກສີນຄ້າ ແລະ ຄຸ້ມຄອງການນໍາເຂົ້າສິນຄ້າຈາກຕ່າງປະເທດ, ສືບຕໍ່ຄຸ້ມຄອງລາຄາສິນຄ້າໃຫ້ມີຄວາມໝັ້ນທ່ຽງ ແລະ ກະກຽມໃຫ້ແກ່ການໄຂສົກຮຽນໃໝ່ ແລະ ສືບຕໍ່ຈັດຕັ້ງປະຕິບັດເປົ້າໝາຍໂຕຊີ້ວັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ