3ກອງທັບ ກໍາປູເຈຍ-ລາວ-ຫວຽດນາມ ສໍາເລັດການຝຶກຊ້ອມຮ່ວມກອບກູ້ໄພພິບັດ ໃນຕອນເຊົ້າວັນທີ 15 ກັນຍາ 2022 ຢູ່ອ່າງນໍ້າຫຸມເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ພາຍຫລັງດໍາເນີນການຝຶກຊ້ອມມາເເຕ່ວັນທີ 10 ກັນຍາ 2022 ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ,ມີພົນເອກຈັນສະຫມອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ,ມີ ສົມເດັດ ປີໄຈເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກກໍາປູເຈຍ,ພົນເອກ ຟານ ວັນ ຢາງ, ກຳມະການກົມການເມືອງສູນກາງພັກຄອມມູນິດ ຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມການນໍາຂັ້ນສູງພັກລັດ ຄະນະນຳກະຊວງປ້ອງກັນປະເທດ ທີ່ມາຈາກກົມກອງຕ່າງໆອ້ອມຂ້າງກະຊວງ,ຄະນະນໍາຂອງກໍາລັງທະທານ3ຊາດກໍາປູເຈຍ,ລາວ,ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ.
ເນື້ອໃນຂອງການຝຶກຊ້ອມຂອງ3 ກອງທັບກໍາປູເຈຍ,ລາວ,ຫວຽດນາມໃນການກອບກູ້ໄພພິບັດໃນຄັ້ງນີ້ ໄດ້ເເບ່ງອອກເປັນ 2 ພາກຄື :ການຊອກຄົ້ນ-ກອບກູ້ຜູ້ປະສົບໄພທາງນ້ຳເເລະທາງບົກໃນນີ້ສະເພາະການກູໄພທາງນໍ້າ ໄດ້ເເບ່ງອອກເປັນ 3ຈຸ,ຈຸທີ່1 ໃຊ້ເຮືອລາດຕະເວນ ເພື່ອຊອກຫາຜູ້ປະສົບໄພທີ່ຕົກຄ້າງຢູ່ຕາມຈຸດຕ່າງໆ ຈຸທີ່2 ຊອກຄົ້ນກອບກູ້ຜູ້ປະສົບໄພທີ່ຈົມຢູ່ໃຕ້ນ້ຳດ້ວຍນັກດຳນ້ຳ,ສ່ວນຈຸທີ່3 ກອບກູ້ ແລະ ຍົກຍ້າຍຜູ້ປະສົບໄພ ຫລື ຜູ້ບາດເຈັບ ດ້ວຍເຮືອໄປຫາເຂດທີ່ປອດໄພ,ຫລັງຈາກນັ້ນ ທະຫານອາກາດໄດ້ນຳໃຊ້ເຮືອບີນZ-9 ບີນລາດຕະເວນຊອກຄົ້ນຜູ້ປະສົບໄພຕາມຈຸດຕ່າງໆທີ່ເຮືອບໍ່ສາມາດເຂົ້າເຖິງ, ເຮືອບິນ Mi -17ບິນຢ່ອນນັກກອບກູ້ລົງຊ່ວຍ ເຫລືອຜູ້ປະສົບໄພທີ່ຢູ່ຈຸດສູງເຂດທຸລະກັນດານ ແລະ ພື້ນທີ່ນໍ້າຖວ້ມທີ່ມີສີ່ງກີດ ຂວາງ, ຕົ້ນໄມ້ຫັກທັບຖົມ ,ສ່ວນທາງບົກ ເເມ່ນການກອບກູ້ຊ່ວຍເຫລືອຜູ້ປະສົບໄພຈາກການຮົ່ວໄຫລຂອງໂຮງງານເຄມີ ເເລະ ການກອບກູ້ຊ່ວຍເຫລືອຜູ້ປະສົບໄພ ຈາກເຫດການດີນເຈື່ອນ ເເລະ ດີນຖະຫລົ່ມ ໂດຍສະເພາະຢູ່ ຕາມຊາກສະຫລັກຫັກພັງຢູ່ຕາມອາຄານສະຖານທີ່ຕ່າງໆ ເເລ້ວນໍາສົ່ງໄປປີ່ນປົວຢູ່ໂຮງຫມໍ ລວມເຖິງວຽກງານວິຊາສະເພາະປີ່ນອ້ອມຕ່າງໆ ໂດຍນໍາໃຊ້ ກຳລັງຝຶກຊ້ອມຈາກ4ເຫຼົາຮົບ ເປັນຕົ້ນ: ເຫຼົາຮົບຊ່າງແສງ.,ເຫຼົາຮົບເຄມີ,ເຫຼົາຮົບເສນາຮັກ ເເລະ ທະຫານອາກາດ.
ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວຫນ້າຄະນະຊີນຳວຽກງານກອບກູ້ໄພພິບັດຮ່ວມ 3 ກອງທັບ ມີຄໍາເຫັນ ວ່າ:ການຝຶກຊ້ອມກອບກູ້ໄພພິບັດຮ່ວມກັນ 03 ກອງທັບໃນຄັ້ງນີ້ ຖືວ່າເປັນຄັ້ງທຳອິດ, ເເລະ ສຸດທີ່ມີຄວາມໝາຍສຳຄັນຫລາຍ ເນື່ອງຈາກວ່າ 03 ກອງທັບ ກໍາປູເຈຍ ລາວ ເເລະ ຫວຽດ ນາມ ຈະໄດ້ຍົກລະດັບຄວາມຮູ້ຄວາມສາມາດ ແລະ ຄວາມຊຳນິຊຳນານ ໃນການກະກຽມຄວາມພ້ອມກອບກູ້ໄພພິບັດໃນທຸກເງື່ອນໄຂ ແລະໃນທຸກສະຖານະການທີ່ອາດຈະເກີດຂຶ້ນ ເປັນການແລກປ່ຽນບົດຮຽນ, ປະສົບການດ້ານວິຊາສະເພາະ ແລະ ດ້ານວັດທະນະທຳ, ຮີດຄອງປະເພນີຮ່ວມກັນ ,ເພື່ອຮັດເເຫນ້ນຄວາມສາມັກຄິຮັກເເພງ, ສາຍພົວພັນມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະກັນ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ ພົນຕີ ຈັນທອງ ສອນຕະອາດມີຄໍາເຫັນຕື່ມວ່າ:ການຝຶກຊ້ອມກອບກູ້ໄພພິບັດຮ່ວມ 03 ກອງທັບໃນຄັ້ງນີ້ ເກີດຂຶ້ນ ແລະ ສຳເລັດລົງໄດ້ ຍ້ອນການນຳຂັ້ນສູງ ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານນີ້ ແລະ ໄດ້ຕົກລົງກັນໃນກອງປະຊຸມລັດຖະມົນຕີປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ຫລື CLV ຢູ່ນະຄອນຫຼວງຮ່າໂນຍ ປີ 2019 ແລະໄດ້ອະນຸມັດໃຫ້ຈັດຕັ້ງຝຶກຊ້ອມກອບກູ້ໄພພິບັດຮ່ວມກັນ 03 ຝ່າຍ. ພ້ອມນັ້ນຍັງໄດ້ເອກະພາບກັນທາງດ້ານເນື້ອໃນ, ແຜນ ການ, ແຕ່ງຕັ້ງຄະນະຊີ້ນຳ ແລະໄດ້ມອບໝາຍໜ້າທີ່ໃຫ້ແຕ່ລະພາກສ່ວນຮັບຜິດ ຊອບຢ່າງລະອຽດ,ບັນດາສະຫາຍທີ່ຖືກແຕ່ງຕັ້ງໄດ້ເປັນເຈົ້າການປະຕິບັດລະບຽບວິໄນ, ຄຳສັ່ງ, ແຜນການຝຶກຊ້ອມຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ, ເຖິງວ່າການຝຶກຊ້ອມກອບກູ້ໄພພິບັດຮ່ວມ 03 ຝ່າຍໃນຄັ້ງນີ້ ເປັນ ຄັ້ງທຳອິດ, ບົດ ຮຽນປະສົບການໃນການຝຶກຊ້ອມຮ່ວມກັນບໍ່ທັນຫຼາຍ, ໄລຍະເວລາໃນການກະກຽມ ແລະຫັດແອບຝຶກຊອມສັ້ນ, ສະພາບອາກາດຮ້ອນ ແລະ ມີຝົນຕົກ ແຕ່ຄະນະຮັບ ຜິດຊອບຊີ້ນຳ, ບັນດາໜ່ວຍງານ ແລະນັກຝຶກຊ້ອມ ທັງ 03 ກອງທັບ ໄດ້ປະສານສົມທົບ, ມີຄວາມສາມັກຄີເປັນເອກະພາບ ແລະ ສຸມສະຕິປັນຍາ-ກຳລັງກາຍ ຂອງຕົນຜ່ານຜາ ແລະ ນຳໃຊ້ອຸປະກອນ-ເຕັກນິກເຂົ້າໃນການຝຶກຊ້ອມຢ່າງສອດ ຄ່ອງກັບກໍລະນີລະນີຕ່າງໆທີ່ສ້າງຂຶ້ນ ແລະ ມີຄວາມປອດໄພ ເເລະມີຜົນສໍາເລັດຕາມລະດັບຄາດຫມາຍທີ່ວາງໄວ້ 100%.
ໃນພີທີທີ່ມີຄວາມຫມາຍຄວາມສໍາຄັນໃນຄັ້ງນີ້ຍັງມີການມອບຫລຽນກາມິດຕະພາບເເລະໂລ້ທີ່ລະນຶກ ຂອງກະຊວງປ້ອງກັນປະເທດລາວໃຫ້ເເກ່ຄະນະນໍາເເລະຄະນະຝຶກຊ້ອມຂອງກໍາປູເຈຍ ເເລະ ຫວຽດນາມຕື່ມອີກ ໃຫ້ກຽດມອບໂດຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວຫນ້າຄະນະຊີນຳວຽກງານກອບກູ້ໄພພິບັດຮ່ວມ 3 ກອງທັບ.
ຂ່າວ:ເດດອາລຸນ ແກ້ວວິໄລ
ພາບ:ພັກສະຫວັນ ວົງໄຊຍາ.
May be an image of 4 people, body of water and nature
May be an image of 2 people and outdoors
May be an image of 6 people, people standing and military uniform
May be an image of 12 people, people standing, military uniform and outdoors
May be an image of 4 people and body of water
May be an image of airplane and outdoors
Loading...