ພາຍຫລັງທີ່ໄດ້ດໍາເນີນມາເປັນເວລາ 14ວັນ, ຊຸດຝຶກອົບຮົມ ການໂຄສະນາເຜີຍແຜ່ ແລະ ການນຳໃຊ້ເຕັກໂນໂລຊີ ໃຫ້ສື່ມວນຊົນລາວດ້ວຍຮູບແບບທາງໄກ. ເຊິ່ງຈັດໂດຍສະຖາບັນຄົ້ນຄວ້າກົມໃຫຍ່ ແລະ ໂທລະພາບແຫ່ງຊາດຈີນ ໂດຍມີສື່ມວນຊົນລາວຈາກ ໜັງສືພິມ, ວິທະຍຸ ແລະ ໂທລະພາບ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມຈໍານວນ 80ຄົນ.ໄດ້ອັດລົງດ້ວຍຜົນສໍາເລັດອັນຈົບງາມໃນຕອນເຊົ້າວັນທີ 16 ພະຈິກ 2021.
ຜູ້ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້, ໄດ້ຮຽນຮູ້ ແລະຍົກລະດັບຫົວຂໍ້ຕ່າງໆກ່ຽວກັບສິ່ງທ້າທ້າຍ ແລະ ກາລະໂອກາດໃນການນໍາໃຊ້ສື່ແບບໃໝ່ ການສ້າງສື່ແບບໃໝ່ ໃຫ້ເປັນສື່ກະແສຫລັກ ແລະ ເປັນທີ່ນິຍົມ; ບົດຮຽນຕົວຈິງສື່ຫລັກຂອງຈີນ ທີ່ໃຊ້ສື່ແບບໃໝ່; ການຮ່ວມມືລາວ-ຈີນ ດ້ານສື່ມວນຊົນ ແລະ ດ້ານອື່ນໆ. ນອກນີ້, ຍັງໄດ້ຮັບຟັງການສົນທະນາ, ແລກປ່ຽນຄໍາຄິດຄຳເຫັນ ໃນຫລາຍດ້ານ ຕິດພັນກັບສື່ມວນຊົນ ແລະ ວຽກອື່ນໆ ທີ່ປິ່ນອ້ອມຈາກບັນດາຜູ້ຊ່ຽວຊານດ້ານຂ່າວ ແລະ ເຕັກ ນິກຈາກ ສປ ຈີນ. ຫົວຂໍ້ທີ່ມາຝຶກອົບຮົມໃນຄັ້ງນີ້ ປະກອບດ້ວຍການພັດທະນາຂອງປະເທດຈີນ ແລະ ການພັດທະນາຂອງສື່ມວນຊົນ, ເຕັກໂນໂລຊີສື່ມວນຊົນ ແລະ ການກະຈາຍສຽງອັດສະລິຍະ, ການປະຕິບັດເຕັກໂນໂລຊີການໂຄສະນາ ແລະ ສື່ມວນຊົນ ການນໍໃຊ້ເຕັກໂນໂລຊີຊັ້ນສູງ ລວມທັງລະບົບເອໄອ, ເຕັກນິກດີຈີຕອນ ກໍຄືລະບົບ5ຈີ ເຂົ້າໃນການກະຈາຍສຽງ ແລະ ໂທລະພາບອັດສະລິຍະການຄຸ້ມຄອງຂໍ້ມູນຂ່າສານທີ່ດີກວ່າເກົ່າແລະ ຫົວຂໍ້ອື່ນໆອີກທີ່ໜ້າສົນໃຈ. ພ້ອມນີ້, ບັນດາສື່ມວນຊົນລາວ ຍັງໄດ້ສ້າງວີດີໂອກ່ຽວກັບການຮ່ວມມືລາວ-ຈີນ ແລະ ນຳສະເໜີໃນມື້ປິດຊຸດຝຶກອົບຮົມໃນຄັ້ງນີ້.
ທ່ານ ນາງ ຊູເຈຍດີ Zhu Jiadi ຫົວໜ້າພະແນກຝຶກອົບຮົມສາກົນ ຂອງສະຖາບັນຄົ້ນຄວ້າກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ໄດ້ກ່າວວ່າ: ຜ່ານການຝຶກອົບຮົມ ເປັນເວລາ 14 ມື້, ເຫັນວ່າສື່ມວນຊົນຂອງລາວ ມີຄວາມຮັບຮູ້ ແລະ ສົນໃຈ ຕໍ່ສະພາບການສື່ມວນຊົນຂອງຈີນ ແລະ ເຊື່ອໝັ້ນວ່າການຝຶກອົບຮົມດັ່ງກ່າວ ຈະເປັນການແລກປ່ຽນຄວາມຮູ້, ເປັນການເພີ່ມພູນຄູນສ້າງມິດຕະພາບຂອງສອງຝ່າຍລາວ-ຈີນ, ຈີນ-ລາວ ໃຫ້ແຕກດອກອອກຜົນໃນຂະແໜງສື່ມວນຊົນ, ເຊິ່ງໃນຕໍ່ໜ້າພວກເຮົາ ກໍຈະໄດ້ແບ່ງປັນຂໍ້ມູນຂ່າວສານເຊິ່ງກັນ ແລະ ກັນ, ພ້ອມທັງຮ່ວມມືກັນເພື່ອກຽມພ້ອມຮັບມືກັບສິ່ງທ້າທາຍຕ່າງໆທີ່ຈະເກີດຂຶ້ນໃນອະນາຄົດ.
ປະຈຸບັນນີ້ຂະແໜງການວິທະຍຸ ,ໂທລະພາບແລະອິນເຕີເນັດລະຫວ່າງສອງປະເທດຈີນ-ລາວ ກໍໄດ້ມີການພັດທະນາຢ່າງວ່ອງໄວ ໂດຍສະເພາະພວກເຮົາໄດ້ນໍາໃຊ້ເຕັກນິກດີຈີຕອນກໍຄື 5ຈີ ເຂົ້າໃນການພັດທະນາສື່ມວນຊົນ ໂດຍສະເພາະໃນສະພາບການຕ້ານລະບາດຂອງພະຍາດໂຄວິດ19 ຮ່ວມກັນ, ການພັດທະນາ ແລະການປ່ຽນແປງຂອງການເຜີຍແຜ່ຂໍ້ມູນຂ່າວສານ ໄດ້ເຮັດໃຫ້ສື່ມວນຊົນປະເຊີນໜ້າກັບສິ່ງທ້າທາຍແບບໃໝ່,


