ຕອນບ່າຍວັນທີ 29 ພຶດສະພາ 2020, ທີ່ໂຮງແຮມຄຼາວພາຊາ ນະຄອນຫລວງວຽງຈັນ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຮ່ວມກັບສູນຄວບຄຸມພະຍາດຕິດຕໍ່ ສະຫະລັດອາເມຣິກາ ແລະອົງການອະນາໄມໂລກປະຈໍາລາວ ຈັດພິທີມອບ-ຮັບໃບຢັ້ງຢືນໃຫ້ນັກສຶກສາ ທີ່ສໍາເລັດການອົບຮົມຫລັກສູດລະບາດວິທະຍາ ຊຸດທີ 11ຂອງ ສປປ ລາວ.
ເຂົ້າຮ່ວມໃນພິທີມີ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ດຣ. ປີເຕີ ເຮມອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈໍາ ສປປ ລາວ, ດຣ.ໂຮວາດ ໂຊເບວ ຜູ້ແທນອົງການອະນາໄມໂລກປະຈໍາພາກພື້ນອາຊີຕາເວັນອອກສຽງໃຕ້ ແລະພາກສ່ວນກ່ຽວຂ້ອງ.
ຊຸດອົບຮົມຄັ້ງນີ້ ມີນັກສຶກສາວິຊາການແພດທົ່ວປະເທດຈໍານວນ 86 ຄົນ, ໃນນັ້ນຈາກສູນກາງຈໍານວນ 30ຄົນ, ຂັ້ນແຂວງ 43 ຄົນ, ແລະຂັ້ນເມືອງ13ຄົນ, ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານສາທາລະນະສຸກໃນການພັດທະນາຄວາມອາດສາມາດທາງດ້ານລະບາດວິທະຍາ ໃຫ້ພະນັກງານຜູ້ທີ່ຮັບຜິດຊອບວຽກງານປ້ອງກັນ ແລະ ຄວບຄຸມພະຍາດ ແຕ່ສູນກາງລົງຮອດທ້ອງຖິ່ນ, ໃຫ້ມີບົດບາດໃນການປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ເຊັ່ນ: ເຂົ້າຮ່ວມວຽກງານເຝົ້າລະວັງ, ສອບສວນການລະບາດ, ວິເຄາະຂໍ້ມູນ ແລະ ຕອບໂຕ້ຕໍ່ການລະບາດໃນທ້ອງຖິ່ນຂອງຕົນ. ໂຄງການນີ້ ເລີມດໍາເນີນມາແຕ່ ປີ 2009 ເພື່ອສະໜັບສະໜູນກະຊວງສາທາລະນະສຸກ ໃນການເພີ່ມຄວາມເຂັ້ມແຂງ ແລະ ສ້າງຄວາມສາມາດດ້ານລະບາດວິທະຍາພາກສະໜາມລະດັບຊາດກໍ່ຄືທົ່ວປະເທດ ໃນການຄົ້ນຫາ, ສອບສວນ ແລະ ຕອບໂຕ້ຕໍ່ພະຍາດຕິດຕໍ່ ຫຼື ພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ ແລະເຫດການສຸກເສີນທາງດ້ານສາທາລະນະສຸກອື່ນໆທີ່ສອດຄ່ອງກັບຍຸດທະສາດສຳລັບພະຍາດຊຶມເຊື້ອທີ່ເກີດຂື້ນໃໝ່ໃນພາກພື້ນອາຊີ-ປາຊີຟິກ ແລະ ກົດລະບຽບສາທາລະນະສຸກສາກົນ (IHR 2005).
ຫຼັກສູດຝຶກອົບຮົມລະບາດວິທະຍາພາກສະໜາມ ປະກອບມີພາກທິດສະດີ ແລະ ພາກປະຕິບັດຕົວຈິງ, ໃນນັ້ນລວມມີການສອບສວນການລະບາດຂອງພະຍາດຕິດຕໍ່ ຫຼື ເຫດການສຸກເສີນທາງດ້ານສາທາລະນະສຸກອື່ນ, ການທົບທວນຄືນສະພາບການເກີດຂອງພະຍາດ, ອາການພາຍໃຕ້ລະບົບເຝົ້າລະວັງ ແລະ ບົດຄົ້ນຄວ້າວິທະຍາສາດສາທາລະນະສຸກ ທີ່ສອດຄ່ອງກັບຄວາມຕ້ອງການຕົວຈິງໃນ ສປປ ລາວ.