ພາຍຫຼັງທີ່ໄດ້ດໍາເນີນ ກອງປະຊຸມ ຄົບຄະນະບໍລິຫານງານພັກແຂວງ ໄຊຍະບູລີ ຄັ້ງທີ 3 ສະໄໝທີ VII ມາເປັນເວລາ 2 ວັນ, ຈຶ່ງໄດ້ອັດລົງໃນຕອນບ່າຍຂອງວັນທີ 18 ສິງຫາ 2021, ທີ່ສະໂມສອນ ຫ້ອງວ່າການແຂວງ, ໂດຍການເປັນປະທານ ຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ເຂົ້າຮ່ວມມີບັນດາກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງອ້ອມຂ້າງແຂວງ, ມີເລຂາພັກເມືອງ, ເຈົ້າເມືອງ 11 ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ຕະຫຼອດການດໍາເນີນກອງປະຊຸມຄັ້ງນີ້, ບັນດາສະຫາຍຜູ້ແທນກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາຂອງຕົນເພື່ອຄົ້ນຄວ້າປະກອບຄໍາຄິດ – ຄໍາເຫັນ ໃນແຕ່ລະບັນຫາດ້ວຍບັນຍາກາດຟົດຟື້ນ, ກົງໄປກົງມາຄົບຖ້ວນຈະແຈ້ງແລະເລິກເຊິ່ງ, ພ້ອມທັງມີການປຶກສາຫາລືແລກປ່ຽນຄໍາຄິດ-ຄໍາເຫັນເພື່ອຫັນເຂົ້າສູ່ການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາແລະມີປະສິດທິຜົນ, ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງ, ພາຍໃຕ້ການນໍາພາຂອງພັກຂັ້ນຕ່າງໆ ຢູ່ພາຍໃນແຂວງເຮັດໃຫ້ບັນດາຄາດໝາຍວາງໄວ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດທີ່ເປັນພື້ນຖານຈໍານວນໜຶ່ງເຊັ່ນ: ສາມາດຮັກສາສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ, ບັນຍາກາດການຜະລິດລະດູແລ້ງ ແລະ ຜະລິດລະດູປີ ຂອງປະຊາຊົນຍັງສືບຕໍ່ເປັນຂະບວນການດີ, ບັນດາຄາດໝາຍສູ້ຊົນລະອຽດຂອງຂະແໜງການ, ຂອງບັນດາເມືອງ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ບັນລຸໄປແລ້ວຈໍານວນໜຶ່ງ, ບັນດາໂຄງການລົງທຶນຂອງລັດ ລວມທັງໂຄງການຂອງຂະແໜງການສູນກາງ ແລະ ໂຄງການລົງທຶນຂອງພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໄດ້ດໍາເນີນໄປຕາມຂັ້ນຕອນຂອງກົດໝາຍ ມີຄວາມຄືບໜ້າ ແລະ ມີປະສິດທິຜົນເປັນສ່ວນຫຼາຍ, ພື້ນຖານໂຄງລ່າງຢູ່ຊົນນະບົດໄດ້ຮັບການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງປົວແປງຍົກລະດັບດີຂຶ້ນ, ການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການແກ້ໄຂບັນຫາຢາເສບຕິດກໍ່ໄດ້ຮັບການແກ້ໄຂຢ່າງແຂງແຮງເລິກເຊິ່ງ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ

