ຕອນບ່າຍວັນທີ 5 ກໍລະກົດ 2021 ທີ່ກະຊວງສາທາລະນະສຸກ ໄດ້ມີພິທີມອບເຄື່ອງຊ່ວຍເຫລືອ ຕ້ານການລະບາດຂອງພະຍາດໂຄວິດ19 ປະກອບມີນໍ້າເຄມີກວດຫາເຊື້ອ ແລະອຸປະກອນການແພດມູນຄ່າ 100.000 ກວ່າໂດລາສະຫະລັດ ຈາກລັດຖະບານ ສ. ເກົາຫລີ ແກ່ລັດຖະບານ ສປປ ລາວ, ເຂົ້າຮ່ວມໃນພິທີຄັ້ງນີ້ ມີທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະຄະນະ, ຝ່າຍ ສ.ເກົາຫລີ ມີທ່ານມູຮົງອິມ ເອກອັກຄະລັດຊະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ແລະຄະນະ.
ທ່ານ ເອກອັກຄະລັດຊະທູດ ສ. ເກົາຫລີ ກ່າວໃນພິທີມອບເຄື່ອງຊ່ວຍເຫລືອຄັ້ງນີ້ວ່າ: ກ່ອນໜ້ານີ້, ລັດຖະບານ ສ.ເກົາຫຼີ ໄດ້ໃຫ້ການຊ່ວຍເຫຼືອຕູ້ເກັບຕົວຢ່າງ ກໍລະນີສົງໄສ ແລະວັດຖຸອຸປະກອນການແພດຈໍານວນໜຶ່ງ ແກ່ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການຕອບໂຕ້ພະຍາດໂຄ
ວິດ19 ໄປແລ້ວ, ພາຍຫຼັງ ມີການແຜ່ລະບາດຮອບທີ່ 2 ຢູ່ສປປ ລາວ ນັບແຕ່ເດືອນເມສາ ຂອງບີນີ້ ເປັນຕົ້ນມາ ລັດຖະບານເກົາຫຼີ ກໍ່ໄດ້ເພີ່ມການຊ່ວຍເຫຼືອ ແກ່ ສປປ ລາວ ອີກ ໂດຍໄດ້ຊ່ວຍເຫຼືອອຸປະກອນການແພດ ສໍາລັບກວດຫາເຊື້ອ ໃຫ້ກ່ອນ, ເນື່ອງຈາກວ່າ ການກວດຫາເຊື້ອ ສໍາລັບກໍລະນິສົງໄສ ເປັນບັນຫາທີ່ສໍາຄັນ ອັບດັບໜຶ່ງ ໃນການປ້ອງກັນ ແລະຄວບຄຸມ ການແຜ່ລະບາດຂອງພະຍາດໂຄວິດ19 ເຊິ່ງ ສ.ເກົາຫຼີ ໄດ້ມີບົດຮຽນຜ່ານມາແລ້ວ.
ໂຊກດີທີໃນປະຈຸບັນ ຍັງມີການບໍລິການຖ້ຽວບິນ ໄປ-ມາ ລະຫວ່າງ ສປປ ລາວ ແລະສ.ເກົາຫຼີ ເດືອນລະ 2-3 ຖ້ຽວ ຈຶ່ງສາມາດຂົນສົ່ງບັນດາອຸປະກອນກວດຫາເຊື້ອໂຄວິດ19 ແລະ ເຄື່ອງເກັບຕົວຢ່າງ ຈໍານວນ 58,000ຊຸດ ຄັ້ງນີ້ ມາເຖິງ ສປປ ລາວ ໄດ້ຢ່າງໄວວາ.
ພາຍໃຕ້ບົດຮຽນການຕອບໂຕ້ພະຍາດໂຄວິດ19 ທີ່ໄດ້ຮັບຜົນສໍາເລັດ ຢູ່ໃນ ສ. ເກົາຫຼີ ບວກໃສ່ກັບການເພີ່ມທະວີສັກວັກຊິນປ້ອງກັນໂຄວິດ19 ເປັນວົງກວ້າງ ແກ່ປະຊາຊົນ ຢູ່ສອງປະເທດ, ຂ້າພະເຈົ້າ ຫວັງວ່າ ໃນອະນາຄົດບໍ່ດົນໃນຕໍ່ໜ້ານີ້ ປະຊາຊົນສອງຊາດລາວ-ເກົາຫຼີ ຈະສາມາດກັບຄືນມາຢ້ຽມຢາມເຊິ່ງກັນ ແລະ ກັນໄດ້ຄືກັບເມື່ອກ່ອນ ຊຶ່ງຈະປະກອບສ່ວນ ເຂົ້າໃນການສ້າງຄວາມຈະເລີນຮຸ່ງເຮືອງ ແກ່ສອງປະເທດ.
ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວວ່າ: ຂ້າພະເຈົ້າສະແດງຄວາມຍິນດີ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ກໍຄືຂະແໜງສາທາລະນະສຸກ ແລະຂໍສະແດງຄວາມຄວາມຂອບໃຈ ທ່ານມູຮົງອິມ ເອກອັກຄະລັດຊະທູດ ສ. ເກົາຫລີ ປະຈໍາ ສປປ ລາວ ທີ່ໄດ້ໃຫ້ການຊ່ວຍເຫລືອໃນຄັ້ງນີ້, ຂ້າພະເຈົ້າຕີລາຄາການຊ່ວຍເຫລືອຂອງ ສ. ເກົາຫລີ ໃນໄລຍະຜ່ານມາກໍຄືໃນຄັ້ງນີ້ ແມ່ນຕອບສະໜອງຄວາມຮຽກຮ້ອງຕ້ອງການ ທີ່ມີຄວາມຈໍາເປັນໃນການນໍາໃຊ້ອຸປະກອນ ແລະນໍ້າຢາກວດຫາເຊື້ອພະຍາດໂຄວິດ19 ຢູ່ລາວ, ການຕິດເຊື້ອຢູ່ພາຍໃນປະເທດມີທ່າອ່ຽງຫລຸດລົງ ແລະສາມາດຄວບຄຸມໄດ້ ແຕ່ການຕິດເຊື້ອນໍາເຂົ້າຍັງມີລັກສະນະເພີ່ມຂຶ້ນໃນແຕ່ລະວັນ, ສະນັ້ນພວກເຮົາຈໍາເປັນຕ້ອງກຽມພ້ອມທັງນໍ້າຢາເຄມີ ແລະອຸປະກອນການແພດສໍາລັບກວດວິເຄາະຫາເຊື້ອ ການຊ່ວຍເຫລືອຂອງ ສ.ເກົາຫລີໃນຄັ້ງນີ້ ແມ່ນມີຄຸນຄ່າສູງສໍາລັບ ສປປ ລາວ.
ໂດຍ: ເຂີຍຫລ້າ
Loading...