ວັນທີ 5 ມີນາ 2021 ທີ່ຫ້ອງປະຊຸມສະໂມສອນໂອລິມປິກແຫ່ງຊາດລາວ, ນະຄອນ ຫລວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ, ຮອງເຈົ້າຄອງນະຄອນຫລວງວຽງຈັນ, ທັງເປັນປະທານສະຫະພັນເທຄວັນໂດແຫ່ງຊາດລາວ ໄດ້ຕ້ອນຮັບ
ທ່ານ IM MOO-HONG, ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈໍາ ສປປ ລາວ, ພ້ອມດ້ວຍຄະນະ.
ທ່ານ ຈັນທະວົງ ປັນຍາສິລິ, ເລຂາທິການສະຫະພັນເທຄວັນໂດແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນການພົບປະຄັ້ງນີ້ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ ໄດ້ສະ ແດງຄວາມຍິນດີຕ້ອນຮັບ, ພ້ອມທັງລາຍງານກ່ຽວກັບສະພາບການພັດທະນານັກກິລາເທຄວັນໂດຂອງລາວໃນໄລຍະຜ່ານມາ ໂດຍໄດ້ຍົກໃຫ້ເຫັນຈຸດດີ ແລະ ຈຸດອ່ອນຂໍ້ຄົງຄ້າງເພື່ອສະເໜີໃຫ້ ສ.ເກົາຫລີ ຊ່ວຍຊຸກຍູ້ສົ່ງເສີມໃຫ້ດີຂຶ້ນກວ່າເກົ່າ. ສ່ວນ ທ່ານ IM MOO-HONG ໄດ້ສະແດງຄວາມດີໃຈທີ່ໄດ້ພົບປະກັບປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ພ້ອມທັງຢືນຢັນຈະໃຫ້ການຊ່ວຍເຫລືອພັດທະນາຄູເຝິກ ແລະ ນັກກິລາເທຄວັນໂດຂອງລາວ ເພື່ອໃຫ້ສາມາດຍາດໄດ້ຫລຽນຄຳການແຂ່ງຂັນລາຍການສໍາຄັນຕ່າງໆ ໃນລະດັບສາກົນ.
ໃນໂອກາດນີ້ ເອກອັກຄະລັດຖະທູດ ສ.ເກົາຫລີ ປະຈໍາ ສປປ ລາວ ຍັງໄດ້ມອບອຸປະກອນກິລາເທຄວັນໂດເພື່ອນໍາໃຊ້ເຂົ້າໃນການເຝິກຊ້ອມຈໍານວນໜຶ່ງ ເປັນຕົ້ນ: ຊຸດ, ເປົ້າເຕະ, ເກາະ, ສະໜັບແຄ່ງ ແລະ ອື່ນໆ ລວມມູນຄ່າ 50 ລ້ານກີບ ໃຫ້ສະຫະ ພັນເທຄວັນໂດແຫ່ງຊາດລາວ ເພື່ອນໍາໃຊ້ພາຍໃນສະຫະພັນ ແລະ ແຈກຢາຍໃຫ້ສະ ໂມສອນເທຄວັນໂດຢູ່ຕ່າງແຂວງທົ່ວປະເທດ.
ສຳລັບສະຫະພັນເທຄວັນໂດແຫ່ງຊາດລາວ ສະເພາະປີ 2021 ມີແຜນຈະຈັດ ການແຂ່ງຂັນ 3 ລາຍການ ຄື: ການແຂ່ງຂັນເທຄວັນໂດ ຊີງຂັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໃນເດືອນເມສາ, ສ່ວນອີກ 2 ລາຍການຈະຈັດຂຶ້ນພາຍໃນ ເດືອນ ມິຖຸນາ ແລະ ເດືອນ ກັນຍາ ເຊີ່ງທັງສອງລາຍການນີ້ພວມຊອກຫາຜູ້ໃຫ້ການສະໜັບສະໜູນຢູ່ ໂດຍມີຈຸດປະສົງເພື່ອທົດສອບນັກກິລາ, ພ້ອມນີ້ ຍັງເປັນການຄັດ ເລືອກນັກກິລາທີມຊາດຮຸ່ນສືບທອດ ຕື່ມອີກ.
ຂ່າວ: ບຸນຕຽງ ຈັນທະວົງ
ພາບ: ສົງການ ພັນແພງດີ
Loading...