ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ

ຫຍ້າຂິວ ຫລືຫຍ້າຊຳແຫ້ງ ບາງຄົນກໍເອີ້ນວ່າຫຍ້າຝຣັ່ງ ເພາະມີເລື່ອງເລົ່າສືບກັນວ່າສະໄຫມສົງຄາມ ພວກຝຣັ່ງໄດ້ເອົາເມັດພັນຫຍ້າຊະນິດດັ່ງກ່າວມາແຜ່ຢູ່ລາວເພື່ອທຳລາຍຜົນລະປູກ.

ຫຍ້າຂິວ ຈັດເປັນພືດລົ້ມລຸກທີ່ມີຖິ່ນກຳເນີດຢູ່ແຖບອາເມລິກາກາງ ແລະແຜ່ກະຈາຍໄປໃນທົ່ວທຸກທະວີບທີ່ເປັນເຂດຮ້ອນ ໃນແຕ່ກ່ອນ ຫຍ້າຂິວມີຊື່ສຽງໃນນາມເປັນພືດສະຫມຸນໄພຫ້າມເລືອດ-ສະຫມານແຜ ເນື່ອງຈາກໃບຫຍ້າຂິວແມ່ນມີລິດຊ່ວຍໃຫ້ເສັ້ນເລືອດຫົດໂຕ ແລະຕ້ານການອັກເສບ ສາມາດຊ່ວຍໃຫ້ແຜບໍ່ເປັນຮອຍແປ້ວໃນເວລາຫາຍດີ.

ນອກນັ້ນຫຍ້າຂິວກໍຍັງມີສັບພະຄຸນທາງຢາທີ່ຫລາກຫລາຍ ໄດ້ແກ່:

– ດອກຂອງຫຍ້າຂິວເປັນຢາຊູກຳລັງ,​ ແກ້ອາການອ່ອນເພຍ,​ ແກ້ກະຫາຍນ້ຳ,​ ແກ້ພິດໄຂ້,​ ເປັນຢາແກ້ຮ້ອນໃນ

– ຕົ້ນແລະໃບ ແກ້ທ້ອງຍື່ງທ້ອງເຟີ້, ປົວລິດສະດວງ

– ຮາກສາມາດນຳມາຕົ້ມໃສ່ນ້ຳດື່ມກິນເພື່ອປົວໂຣກກະເພາະ ແລະອື່ນໆ

ຄວາມຂິວຂອງຫຍ້າຂິວສາມາດນຳມາສະກັດເຮັດສະຫມຸນໄພໄລ່ແມງໄມ້ ນອກນັ້ນ,​ ບາງຄົນກໍຍັງຫລົກເອົາຕົ້ນຫຍ້າຂິວມາມັດເປັນຈຸ້ມໄປຖິ້ມລົງໃນຄອງນ້ຳເນົ່າ ຜ່ານໄປ2-3 ອາທິດ ນ້ຳກໍຈະຄ່ອຍໆໃສຂຶ້ນ.

ຄວາມພິເສດຫນຶ່ງຂອງຫຍ້າຂິວສາມາດຊີ້ວັດຄວາມແຫ້ງແລ້ງຂອງອາກາດ ໂດຍສັງເກດວ່າຫາກອາກາດບໍ່ແລ້ງ ຕົ້ນຫຍ້າຂິວກໍຈະບໍ່ອອກດອກ.