ຫຍ້າຂິວ ຫລືຫຍ້າຊຳແຫ້ງ ບາງຄົນກໍເອີ້ນວ່າຫຍ້າຝຣັ່ງ ເພາະມີເລື່ອງເລົ່າສືບກັນວ່າສະໄຫມສົງຄາມ ພວກຝຣັ່ງໄດ້ເອົາເມັດພັນຫຍ້າຊະນິດດັ່ງກ່າວມາແຜ່ຢູ່ລາວເພື່ອທຳລາຍຜົນລະປູກ.
ຫຍ້າຂິວ ຈັດເປັນພືດລົ້ມລຸກທີ່ມີຖິ່ນກຳເນີດຢູ່ແຖບອາເມລິກາກາງ ແລະແຜ່ກະຈາຍໄປໃນທົ່ວທຸກທະວີບທີ່ເປັນເຂດຮ້ອນ ໃນແຕ່ກ່ອນ ຫຍ້າຂິວມີຊື່ສຽງໃນນາມເປັນພືດສະຫມຸນໄພຫ້າມເລືອດ-ສະຫມານແຜ ເນື່ອງຈາກໃບຫຍ້າຂິວແມ່ນມີລິດຊ່ວຍໃຫ້ເສັ້ນເລືອດຫົດໂຕ ແລະຕ້ານການອັກເສບ ສາມາດຊ່ວຍໃຫ້ແຜບໍ່ເປັນຮອຍແປ້ວໃນເວລາຫາຍດີ.
ນອກນັ້ນຫຍ້າຂິວກໍຍັງມີສັບພະຄຸນທາງຢາທີ່ຫລາກຫລາຍ ໄດ້ແກ່:
– ດອກຂອງຫຍ້າຂິວເປັນຢາຊູກຳລັງ, ແກ້ອາການອ່ອນເພຍ, ແກ້ກະຫາຍນ້ຳ, ແກ້ພິດໄຂ້, ເປັນຢາແກ້ຮ້ອນໃນ
– ຕົ້ນແລະໃບ ແກ້ທ້ອງຍື່ງທ້ອງເຟີ້, ປົວລິດສະດວງ
– ຮາກສາມາດນຳມາຕົ້ມໃສ່ນ້ຳດື່ມກິນເພື່ອປົວໂຣກກະເພາະ ແລະອື່ນໆ
ຄວາມຂິວຂອງຫຍ້າຂິວສາມາດນຳມາສະກັດເຮັດສະຫມຸນໄພໄລ່ແມງໄມ້ ນອກນັ້ນ, ບາງຄົນກໍຍັງຫລົກເອົາຕົ້ນຫຍ້າຂິວມາມັດເປັນຈຸ້ມໄປຖິ້ມລົງໃນຄອງນ້ຳເນົ່າ ຜ່ານໄປ2-3 ອາທິດ ນ້ຳກໍຈະຄ່ອຍໆໃສຂຶ້ນ.
ຄວາມພິເສດຫນຶ່ງຂອງຫຍ້າຂິວສາມາດຊີ້ວັດຄວາມແຫ້ງແລ້ງຂອງອາກາດ ໂດຍສັງເກດວ່າຫາກອາກາດບໍ່ແລ້ງ ຕົ້ນຫຍ້າຂິວກໍຈະບໍ່ອອກດອກ.