ແຂວງຫລວງພະບາງ ຄາດວ່າຈະໄຂສົກຮຽນໃໝ່ 2021-2022 ເອກະ ພາບກັນທົ່ວແຂວງໃນວັນທີ 27 ກັນຍາ 2021 ພາຍຫລັງທີ່ຕ້ອງເລື່ອນການໄຂສົກຮຽນໃໝ່ ເຊີ່ງເບື້ອງຕົ້ນກໍານົດໄຂຂຶ້ນໃນວັນທີ 13 ກັນຍາ ຍ້ອນເກີດການລະບາດຂອງພະຍາດໂຄວິດ-19 ຢູ່ບາງເມືອງພາຍໃນແຂວງ.
ທ່ານ ວົງເພັດ ອຸດົມລິດ, ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງຫລວງພະບາງ ໃຫ້ສໍາພາດວ່າ: ເພື່ອໃຫ້ການໄຂສົກຮຽນໃໝ່ດຳເນີນໄປດ້ວຍດີ ແລະ ຮັບ ປະກັນໄດ້ໃນການປ້ອງກັນພະຍາດໂຄວິດ-19 ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ແນະນໍາໃຫ້ແຕ່ລະຫ້ອງການສຶກສາທິ ການ ແລະ ກິລາເມືອງ ເອົາໃຈໃສ່ 5 ວຽກງານຈຸດສຸມສໍາຄັນ ຄື:
– ເມື່ອຮອດວັນທີ 27 ກັນຍາ ຖ້າມີເມືອງ ແລະ ທ້ອງຖິ່ນໃດບໍ່ມີຄວາມພ້ອມ ຫລື ມີການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ແມ່ນບໍ່ອະນຸ ຍາດໃຫ້ເປີດສົກຮຽນໃໝ່ຢ່າງເດັດຂາດ.
– ຜູ້ບໍລິຫານການສຶກສາ, ພະນັກງານ ແລະ ຄູອາຈານທຸກຄົນຕ້ອງໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບຕາມກໍານົດ. ຂະນະທີ່ສະຖານການສຶກສາທຸກແຫ່ງຕ້ອງມີມາດຕະການປ້ອງກັນພະຍາດໂຄວິດ-19 ທີ່ດີ.
– ຜູ້ບໍລິຫານການສຶກສາ, ພະນັກງານ ແລະ ຄູອາຈານທຸກຄົນ ຕ້ອງສືບຕໍ່ປະຕິບັດໜ້າທີ່ຂອງຕົນດ້ວຍການຮຽນຮູ້ການສິດສອນແບບໃໝ່ ໂດຍສະເພາະການສິດສອນຜ່ານລະບົບອອນລາຍເພື່ອໃຫ້ສອດຄ່ອງກັບສະພາບທີ່ເກີດຂຶ້ນໃນປັດຈຸບັນ.
– ຜູ້ປົກຄອງນັກຮຽນ ຕ້ອງຊຸກຍູ້ສົ່ງເສີມລູກຫລານຂອງຕົນໃຫ້ໄດ້ຮຽນໜັງສືເປັນປົກກະຕິ, ລວມເຖີງຕິດຕາມບໍ່ໃຫ້ໄປຫຍຸ້ງກ່ຽວກັບສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມ.
– ສະມາຄົມພໍ່ແມ່ນັກຮຽນ, ຄະນະພັດທະນາການສຶກສາຂັ້ນເມືອງ ແລະ ບ້ານ, ລວມເຖີງຜູ້ປະກອບການໃນແຕ່ລະທ້ອງຖິ່ນ ຕ້ອງຊ່ວຍປັບປຸງຊຸກຍູ້ສະຖານທີ່ການສຶກສາເພື່ອໃຫ້ກາຍເປັນແຫລ່ງຮຽນຮູ້ທີ່ທັນສະໄໝ ໂດຍສະເພາະການຮຽນຮູ້ຜ່ານລະບົບອອນລາຍຕ່າງໆ.
ທ່ານ ວົງເພັດ ອຸດົມລິດ ໃຍັງໃຫ້ຮູ້ກ່ຽວກັບການຮຽນ-ການສອນຜ່ານລະບົບອອນລາຍຢູ່ແຂວງຫລວງພະບາງ ໃນໄລຍະຜ່ານມາ ເຫັນວ່າມີແຕ່ນັກຮຽນທີ່ອາໃສຢູ່ໃນເຂດຕົວເມືອງເທົ່ານັ້ນທີ່ສາມາດເຂົ້າເຖີງການສຶກສາໃນຮູບ ແບບນີ້ ແຕ່ຄຸນນະພາບຂອງການຮຽນ-ການສອນບໍ່ໄດ້ດີເທົ່າທີ່ຄວນ.
Cr: ບຸນຕຽງ ຈັນທະວົງ


