ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ອຳນາດການປົກຄອງແຂວງ ຫລວງພະບາງ ຈັດຂະບວນຂີ່ລົດຖີບເພື່ອປູກ ຈິດສຳນຶກໃຫ້ທຸກຄົນ ໂດຍສະ ເພາະແມ່ນນັກທ່ອງທ່ຽວໄດ້ມີສ່ວນຮ່ວມໃນ ການປົກປັກຮັກສາສິ່ງແວດລ້ອມໃຫ້ຫລາຍຂຶ້ນ ໃນວັນທີ 7 ຕຸລາ ນີ້ ທີ່ເທສະບານແຂວງ ຫລວງພະບາງ ເປັນກຽດເຂົ້າຮ່ວມມີທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງ ຫລວງພະບາງ, ຜູ້ຊີ້ນຳວຽກງານ ວັດ ທະນະທຳ -ສັງຄົມ, ທ່ານ ນາງ ກຽວທິຮັງຟຸກ ຫົວໜ້າສະຖານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາພາກເໜືອ, ທ່ານ ນາງ ພອນມາລີ ອິນທະພົມ, ຫົວໜ້າ ກົມ ພັດທະນາການທ່ອງທ່ຽວ ກະຊວງ ຖວທ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ມວນຊົນຊາວແຂວງຫລວງພະບາງເຂົ້າຮ່ວມ.
ຈຸດປະສົງຂອງການຈັດງານແມ່ນເພື່ຶອເປັນການການສະເຫລີມສະຫລອງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ, ວັນ ສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ, ທີ່ສຳຄັນ ເພື່ອຊຸກຍູ້ ແລະ ເສີມສ້າງຄວາມສາມັກຄີຮັກແພງ ລະຫວ່າງພະນັກງານ, ໄວໜຸ່ມ ກໍຄືມວນ ຊົນຂອງສອງປະເທດ ໄດ້ມີໂອກາດພົບປະ ແລະ ເຄື່ອນໄຫວກິດຈະກໍາດ້ານ ກິລາ ຮ່ວມກັນ; ຜ່ານມາ ອົງ ການປົກຄອງແຂວງ ກໍຄືພະແນກຖະ ແຫລງ ຂ່າວ ວັດທະນະະທໍາ ແລະ ທ່ອງ ທ່ຽວ ແຂວງ ຫລວງພະບາງ ໄດ້ຈັດກິດຈະ ກໍາຕ່າງໆ ຮ່ວມກັບແຂວງ ເຊີນລາ ສສ ຫວຽດນາມ, ເປັນຕົ້ນ: ແມ່ນງານ ເທດສະການ ວັດທະນະທໍາ ແລະ ທ່ອງ ທ່ຽວ ໃນຫົວຂໍ້ “ບົດເພງແຫ່ງຄວາມ ຮັກ ເຊີນລາ-ຫລວງພະບາງ” ປີ 2022 ທີ່ ແຂວງຫລວງພະບາງ.
ສໍາລັບຂະບວນການຂີ່ລົດຖີບສາມັກຄີຄັ້ງນີ້ແມ່ນເພື່ອເປັນການຊຸກຍູ້ສົ່ງເສີມວັດທະນະທໍາ ແລະ ໂຄສະນາເຜີຍແຜ່ການທ່ອງທ່ຽວຂອງແຂວງ ເພື່ອ ເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ, ເຊິ່ງກິດຈະກໍາຂະບວນຂີ່ລົດຖີບໃນ ຄັ້ງນີ້ແມ່ນແຕກ ຕ່າງກັບກິດຈະກໍາທີ່ຜ່ານມາ;ໃນງານນີ້ບັນດາ ຜູ້ເຂົ້າຮ່ວມ ແມ່ນໄດ້ນຸ່ງຊຸດປະຈໍາຊາດ ຂອງສອງຊາດ ລາວ-ຫວຽດ ນາມ, ຫວຽດ ນາມ- ລາວ ແລະ ນຸ່ງຊຸດຊົນເຜົ່າ ຂອງຊາວຫລວງພະບາງ ເພື່ອເປັນການອະນຸຮັກ ແລະ ສົ່ງເສີມວັດທະນະທໍາ ອັນດີງາມ ຂອງສອງຊາດ ລາວ- ຫວຽດນາມ. ສໍາລັບເສັ້ນທາງຂອງຂະ ບວນ ຂີ່ລົດຖີບ ແມ່ນເລີ່ມເຄື່ອນຂະບວນ ຈາກສໍາ ນັກງານທ່ອງທ່ຽວແຂວງ (ໂຮງແຊກເກົ່າ), ຂີ່ລົດໄປຕາມເສັ້ນທາງນໍ້າພຸ ຜ່ານສະຖານ ກົງສູນໃຫຍ່ ສສ ຫວຽດ ນາມ, ລ້ຽວຊ້າຍໄປທາງໂຮງຮຽນສີ ຖານ ແລ້ວລ້ຽວຊ້າຍໄປທາງສີ່ແຍກ ຕະຫລາດດາຣາ ໄປຫາທາງພູຂີ້ມ້າ (ບ້ານ ອາໄພ), ລ້ຽວຂວາໄປທາງວັດວິຊຸນ; ຜ່ານຂົວນໍ້າຄານເກົ່າ ແລະ ທ່ຽວ ຊົມກິດຈະກຳຕ່າງໆຢູ່ບ້ານ ຊ່າງຄ້ອງ ເພື່ອສະເຫຼີມສະຫຼອງ ປີສາມັກຄີ ມິດ ຕະພາບ ລາວ-ຫວຽດນາມ, ຫວຽດ ນາມ-ລາວ ປີ 2022 ເປັນ ການຊຸກຍູ້ສົ່ງ ເສີມວັດທະນະທໍາ ແລະ ໂຄສະ ນາເຜີຍແຜ່ ພາບພົດການທ່ອງທ່ຽວຂອງ ແຂວຫລວງພະບາງ ເພື່ອເຊື່ອມໂຍງເຂົ້າສູ່ພາກພື້ນ ແລະ ສາກົນ.