ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ວັນທີ 14 ກຸມພາ 2022 ນີ້ພະແນກ ຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ແຂວງຫລວງພະບາງ ຈັດກອງປະຊຸມຜ່ານຮ່າງແຜນບໍລິຫານ ຄຸ້ມຄອງ ແລະພັດທະນາ ແຫລ່ງທ່ອງທ່ຽວ ຖໍ້າຕິ່ງ ໂດຍການເປັນປະທານຂອງ ທ່ານ ສີສະຫວາດ ຍີ່ລັດໃຈ ຮອງຫົວຫນ້າພະແນກ ຖວທ ແຂວງຫລວງພະບາງ ທ່ານ ໂອກາວະ ມາຊະຊືມິ ຫົວຫນ້າທີ່ປຶກສາອົງການໄຈກາ ປະຈໍາແຂວງຫລວງພະບາງ, ມີພະນັກງານວິຊາການບໍລິຫານ ແລະຄຸ້ມຄອງການທ່ອງທ່ຽວ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ກໍເພື່ອລະດົມແນວຄວາມຄິດເຂົ້າໃສ່ຮ່າງແຜນບໍລິຫານ ຄຸ້ມຄອງ ແລະພັດທະນາແຫລ່ງທ່ອງທ່ຽວ ຖ້ໍາຕິ່ງ ໂດຍເລັ່ງໃສ່ 6 ໜ້າວຽກຄື: ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວຖໍ້າຕິ່ງ, ການບໍລິຫານ, ຄຸ້ມຄອງ ແລະ ພັດທະນາຖໍ້າຕິ່ງໃນປະຈຸບັນ, ແຜນບໍລິຫານ, ຄຸ້ມຄອງ ແລະ ພັດທະນາຖໍ້າຕິ່ງ ແຕ່ປີ 2020 -2025, ຕີລາຄາຄືນຈຸດດີ,ຈຸດອ່ອນ,ໂອກາດ ແລະສິ່ງທ້າທາຍໃນການບໍລິຫານ, ຄຸ້ມຄອງ ແລະຄາດໝາຍສູ້ຊົນ ແຕ່ປີ 2020- 2025, ແຜນງານ ແລະໂຄງການການບໍລິຫານ,ຄຸ້ມຄອງແລະ ພັດທະນາ ແຫຼ່ງທ່ອງທ່ຽວຖໍ້າຕິ່ງ.
ທັງນີ້ ເພື່ອເຮັດໃຫ້ການບໍລິການຄຸ້ມຄອງ, ສະຖານທີ່ທ່ອງທ່ຽວຖ້ຳຕິ່ງ ໃຫ້ສອດຄ່ອງ, ຍືນຍົງ ແລະສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໃຫ້ເຂົ້າໄປທ່ຽວຊົມໃຫ້ນັບມື້ນັບຫຼາຍຂຶ້ນ
ປັດຈຸບັນທົ່ວແຂວງຫຼວງພະບາງມີແຫຼ່ງທ່ອງທ່ຽວທັງໝົດ 228 ແຫ່ງ, ໃນນັ້ນມີແຫຼ່ງທ່ອງທ່ຽວທາງດ້ານທຳມະຊາດ 108 ແຫ່ງ, ວັດທະນະທຳ 86 ແຫ່ງ ແລະ ປະຫວັດສາດ 34 ແຫ່ງ.
ຂໍ້ມູນ: Media LAOS