ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ຈາກກໍລະນີທີ່ກຳລັງເປັນປະເດັນຮ້ອນໃນສັງຄົມໂລກອອນລາຍ ກ່ຽວກັບຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 13/ນຍ, ລົງວັນທີ 29 ສິງຫາ 2023 ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ເຮັດໃຫ້ຫລາຍຄົນເຂົ້າໃຈຜິດໃນການເພີ່ມອາກອນມູນຄ່າເພີ່ມຈາກ 7% ເປັນ 10%
ໂດຍຂໍ້ຄວາມໃນວັກດັ່ງກ່າວ ລະບຸໄວ້ວ່າ: “ເລັ່ງເກັບລາຍຮັບ ຈາກຖານລາຍຮັບ ທີ່ມີໃນປັດຈຸບັນໃຫ້ຄົບຖ້ວນ ໂດຍນຳໃຊ້ເຄື່ອງມືທັນສະໄໝ ໃຫ້ເປັນລະບົບລວມສູນ ໂດຍສະເພາະເກັບລາຍຮັບ ຈາກພັນທະອາກອນ; ຄົ້ນຄວ້າການປັບປຸງອັດຕາອາກອນມູນຄ່າເພີ່ມຂຶ້ນ ຈາກ 7% ມາເປັນ 10%, ອາກອນຊົມໃຊ້, ອາກອນກຳໄລ, ອາກອນລາຍໄດ້ ຈາກຜູ້ສະໜອງສິນຄ້າ ແລະ ການບໍລິການ ຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ (ຂະແໜງໄຟຟ້າ ແລະ ບໍ່ແຮ່)”
ໝາຍຄວາມວ່າຈະມີການຄົ້ນຄວ້າເພີ່ມອັດຕາມູນຄ່າເພີ່ມຂຶ້ນ ສະເພາະຜູ້ສະໜອງສິນຄ້າ ແລະ ການບໍລິການຢູ່ໃນບັນດາໂຄງການລົງທຶນຕ່າງປະເທດ ເຊັ່ນ: ຂະແໜງໄຟຟ້າ ແລະ ໂຄງການຂຸດຄົ້ນບໍ່ແຮ່, ສ່ວນອາກອນມູນຄ່າເພີ່ມໃນຫົວໜ່ວຍທຸລະກິດ ອື່ນໆ ໃນຂະແໜງການຕ່າງໆ ກໍຍັງເກັບທີ່ 7% ຄືເກົ່າ.
ເອກະສານເພີ່ມເຕີມ: https://bitly.ws/TyEa
Cr: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
May be an image of text