ວັນທີ 8 ກໍລະກົດ 2021 ນີ້ ເມືອງເງິນ, ແຂວງໄຊຍະບູລີ ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ມາຮອດເວລາ 7:30 ນາທີ ໄດ້ເຮັດໃຫ້ນໍ້າຍາງ ແລະ ນໍ້າເງິນ ບວກກັບນໍ້າປ່າໄຫຼຊຸເຂົ້າຖ້ວມ ທົ່ງນາ ຮົ້ວ-ສວນ ແລະ ບ້ານເຮືອນປະຊາຊົນ ຈຳ ນວນຫຼາຍບ້ານ.
ປະຈຸບັນນໍ້າໄດ້ບົກແຫ້ງລົງແລ້ວ ອົງການປົກຄອງເມືອງ ນຳໂດຍ ທ່ານທະວິສັກ ໄຊຍະວົງ ເຈົ້າເມືອງ-ເມືອງເງິນ ພ້ອມດ້ວຍຄະນະກຳມະການຕ້ານ ແລະ ສະກັດກັ້ນໄພພິບັດຂັ້ນເມືອງ ໄດ້ລົງໄປເບິ່ງພື້ນທີ່ໆຖືກຜົນກະທົບໄພທຳມະຊາດ ນໍ້າຖ້ວມ ບ້ານເຮືອນປະຊາຊົນ ແລະ ທົ່ງນາຈຳນວນໜຶ່ງ ພ້ອມທັງແນະນຳໃຫ້ຄະນະກຳມະການຕ້ານ ແລະ ສະກັດກັ້ນ ໄພພິບັດຂັ້ນເມືອງ ສົມທົບກັບອົງການປົກຄອງບ້ານ ລົງເກັບກຳຂໍ້ມູນເບື້ອງຕົ້ນ.
ນີ້ເປັນຄັ້ງທີ 2 ຂອງປີນີ້ ທີ່ເມືອງເງິນ ແຂວງໄຊຍະບູລີປະສົບໄພພິບັດນ້ຳຖ້ວມ ຫລັງຈາກຄັ້ງທີ 1 ຜ່ານມາເກີດຂຶ້ນໃນວັນທີ 14 ມິຖຸນາຜ່ານມາ.
Cr: ອິນແປງ ແຫວນຄຳ


