ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ເຂົ້າສູ່ຊີວິດຈິງ
ພະຍຸລະດູຮ້ອນໄດ້ພັດເຂົ້າບ້ານຜາແກ້ວ ເມືອງປາກລາຍ ແຂວງໄຊຍະບູລີ ເມື່ອວັນທີ 11 ເມສາ 2022, ເຮັດໃຫ້ມີໂຮງຮຽນ ຂອງບ້ານໄດ້ຮັບຄວາມເສຍຫາຍ ສອງຫລັງ, ໃນວັນທີ 22 ເມສາ 2022, ຢູ່ທີ່ໂຮງຮຽນປະຖົມສົມ ບູນບ້ານຜາແກ້ວ,ໄດ້ມີບັນດານັກທຸລະກິດ, ຜູ້ປະກອບການທາງພາກລັດແລະເອກະຊົນໄດ້ນໍາເງີນໄປຊ່ວຍເຫລືອ ສ້ອມແປງໂຮງ ຮຽນບ້ານດັ່ງກ່າວເຊິງເປັນກຽດເຂົ້າຮ່ວມໃນພິທີຂອງທ່ານ ຄໍາຝັ້ນ ວົງສະຫັວນ ຮອງເຈົ້າເມືອງໆປາກລາຍ,ຜູ້ຊີ້ນຳວຽກງານເສດຖະກິດຂັ້ນເມືອງ,ທັງເປັນຫົວໜ້າຄະນະຊີ້ນໍາບ້ານໃຫ່ຍພັດທະນາບວມເລົາ-ຜາແກ້ວເມືອງປາກລາຍ ແຂວງໄຊຍະບູລີ,ມີບັນດາຄູ,ອາຈານ,ອໍານາດການປົກຄອງບ້ານເຂົ້າຮ່ວມ.
ປະກອບມີ 11 ພາກສ່ວນໃນນີ້ມີ 7 ບໍລິສັດ,ສໍານັກງານຫ້ອງການພາກລັດ 4 ຫ້ອງການລວມມູນຄ່າທັງໝົດ 27ລ້ານກ່ວາກີບ.
ໃນໂອກາດດັ່ງກ່າວ ທ່ານ ຄໍາຝັ້ນ ວົງສະຫັວນ ໄດ້ມີຄໍາເຫັນໂອ້ລົມແລະຂອບໃຈມາຍັງມາຍັງຜູ້ປະກອບການທຸລະກິດທັງພາກລັດແລະເອກະຊົນທີ່ໄດ້ເສຍສະ ຫລະປັດໃຈປະກອບສ່ວນເຂົ້າໃນວຽກງານການສຶກສາກໍ່ຄືຜົນເສຍ ຫາຍທີ່ຖືກພະຍຸພັດເຮັດໃຫ້ອາ ຄານໂຮງຮຽນຖືກກະທົບເປເພ, ໄດ້ຊ່ອຍເຫຼືອເບື້ອງ ຕົ້ນ ດ້ານ ອຸປກອນສ້ອມແປງແລ້ວຈໍານວນໜຶ່ງໂດຍແມ່ນຫ້ອງການສຶກສາ ທິ ການ ແລະ ກິລາເມືອງ, ໄດ້ນໍາເອົາສັງກະສີ ແລະ ເປັນອຸປກອນຕ່າງໆ, ມາຊ່ວຍເຫລືອສ້ອມແປງຕື່ມອີກ.
ຂ່າວ-ພາບ:ດາວປະດິດ ເສດຖາລາດ