ໃນວັນທີ 12 ພະຈິກ 2021, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ໄດ້ສືບຕໍ່ຮັບເຄື່ອງຊ່ວຍເຫລືອ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໃນນັ້ນ ປະກອບມີ: ສະຖານ ທູດສະຫະລັດອາເມລິກາ ປະຈຳລາວ ມອບເງິນ ຈຳນວນ 11 ລ້ານກວ່າກີບ, ຕາງໜ້າມອບໂດຍ ທ່ານປີເຕີ ເຮມ໋ອນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດອາເມລິກາ ປະຈຳລາວ ແລະ ບໍລິສັດ ເຈແພັກ ອະສັງຫາລິມະຊັບ ຈຳກັດມອບຜ້າອັດປາກ-ດັງຈຳນວນ 150 ກ່ອງ ແລະ ເຈວລ້າງມື 100 ກ່ອງ ລວມມູນຄ່າ 5 ລ້ານກວ່າກີບ ຕາງໜ້າມອບໂດຍ ທ່ານ ພູຮຸ່ງ ຄຳຕັນລອງໄຊ ຫົວໜ້າການຕະ ຫລາດ ຂອງບໍລິສັດດັ່ງກ່າວ ໂດຍມີພະນັກງານກ່ຽວຂ້ອງເຂົ້າຮ່ວມເປັ.
ໂອກາດນີ້, ທ່ານ ພູທອນ ເມືອງປາກ ໄດ້ສະແດງຄວາມຂອບໃຈຕໍ່ມາຍັງສະ ຖານທູດ ສະຫະລັດອາເມລິກາ ປະຈຳລາວ ແລະ ບໍລິສັດ ເຈແພັກ ອະສັງຫາລິມະຊັບ ຈຳກັດ ທີ່ໄດ້ນຳເອົາວັດຖຸ-ປັດໄຈມາມອບໃຫ້ອົງການກາແດງໃນຄັ້ງນີ້, ພ້ອມທັງຢຶນຢັນວ່າ ຈະນຳເອົາເງິນ ແລະ ເຄື່ອຊ່ວຍເຫລືອດັ່ງກ່າວ ໄປຊ່ວຍເຫລືອຜູ້ປະສົບໄພໂຄວິດ-19 ຢູ່ສູນຈໍາກັດບໍລິເວນ ແລະ ໂຮງໝໍສະໜາມ ທີ່ອົງການກາແດງລາວຮັບຜິດຊອບຢູ່, ເນື່ອງຈາກວ່າ ປັດຈຸບັນຍັງມີຄວາມຕ້ອງການເຄື່ອງຈຳນວນ ເປັນຈຳນວນຫລາຍ ອີງຕາມສະຖານະການໂຄວິດ-19 ທີ່ພວມລະບາດຢູ່ ສປປ ລາວ ແມ່ນມີລັກສະນະເພີ່ມຂຶ້ນໃນແຕ່ລະມື້ ແລະ ມີຄວາມຕ້ອງການໃນການນຳໃຊ້ເງິນ ແລະ ເຄື່ອງປ້ອງກັນດັ່ງກ່າວ ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນເຊື້ອພະຍາດນີ້.
ຂ່າວ-ພາບ: ທະນູທອງ
