ໃນວັນທີ 12 ຕຸລາ 2021, ຢູ່ອົງການກາແດງລາວ ໄດ້ມີພິທີມອບ-ຮັບເງິນ ຊ່ວຍ ເຫລືອເຂົ້າໃນວຽກງານຕ້ານພະຍາດໂຄວິດ-19 ຈາກ 4 ພາກສ່ວນຄື: ຄອບຄົວຂອງທ່ານ ກ້ອງຟ້າ ແລະ ທ່ານນາງ ອາມອນ ພູມມະສັກ ພ້ອມດ້ວຍລູກຫລານ ແລະ ພະນັກງານຮ້ານຟ້າວັດທະນາ ຈຳ ນວນ 16 ລ້ານກີບ, ທ່ານ ອິນປົງ ຫານຊົມພູ ຄົນເຊື້ອຊາດລາວ ທີ່ປະເທດອົດສະຕຣາລີ ຈຳນວນ 600 ໂດລາ, ຮ້ານອາ ຫານສະຕະວັດທີ 21 ຈຳນວນ 5 ລ້ານກີບ, ບໍລິສັດ ດາວເຮືອງ ແລະ ຮ້ານອາຫານ ຟູຈິວາລະ ມອບນ້ຳດື່ມ 100 ແກັດ ແລະ ກາແຟ ລວມມູນຄ່າ 7 ລ້ານກີບ ແລະ ຄອບຄົວມາລີນີ 5 ລ້ານກີບ, ລວມມູນຄ່າການຊ່ວຍເຫລືອທັງໝົດ 33 ລ້ານກີບ, ກັບ 600 ໂດລາ ຕາງໜ້າຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ, ມີພະນັກ ງານກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ທ່ານປະທານອົງການກາແດງລາວ ໄດ້ ສະແດງຄວາມຂອບໃຈມາຍັງ 4 ພາກສ່ວນທີ່ໄດ້ປະກອບສ່ວນວັດຖຸ-ປັດໄຈ ຊ່ວຍເຫລືອວຽກງານຕ້ານພະຍາດໂຄວິດ-19, ພ້ອມທັງຢືນຢັນວ່າ ຈະນຳເອົາເງິນຈຳນວນດັ່ງກ່າວ ໄປປະກອບສ່ວນໃນການສະໜອງອາຫານ, ນ້ຳດື່ມ ແລະ ເຄື່ອງສຸຂະອະນາໄມ ໃຫ້ແກ່ຜູ້ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອພະຍາດໂຄວິດ-19 ທີ່ກຳລັງປິ່ນປົວຢູ່ໂຮງໝໍພາກສະ ໜາມ, ເຊິ່ງການປະກອບສ່ວນໃນຄັ້ງນີ້ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສະພາບການໃນປັດຈຸບັນ ແລະ ໄດ້ສະແດງເຖິງຄວາມມີສະຕິຕື່ນຕົວທາງດ້ານການເມືອງ, ຄວາມເສຍສະຫລະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ ແລະ ປະຊາຊົນ ໂດຍສະເພາະພະນັກງານ ແພດໝໍ, ອາສາສະໝັກ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ປະຕິບັດໜ້າທີ່ຕ້ານການລະບາດຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ.
ທ່ານປະທານອົງການກາແດງລາວ ໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ອົງການກາແດງລາວ ໄດ້ແຕ່ງຕັ້ງຄະນະສະເພາະກິດ ຂອງອົງການກາແດງລາວ ລວມທັງພະນັກ ງານ ແລະ ອາສາສະໝັກກາແດງ ປະສານງານ ແລະ ເຮັດວຽກຮ່ວມກັບຄະນະສະ ເພາະກິດແຕ່ລະແຂວງ; ປະກອບສ່ວນໃນວຽກງານ ໂຄສະນາເຜີຍແຜ່ມາດຕະການປ້ອງກັນການຕິດເຊື້ອ, ແພ່ເຊື້ອຢູ່ພາຍໃນ ແລະ ສູນຈຳກັດບໍລິເວນ, ນຳພາເຮັດກິດຈະກຳອອກກຳລັງກາຍ, ອະນາໄມ, ບຳບັດສຸຂະພາບຈິດ ໃຫ້ແກ່ຜູ້ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ, ພົ່ນຢາຂ້າເຊື້ອຢູ່ໃນຊຸມຊົນ, ສູນຈຳກັດບໍລິເວນ, ແຈກຢາຍອາຫານຢູ່ສູນຈຳ ກັດບໍລິເວນ ແລະ ໂຮງໝໍພາກສະໜາມບາງແຫ່ງ ທີ່ມີການຊ່ວຍເຫລືອຈາກກາແດງ, ຈັດລົດກູ້ໄພໄປປະຈຳຢູ່ສູນຈຳກັດບໍລິເວນ ເພື່ອແກ້ໄຂສຸກເສີນ ແລະ ສົ່ງຄົນເຈັບທີ່ຢູ່ສູນຈໍາກັດບໍລິເວນໄປໂຮງໝໍ.
ຂ່າວ: ທະນູທອງ


